ທົ່ວ​ປະ​ເທດ​ຈີນສະ​ແດງ​ຄວາມ​ຄຽດ​ແຄ້ນຕໍ່​ການ​ກະທຳ​ທີ່​ຜິດພາດ​ຂອງ​ຍີ່ປຸ່ນ

(GMT+08:00) 2012-09-14 15:13:27     cri
ຕາມ​ຂ່າວCRI:​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ທີ່​ປັກ​ກິ່ງ​ໃນ​ວັນ​ທີ 13 ກັນຍາ​ນີ້,ທ່ານ​ຫົງ​ເຫລີ​ຍ,​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ປະຊາຊົນທົ່ວ​ປະ​ເທດ​ຈີນ​ລ້ວນ​ແຕ່​ສະ​ແດງ​ຄວາມ​ຄຽດ​ແຄ້ນຕໍ່​ການ​ກະທຳ​ທີ່​ຜິດພາດ​ຂອງ​ຍີ່ປຸ່ນ,​ແລະ​ເດັດດ່ຽວ​ສະໜັບ​ສະ​ໜູນ​ລັດຖະບານ​ຈີນ​ທີ່​ໄດ້​ສະ​ເໜີ​ຄວາມ​ຮຽກຮ້ອງອັນ​ເປັນທຳ​ແລະ​ໃຊ້​ມາດ​ຕະການ​ອັນ​​ເດັດຂາດ.

ນອກ​ນີ້,​ຂ່າວ​ແຈ້ງວ່າ,ຍ້ອນ​ຖືກ​ຜົນ​ສະທ້ອນ​ຈາກ​ເຫດການ​ເກາະ​ຕ້ຽວ​ອີ,ປະຊາຊົນ​ຈີນ​ທີ່ໄປທ່ອງທ່ຽວຢູ່​ຍີ່ປຸ່ນກໍ່​​ໄດ້ຫຼຸດ​ໜ້ອຍ​ລົງຢ່າງ​ຫຼວງ​ຫຼາຍ,​ເຊິ່ງ​ແຕ່​ກ່ອນ​​,ເດືອນ​ກັນຍາ​ແລະ​ຕຸລາ​ແມ່ນ​ໄລຍະ​ທີ່​ມີຄົນ​ໄປ​ທ່ອງທ່ຽວ​ຍີ່ປຸ່ນ​ຫຼາຍ​ທີ່​ສຸດ.ນອກ​ນັ້ນ,ວັນ​ທີ 13 ກັນຍາ​ນີ້,ບໍລິສັດ​ທ່ອງ​ທ່ຽວ​ຫຼາຍ​ແຫ່ງ​ຂອງ​​ເມືອງ​ຄຸ່ນໝີ​ງກໍ່​ລາຍ​ງານ​ວ່າ,ບໍລິສັດ​ທ່ອງ​ທ່ຽວ​ໄດ້​ຢຸດຕິ​ການ​ໂຄສະນາ​ໃຫ້​ໄປ​ທ່ຽວ​ຍີ່ປຸ່ນ​ເປັນໝູ່​ຄະນະ,ແລະ​ນັກ​ທ່ອງ​ທ່ຽວຈີນ​ທີ່​ໄດ້​ສະ​ເໜີເຂົ້າ​ຮ່ວມ​ຄະນະ​​ໄປ​ທ່ຽວ​ຍີ່ປຸ່ນກ່ອນ​ໜ້າ​ນີ້​,ມີ​ປະມານ 80% ​ໄດ້​ຍົກ​ເລີກ​ການ​ໄປທ່ອງທ່ຽວຍີ່ປຸ່ນ​ແລ້ວ.