ກອງ​ກຳ​ປັ່ນ​ລາດຕະ​​ເວນທາງທະ​ເລຂອງ​ຈີນ​ເດີນທາງ​ໄປ​ເຖິງ​ເຂດ​ທະ​ເລ​ເກາະ​ຕ້ຽວ​ອີ​​ເພື່ອ​ປົກ​ປ້ອງ​ສິດ​ອະທິປະ​ໄຕ​ຂອງ​ຊາດ

(GMT+08:00) 2012-09-14 15:02:40     cri

ຕາມ​ຂ່າວCRI:​ເວລາ 6 ​ໂມງ​ປາຍ​ຕອນ​ເຊົ້າຂອງ​ວັນ​ທີ 14 ກັນຍາ​ນີ້, ກອງ​ກຳ​ປັ່ນ​ລາດຕະ​ເວນ​ປົກ​ປ້ອງ​ສິດ​ອະທິປະ​ໄຕ 2 ກອງທີ່​ປະກອບ​ດ້ວຍ​ກຳ​ປັ່ນ​ລາດຕະ​ເວນ 6​ ລຳ​ຂອງ​ຈີນ​ໄດ້​​ເດີນທາງ​ໄປ​ເຖິງ​ເຂດ​ທະ​ເລ​ເກາະ​ຕ້ຽວ​ອີ​ແລະ​ເກາະດອນ​ຕ່າງ​ໆ​ທີ່ຢູ່​ບໍລິ​ເວນ​ໃກ້​ຄຽງ.ນີ້​ແມ່ນ​ຄະນະ​ກຳມະການ​ຕິດຕາມ​ຄຸ້ມ​ຄອງ​ທາງທະ​ເລ​ແຫ່ງ​ຊາດ​ຈີນລາດຕະ​​ເວນເພື່ອ​ປົກ​ປ້ອງ​ສິດ​ອະທິປະ​ໄຕ​ຢູ່​ເຂດ​ທະ​ເລ​ເກາະ​ຕ້ຽວ​ອີ​ແລະ​ເກາະດອນ​ຕ່າງໆຢູ່ບໍລິ​ເວນ​​ໃກ້​ຄຽງ​ເປັນ​ຄັ້ງ​ທຳ​ອິດພາຍຫຼັງ​ລັດຖະບານ​ຈີນ​ໄດ້​ປະກາດ《ຖະ​ແຫຼ​ງການ​ວ່າ​ດ້ວຍ​ຊາຍ​ແດນ​ທາງ​ທະ​ເລ​ຂອງ​ເກາະ​ຕ້ຽວ​ອີ​ແລະ​​ເກາະດອນ​ຕ່າງໆ​ທີ່ຢູ່​ບໍລິ​ເວນ​ໃກ້​ຄຽງ​ຂອງ​ສາທາລະນະ​ລັດ​ປະຊາຊົນ​ຈີນ》​ແລ້ວ.

1 2 3 4