ຍີ່​ປຸ່ນ"ຊື້​ເກາະ​ຕ້ຽວ​ອີ​ໄດ້​ເປັນສາ​ເຫດ"​ເຮັດ​ໃຫ້​ມວນ​ຊົນ​ຈີນມີປະຕິ​ກິລິຍາ​ຢ່າ​ງຮຸນ​ແຮງ

(GMT+08:00) 2012-09-13 14:43:04     cri

ວັນ​ທີ 11 ກັນຍາ​ນີ້, ລັດຖະບານ​ຍີ່​ປຸ່ນ ກັບ ອັນ​ທີ່​ເອີ້ນ​ວ່າ"ຜູ້​ມີ​ກຳມະສິດ​ດ້ານ​ທີ່​ດິນ"​ໄດ້ເຊັນ​ສັນຍາຊື້​ອັນ​ທີ່​ເອີ້ນ​ວ່າ"​ໝູ່​ເກາະ​​ເຊັນ​ຄະຄຸ​" ກໍ່​ຄື,​​ເກາະ​ຕ້ຽວ​ອີ ພ້ອມ​ທັງສາມ​ເກາະ​ທີ່​ຂຶ້ນ​ກັບ​ເກາະ​ນີ້​ຂອງ​ຈີນ, ຍີ່​ປຸ່ນມີ​ເຈຕະນາທີ່​ເຮັດ​ໃຫ້​ເກາະ​ຕ້ຽວ​ອີ"ຫັນ​ເປັນ​ຂອງ​ລັດ"ດ້ວຍ​ລາຄາ 2 ຕື້ 50 ລ້ານ​ເຢັນ(ປະມານ 166 ລ້ານ​ຢວນ). ​ເຫດການອັນ​ທີ່​ເອີ້ນ​ວ່າ"ຊື້​ເກາະ"ຂອ​ງລັດຖະບານ​ຍີ່​ປຸ່ນເຮັດ​ໃຫ້​ປະຊາ​ຊົນ​ຈີນມີປະຕິ​ກິລິຍາ​ຢ່າ​ງຕໍ່​ເນື່ອງ ​ແລະ ຮຸນ​ແຮງ​. ມວນ​ຊົນ ​ແລະ ຜູ້ຊ່ຽວຊານ​ຂອງ​ຈີນ​​ໄດ້​ມີ​ຄວາມເຫັນ​ວ່າ,ການ​ກະທຳ​ທີ່​"ຊື້​ເກາະ​ຫັນ​ເປັນ​ຂອງ​ລັດ"ຂອງ​ຍີ່ປຸ່ນ​ຈະ​ສ້າງ​ຮອຍ​ບາດ​ໝາງ​ລະຫວ່າງ​​ການ​ພົວພັນ​ຈີນ ກັບ ຍີ່ປຸ່ນ.

ນັບ​ແຕ່​ລັດຖະບານ​ຍີ່​ປຸ່ນປະກາດ"ຊື້​"ເກາະ​ຕ້ຽວ​ອີ ຂອງ​ຈີນ​ໃນ​ວັນ​ທີ 10 ກັນຍາ​ນີ້​ເປັນ​ຕົ້ນ​ມາ, ມວນ​ຊົນ​ແຫ່ງ​ຕ່າງໆ​ຂອງ​ຈີນ​ໄດ້​ພາກັນ​ປະ​ທ້ວງ​ລັດຖະບານຍີ່​ປຸ່ນທີ່"ຊື້​"​ເກາະ​ຕ້ຽວ​ອີ​ແລະ​ເກາະ​ທີ່​ຂຶ້ນ​ກັບ​ເກາະ​ນີ້. ສຳລັບຢູ່​ນະຄອນຫຼວງປັກ​ກິ່ງ, ​ແຂວງ​ກວາງ​ຕຸ້ງ ,​ແຂວງ​ສ່າ​ນຕົ່ງ​ ​ແລະ ​ແຫ່ງ​ອື່ນໆ​ຂອງ​ຈີນ, ມວນ​ຊົນ​ຈຳນວນ​ໜຶ່ງ​ໄດ້​ໄປ​ປະ​ທ້ວງ​ຢູ່ໜ້າ​ປະຕູ​ຂອງ​ສະຖານທູດ​​ແລະ​ກົງ​ສູນຍີ່​ປຸ່ນປະຈຳ​ຈີນ. ນອກ​ນີ້, ປະລິມານ​ຈຳ​ໜ່າຍ​ສິນຄ້າ​ຍີ່​ປຸ່ນຢູ່​ຈີນ​ກໍ່​ໄດ້​ຫຼຸດ​ຕ່ຳລົງ.ນັກ​ທ່ອງ​ທ່ຽວ​ບາງ​ຄົນ​ກໍ່​ເລິ່ມຖອນຕົວ​ອອກ​ຈາກ​ຄະນະ​ທ່ອງ​ທ່ຽວ, ຍົກ​ເລີກ​ແຜນການ​ທີ່​ໄປ​ທ່ຽວ​ຍີ່​ປຸ່ນ.


ເຖິງ​ວ່າ,ມວນ​ຊົນ​ຂອງຈີນຈະ​ມີ​ຄວາມ​ຄຽດ​ແຄ້ນ​ທີ່​ສຸດຕໍ່ການ​ກະທຳ​ຂອງ​ຝ່າຍລັດຖະບານ​ຍີ່ປຸ່ນ​ກໍ່ຕາມ, ​ແຕ່​ບໍ່​ໄດ້​ເກີດ​ມີ​​ເຫດການ​ທີ່ຮຸນ​ແຮງ​​ໃດໆ.

ກ່ຽວ​ກັບ​ການ​​ເຄື່ອນ​ໄຫວ"ຊື້​​ເກາະ"ທີ່​ຜິດ​ກົດໝາຍ​ຂອງ​ຍີ່​ປຸ່ນນັ້ນ, ຜູ້ນຳ​ຂອງ​ຈີນໄດ້​ສະ​ແດງ​ທ່າ​ທີ​​ໃນ​ຫຼາຍ​ກໍລະນີ, ​ແລະ​ປະກາດ​ຈຸດ​ຢືນອັນໜັກ​ແໜ້ນ​ກ່ຽວ​ກັບອະທິປະ​ໄຕ​ຂອງ​ຈີນ​ມາ​ແລ້ວຫຼາຍຄັ້ງ. ຄະນະ​ກຳມາ​ທິການ​ການ​ຕ່າງປະ​ເທດ​ຂອງ​ສະພາ​ແຫ່ງ​ຊາດ​ຈີນ ​ແລະ ຄະນະ​ກຳມາ​ທິການ​ການ​ຕ່າງປະ​ເທດ​ຂອງ​ສະພາ​ປຶກສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ​ຕ່າງ​ກໍ່​ໄດ້​ອອກ​ຖະ​ແຫຼ​ງການ, ສະ​ແດງ​ຄວາມ​ຄຽດ​ແຄ້ນອັນ​ຮຸນ​ແຮງ ​ແລະ ຕຳນິຢ່າງ​ເຄັ່ງຂຶມ​ຕໍ່​ການ​ກະທຳ"ຊື້​ເກາະ"ຂອງ​ຍີ່​ປຸ່ນ. ​ໃນ​ເວລາກ່າວ​ຄຳ​ປາ​ໄສ​ຕໍ່​ເລື່ອງ​ນີ້, ທ່ານ​ເກີ​ງຢ້ຽນ​ເຊີ່ງ ​ໂຄສົກ​ກະຊວງ​ປ້ອງ​ກັນປະ​ເທດ​ຈີນ​ກ່າວ​ວ່າ, ກອງທັບ​ຂອງ​ຈີນ​ກຳລັງ​ເອົາ​ໃຈ​ໃສ່​ຕິດຕາມ​ສະຖານະ​ການ​ຢ່າງ​ໃກ້ຊິດ​, ຈຳນຳ​ໃຊ້ສິດທິ​​ແລະມາດ​ຕະການອັນ​ຈຳ​ເປັນ​ທີ່​ເຫັນ​ວ່າ​ເໝາະ​ສົມ. ສະຫະພັນ​ຊາວໜຸ່ມ ​ແລະ ສະຫະພັນ​ນັກຮຽນ​ຈີນ​ກໍ່​ກ່າວ​ວ່າ, ຊາວ​ໜຸ່ມ​ ​ແລະ ນັກຮຽນ​ຊາວ​ໜຸ່ມ​ຂອງ​ຈີນ​ຄັດຄ້ານ​ຢ່າງ​ເດັດດ່ຽວ ​ແລະ ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ລັດຖະບານ​ຍີ່​ປຸ່ນທີ່"​ຊື້"​ເກາະ​ຕ້ຽວ​ອີ.

ສ່ວນທ່ານ​ຫຼີກົວ​ຊຽງ ຜູ່​ຊ່ຽວຊານ​ບັນຫາ​ເກາະຕ້ຽວ​ອີ, ຮອງ​ຫົວໜ້າ​ສູນຄົ້ນຄວ້າປະຫວັດ​ສາດ ​ພູມີສາດ​ເຂດ​ຊາຍ​ແດນ​ຂອງ​ສະພາ​ບັນດິດ​ວິ​ທະຍາ​ສາດ​ສັງຄົມ​ຈີນກ່າວ​ວ່າ, ຖ້າວ່າ​ຍີ່​ປຸ່ນສືບ​ຕໍ່​​ເຮັດ​ຕາມ​ລຳ​ພັງ​ໃຈ, ຈະ​ສ້າງ​ຜົນ​ສະທ້ອນ​ທາ​ງລົບອັນ​ຮ້າຍ​ແຮງ​ຕໍ່​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ຈີນ​ ກັບ ຍີ່ປຸ່ນ.