ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ:ການຊື້​ເກາະ​ຕ້ຽວ​ອີ​ຂອງ​ຍີ່ປຸ່ນຈະ​ມີ​ຜົນ​ສະທ້ອນ​ທາງ​ລົບ​ຕໍ່​ການ​ພົວພັນ​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ​ຢ່າງ​ຫຼີກ​ລ່ຽງ​ບໍ່​ໄດ້

(GMT+08:00) 2012-09-13 17:15:51     cri
ຕາມ​ຂ່າວCRI:​ໃນງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 13 ກັນຍາ​ນີ້,ທ່ານ​ຈ່ຽງ​ຈຶ່ງເຫວີຍ,ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ການຊື້​ເກາະ​ຕ້ຽວ​ອີ​ຂອງ​ຍີ່ປຸ່ນຈະ​ມີ​ຜົນ​ສະທ້ອນ​ທາງ​ລົບ​ຕໍ່​ການ​ພົວພັນ​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ​ຢ່າງ​ຫຼີກ​ລ່ຽງ​ບໍ່​ໄດ້.ທ່ານ​ກ່າວວ່າ:

"ກ່ອນ​ອື່ນ,​ເກາະ​ຕ້ຽວ​ອີ​ແລະ​ເກາະດອນ​ຕ່າງໆ​ທີ່ຢູ່​ບໍລິ​ເວນ​ໃກ້​ຄຽງ​ແມ່ນ​ດິນ​ແດນ​ຂອງ​ຈີນ​ມາ​ແຕ່​ບູຮານ​ນະ​ການ,ຈີນ​ມີ​ອະທິປະ​ໄຕ​​ເໜືອ​ເກາະດອນ​ເຫຼົ່າ​ນີ້​ຢ່າງ​ໂຕ້​ຖຽງ​ບໍ່​ໄດ້.ການ​ກະທຳ​ອັນ​ທີ່​ວ່າ​ຊື່​ເກາະ​ຕ້ຽວ​ອີ​ນັ້ນ​ແມ່ນ​ຜິດ​ກົດໝາຍ​ແລະ​ບໍ່​ມີ​ຜົນ​ສັກສິດ​ທັງ​ໝົດ,ຈີນ​ຄັດຄ້ານ​ຢ່າງ​ເດັດດ່ຽວ.

ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ​ຄວນ​ມີ​ສະພາບ​ແວດ​ລ້ອມ​ທາງ​ການ​ເມືອງ​ທີ່​ດີງາມ,ນີ້​ແມ່ນ​ທຳ​ນຽມ​ສາກົນ.ສະພາບ​ແວດ​ລ້ອມ​ທາງ​ການ​ເມືອງ​ອັນ​ດີງາມ​ແລະ​ການ​ພົວພັນທາງ​ການ​ທູດທີ່​ມີ​ໄມຕີ​ຈິດ​ມິດຕະພາບ​ແມ່ນ​ພື້ນຖານ​ແຫ່ງ​ການ​ຂະຫຍາຍ​ການ​ພົວພັນ​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ກໍ່​ຄື​ຫຼາຍ​ປະ​ເທດ.ການ​ຂະຫຍາຍ​ການ​ຮ່ວມ​ມື​ດ້ານ​ເສ​ດຖະກິດ​ກາ​ນຄ້າ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ​​ແມ່ນ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍດຂອງ​ສອງ​ປະ​ເທດ,​ແຕ່​ການ​ເຮັດ​ໃຫ້ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​​ໂຫຍດ,ຕ້ອງ​ໃຫ້​ສອງ​ຝ່າຍ​ພະຍາຍາມ​ຮ່ວມ​ກັນ.ການ​ກະທຳ​ອັນ​ທີ່​ວ່າຊື້​ເກາະ​ຕ້ຽວ​ອີ​ຂອງ​ຍີ່ປຸ່ນ,ຈະ​ມີ​ຜົນ​ສະທ້ອນ​ທາງ​ລົບ​ຕໍ່​ການ​ພົວພັນ​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ​ຢ່າງ​ຫຼີກ​ລ່ຽງ​ບໍ່​ໄດ້."