ໂຄສົກ​ຫ້ອງ​ການວ​ຽກງານ​ໄຕ້​ຫວັນ​ຂອງ​ຄະນະ​ລັດຖະບານ​ຈີນກ່າວ​ວ່າ,ລັດຖະບານ​ຍີ່​ປຸ່ນກໍ່​ເລື່ອງ"ຊື້​ເກາະ​ຕ້ຽວ​ອີ", ຍາ​ດຕິພີ່ນ້ອງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນມີ​ຄວາມຄຽດ​ແຄ້ນ​ທີ່​ສຸດ ​ເດັດດ່ຽວ​ຄັດຄ້ານ ​ແລະ​ຍອມຮັບ​ບໍ່​ໄດ້​ຢ່າງ​ເດັດຂາດ

(GMT+08:00) 2012-09-12 15:52:37     cri

ຕາມ​ຂ່າວCRI: ຕອນ​ເຊົ້າ​ວັນ​ທີ 12 ກັນຍາ​ນີ້, ​ ​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວຢ່ທີູ່ກອງ​ປະຊຸມ​ຂ່າວຫ້ອງ​ການວ​ຽກງານ​ໄຕ້​ຫວັນ​ຂອງ​ຄະນະ​ລັດຖະບານ​ຈີນ,​ທ່ານ​ນາງ​ຟ້າ​ນລີ້​ຊີ່​ງ ໂຄສົກຖະ​ແຫຼ​ງຂ່າວກ່າວ​ວ່າ, ລັດຖະບານ​ຍີ່​ປຸ່ນກໍ່​ເລື່ອງ"ຊື້​ເກາະ​ຕ້ຽວ​ອີ", ພາ​ໃຫ້ຍາ​ດພີ່ນ້ອງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນມີ​ຄວາມຄຽດ​ແຄ້ນ​ທີ່​ສຸດ,ຄັດຄ້ານຢ່າງ​ເດັດດ່ຽວ​ແລະ​ຍອມຮັບ​ບໍ່​ໄດ້​ຢ່າງ​ເດັດຂາດ.

ນາງ​ຟ້າ​ນລີ້​ຊີ່​ງກ່າ​ວວ່າ,

"ຂ້າພະ​ເຈົ້າ​ກ່າວ​ຢ້ຳນະ​ທີ່​ນີ້ວ່າ, ​ເກາະ​ຕ້ຽວ​ອີ​ແລະເກາະດອນຕ່າງໆ​ທີ່​ຂຶ້ນ​ກັບ​ເກາະ​ນີ້, ແມ່ນ​ຜືນ​ແຜ່ນ​ດິນ​ຂອງ​ຈີນມາ​ແຕ່​ບູຮານ​ນະ​ການ,ຍາດ​ພີ່ນ້ອງ​ສອງ​ຝັ່ງ​ຊ່ອງ​ແຄບ​ມີ​ຄວາມ​ຮັບ​ຮູ້ ​ແລ ​ຄວາມ​ເຫັນ​ທີ່​ຄື​ກັນ​ຕໍ່​ຄວາມ​ເປັນຈິງ​ນີ້, ມີ​ຄວາມຄຽດ​ແຄ້ນ​ຕໍ່ລັດຖະບານ​ຍີ່​ປຸ່ນທີ່ກໍ່​ເລື່ອງ"ຊື້​ເກາະ​ຕ້ຽວ​ອີ"​ຂຶ້ນໃນ​ຫວ່າງ​ມໍ່ໆມາ​ນີ້, ພວ​ກ​ເຮົາ​ຄັດຄ້ານ​ຢ່າງ​ເດັດດ່ຽວ​, ​ແລະ​ຍອມຮັບ​ບໍ່​ໄດ້​ເດັດຂາດ. ຍາດ​ພີ່ນ້ອງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ແມ່​ນຄອບຄົວ​ດຽວ​ກັນ, ການ​ຮັກສາ​ອະທິປະ​ໄຕ​ຂອງ​ເກາະ​ຕ້ຽວ​ອີ​ແລະເກາະດອນ​ທີ່​ຂຶ້ນ​ກັບ​ເກາະ​ນີ້, ການ​ຮັກສາຜົນ​ປະ​ໂຫຍ​ດລວມຂອງ​ປະຊາ​ຊາດ​ຈີນ, ​ແມ່ນ​ພາລະໜ້າ​ທີ່​ຮ່ວມ​ກັນຂອງ​ຍາດ​ພີ່ນ້ອງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ທີ່​ບໍ່​ສາມາດ​ຫຼີກ​ລ່ຽງໄດ້. ການ​ກະທຳ​ທີ່​ສອງ​ຝັ່ງຊ່ອງ​ແຄບ​ຕ່າງ​ໄດ້​ໃຊ້​ມາດ​ຕະການ​​ເພື່ອຮັກສາ​ຜົນ​ປະ​ໂຫຍ​ດຮ່ວມຂອງ​ປະຊາ​ຊາດ​ຈີນ​ຍ່ອມໄດ້​ຮັບການສະໜັບສະໜູນ​ຢ່າງ​ເດັດດ່ຽວ​ຈາກ​ລູກ​ຫຼານ​ຂອງປະຊາຊາດຈີນ​."