ທ່ານ ນາຍົກລັດຖະມົນຕີຕ້ອນຮັບ​ປະທານ​ກຸ່ມ​ບໍລິສັດ​ທາງ​ລົດ​ໄຟ​ຈີນ​ຈຳກັດ

(GMT+08:00) 2012-09-12 17:23:43     cri

 

ໃນ​ວັນ​ທີ 11 ກັນຍາ 2012 ຢູ່​ທີ່​ຫ້ອງ​ວ່າການ​ລັດຖະບານ, ທ່ານ ທອງ​ສິງ ທຳ​ມະ​ວົງ, ນາຍົກລັດຖະມົນຕີ​ແຫ່ງ ສປປ ລາວ​ ໄດ້​ໃຫ້​ກຽດ​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງ​ ທ່ານລີ​ສາງ​ຈີ້ນ ປະທານ​ກຸມ​ບໍລິສັດ​ທາງ​ລົດ​ໄຟ​ຈີນ​ຈຳກັດ ​ແຫ່ງ ສປ ຈີນ ​ແລະ ຄະນະ​, ​​ໃນ​ໂອກາດ​ທີ່​ເດີນທາງ​ມາ​ຢ້ຽມຢາມ ສປປ ລາວ ​ເພື່ອ​ລາຍ​ງານ​ສະພາບ​ການ​ພັດທະນາ​ທຸລະ​ກິດ ​ແລະ ລັກ​ສະນະ​ພິ​ເສດ​ເງື່ອນ​ໄຂ​ຍຸດ​ທະ​ສາດ, ການ​ກໍ່ສ້າງ​ຂອງ​ໂຄງການ​ທາງ​ລົດ​ໄຟ​ລາວ-ຈີນ​ ແລະ ພ້ອມ​ທັງ ​ໄດ້​ລາຍ​ງານ​ວຽກ​ງານ​ທີ່​ໄດ້​ປະຕິບັດ​ຜ່ານ​ມາ​ເພື່ອ​ຊຸກຍູ້​ການ​ທາງ​ລົດ​ໄຟ ​ລາວ-ຈີນ​ ໃນ​ໄລຍະ​ກ່ອນ ແລະ ວຽກ​ງານ​ກະກຽມ​ຫ້າງ​ຫາ​ເພື່ອ​ລົງ​ມື​ປະຕິບັດ​ໂຄງການ​​ດັ່ງກ່າວ, ​ເລີ້ມ​ແຕ່​ປີ 1990 ​ບໍລິສັດ​ດັ່ງກ່າວ​ໄດ້​ມາ​ປະຕິບັດ​ໜ້າ​ທີ່​ອອກ​ແບບ​ກໍ່ສ້າງ​ພື້ນຖານ​ໂຄງ​ ລ່າງ​ຢູ່ ສປປ ລາວ ​ຊຶ່ງ​ບໍລິສັດ​ໄດ້​ໃຫ້ການ​ສະໜັບສະໜູນໂຄງການ​ທາງ​ລົດ​ໄຟ​ລາວ-ຈີນ ແລະ ​ໄດ້​ລົງທຶນ​ດ້ານຈໍານວນ​ພົນ, ວັດຖຸ​​ເງິນຄຳ​ຫລາຍ​ພໍ​ສົມຄວນ​ໃນ​ການ​ດຳ​ເນີນ​ວຽກ​ງານ​ການ​ປຽບ ທຽບ​ຄັດ​ເລືອກ​ແບບ​ແຜນການ​ຖ່າຍຮູບ​ທາງ​ອາກາດ, ​ເລືອກ​ແລວ​ທາງ​ລົດ​ໄຟ, ການ​ເຈາະ​ຮູ​ສຳ​ຫລວດ​ດ້ານ​ທໍລະນີ​ສາດ, ການ​ສຳ​ຫລວດ​ພູມ​ມີ​ປະ​ເທດ, ການ​ຄາດ​ຄະ​ເນ​ດ້ານ​ເສດ ຖະກິດ, ການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້, ການ​ອອກ​ແບບ​ເບື້ອງຕົ້ນ, ການ​ກະກຽມ​ລົງມື​ກໍ່ສ້າງ​ເປັນຕົ້ນ​ຄາດ​ວ່າ​ໂຄງການ​ທາງ​ລົດ​ໄຟ​ລາວ- ຈີນ ຈະ​ໄດ້ລົງມື​ໂດຍ​ໄວ.


ໃນ​ໂອກາດ​ນີ້ ທ່ານ ນາຍົກລັດຖະມົນຕີ ທອງສິງ ທຳ​ມະ​ວົງ ​ໄດ້​ສະ​ແດງ​ການ​ຕ້ອນຮັບ, ຂອບ​ໃຈ ​ແລະ ຊົມ​ເຊີຍ​ພ້ອມ​ທັງ​ໄດ້​ຕີ​ລາຄາ​ສູງ​ຕໍ່​ທ່ານ ປະ​ທານກຸມ​ບໍລິສັດ​ທາງ​ລົດ​ໄຟ​ຈີນ​ຈຳກັດ ​ແລະ ຄະນະ​ທີ່​ໄດ້​ເດີນທາງ​ມາ​ຢ້ຽມຢາມ ​ແລະ ລາຍ​ງານ​ກ່ຽວ​ກັບ​ການຈັດຕັ້ງປະຕິບັດ​ຂອງ​ໂຄງການ​ທາງ​ລົດ​ໄຟ​ລາວ-ຈີນ​ ໃນ​ຄັ້ງນີ້​ເຊິ່ງ​ເປັນ​ການ​ຊຸກຍູ້​ສົ່ງ​ເສີມ ​ແລະ ຮັດ​ ແໜ້ນ​ການ​ພົວພັນ​ຮ່ວມ​ມື​ລະ​ຫ່ວາງ ສປປ ລາວ ​ແລະ ກຸ່ມ​ບໍລິສັດ​ທາງ​ລົດ​ໄຟ​ຈີນ​ຈຳກັດ​ ໄດ້​ມີ​ການ​ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນຍິ່ງ​ຂຶ້ນ ແລະ ​ເຮັດ​ໃຫ້​ໂຄງການ​ດັ່ງກ່າວ​ໄດ້​ປະກົດ​ ຜົນ​ເປັນ​ຈິງ ​ແລະ ສຳ​ເລັດ​ຜົນ​ໂດຍດີ