​ເຮືອ​ລາດຕະ​ເວນຂອງ​ຈີນ​ຈະ​ສືບຕໍ່​ລາດຕະ​ເວນ​ຕາມປົກກະຕິ​ຢູ່​ເຂດ​ທະ​ເລ​ທີ່​ຈີນຄຸ້ມ​ຄອງ

(GMT+08:00) 2012-09-13 15:59:46     cri
ຕາມ​ຂ່າວCRI: ວັນ​ທີ12ກັນຍາ​ນີ້, ທ່ານຫົງ​ເຫຼີ​ຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະຊຸມ​ຂ່າວ​ວ່າ, ​ເຮືອ​ລາດຕະ​ເວນ​ຂອງ​ຈີນ​ຈະ​ສືບຕຕໍ່​ລາດຕະ​ເວນ​ຕາມ​ປົກກະຕິ​ໃນ​ເຂດ​ທະ​ເລ​ທີ່ຈີນ​ເປັນ​ຜູ້​ຄຸ້ມຄອງ​​.

ກ່ອນ​ໜ້ານີ້ມີ​ສື່​ມວນ​ຊົນລາຍງານ​ວ່າ, ຈີນ​ໄດ້​ສົ່ງ​ເຮືອ​ລາດຕະ​ເວນ​ໄປ​ເຂດ​ທະ​ເລ​ອ້ອມ​ຂ້າງ​ຂອງ​ເກາະ​ຕ້ຽວ​ອີ. ທ່າ​ນຫົງ​ເຫຼີ​ຍ​ໄດ້​​ໃຫ້​ຄວາມ​ເຫັນດັ່ງກ່າວ​ໃນ​ເວລາ​ນັກຂ່າວຮຽກຮ້ອງ​ໃຫ້ຢືນຢັນ​ຂ່າວ​ນີ້.

ທ່ານຫົງ​ເຫຼີ​ຍຍັງ​ກ່າວ​ວ່າ, ສະຖານະ​ການ​ໃນ​ປະຈຸ​ບັນນີ້​ແມ່ນ​ເກີດ​ຂຶ້ນ​ຍ້ອນ​ຍີ່ປຸ່ນ​ພຽງຝ່າຍ​ດຽວ, ລັດຖະບານ​ຈີນ​ຈະໃຊ້​ມາດ​ຕະການ​ອັນ​ຈຳ​ເປັນ​ເພື່ອ​ປົກ​ປ້ອງ​ອະທິ​ປະ​ໄຕ​ຜືນ​ແຜ່ນດິນ​, ປົກ​ປັກ​ຮັກສາຄວາມ​ຈິງ​ດ້ານ​ປະຫວັດສາດ​ແລະ​ຄວາມ​ເປັນ​ທຳ​​ແມ່ນ​ເລື່ອງ​ທີ່​ຖືກຕ້ອງ. ຈິດ​ໃຈ​ແລະຄວາມຕັດສິນ​ໃຈຂອງ​ລັດຖະບານ​ແລະ​ປະຊາຊົນ​ຈີນ​ໃນ​ການ​ປົກປັກ​ຮັກສາ​ອະທິ​ປະ​ໄຕ​​ແລະ​​ຜືນ​ແຜ່ນດິນອັນ​ຄົບ​ຖ້ວນ​ຂອງຊາດ​ແມ່ນ​ເດັດດ່ຽວ​ໜຽວ​ແໜ້ນ.

ຈີນ​ເຕືອນ​ໃຫ້​ຍີ່ປຸ່ນ​ຈົ່ງ​ສຳນຶກ​ໃນ​ຄວາມ​ຜິດ, ​ແລ້ວ​ຫັນ​ມາແກ້​ໄຂ​ບັນຫາ​ເກາະ​ຕ້ຽວ​ອີດ້ວຍວິທີ​ການ​ເຈລະຈາ.