ຈັດ​ງານ​ສຳ​ມະ​ນາ​ສື່​ມວນ​ຊົນ​ຢູ່​ລາວ

(GMT+08:00) 2012-09-14 16:49:43     cri
ວັນ​ທີ14ກັນຍາ​ນີ້​ທີ່​ນະຄອນຫຼວງ​ວຽງ​ຈັນ, ກະຊວງ​ແຜນການ​ແລະ​ການ​ລົງທຶນ​ໄດ້​ຈັດ​ງານ​ສຳມະ​ນາ​ສື່​ມວນ​ຊົນ​ໂດຍ​ໄດ້​ຮັບ​ການ​ຊ່ວຍ​ເຫຼື​ອຈາກ​ອົງການ​ກອງ​ທຶນ​ສະຫະ​ປະຊາ​ຊາດ​ເພື່ອ​ປະຊາກອນ​ແລະ​ສະມາຄົມ​ນັກ​ຂ່າວ​ແຫ່ງ​ປະ​ເທດ​ລາວ. ພະນັກງານ​ສື່​ມວນ​ຊົນ​ລາວ​ແລະ​ຈີນ​ທັງ​ໝົດ33ຄົນ​ໄດ້​ເຂົ້າ​ຮ່ວມ​ງານ​ສຳ​ມະ​ນາ​ເທື່ອ​ນີ້.

ງານ​ສຳ​ມະ​ນາ​ເທື່ອ​ນີ້​ມີ​ເນື້ອ​ໃນ​ຫຼາຍ​ດ້ານ,​​ເຊັ່ນ: ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄວາມ​ສາມາດ​ຂອງ​ນັກ​ຂ່າວ​ໃນ​ການ​ລາຍ​ງານ​ຂ່າວກ່ຽວ​ກັບ​ວຽກ​ງານ​ກອງ​ປະຊຸມ​ສາກົນ​ວ່າ​ດ້ວຍ​ປະຊາກອນ​ແລະ​ການ​ພັດທະນາ​ເງື່ອນ​ໄຂຂອງ​ລາວ,​ ການ​ສ້າງ​ຄວາມ​ກ້າວໜ້າ​ດ້ານ​ບົດບາດ​ຍິງ​ຊາຍ​ແລະ​ລົບ​ລ້າງ​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ,​​ດັ່ງ​ນີ້​ເປັນ​ຕົ້ນ.

ກອງ​ປະຊຸມ​ສາກົນ​ວ່າ​ດ້ວຍ​ການ​ພັດທະນາຄັ້ງ​ທຳ​ອິດ​ແມ່ນ​​ເລີ່​ມ​ຈັດ​ຂຶ້ນ​ຢູ່​ທີ່​ປະ​ເທດ​ເອຢິບ​ໃນ​ປີ1994.