ກົມ​ທະ​ເລ​​ແຫ່ງ​ຊາດ​ຈີນ​ປະກາດ​ຈຸດ​ພິກັດທາ​ງພູມສາດ71​​ບ່ອນ​ຂອງ​ເກາະ​ຕ້ຽວອີ​​ແລະເກາະດອນ​ທີ່ຂຶ້ນ​ກັບ​ເກາະ​ຕ້ຽວ​ອີ

(GMT+08:00) 2012-09-15 13:34:43     cri

ວັນ​ທີ 15 ກັນຍາ​ນີ້, ກົມ​ທະ​​ເລ​ແຫ່ງ​ຊາດ​ຈີນ​​ໄດ້​ປະກາດຈຸດ​ພິກັດທາງ​ພູມສາດ71​​ບ່ອນ​ຂອງ​ເກາະ​ຕ້ຽວອີ​​ແລະເກາະດອນ​ທີ່ຂຶ້ນ​ກັບ​ເກາະ​ນີ້ຢູ່​ເທິງ​ເວັບ​ໄຊ​ຂອງ​ກົມ​ດັ່ງກ່າວ​.

ຂະນະ​ດຽວ​ກັນ, ກົມ​ທະ​ເລ​ແຫ່ງ​ຊາດ​ຈີນ​ຍັງ​ໄດ້​ປະກາດຮູບ​ພາບ​ທີ່​ຕັ້ງ, ​ແຜນ​ວາດ ​ແລະ ຮູບພາບສາມ​ມິ​ຕິ​ສ່ວນ​ໜຶ່ງ​ກ່ຽວ​ກັບເກາະ​ຕ້ຽວອີ​​ແລະເກາະດອນ​ທີ່ຂຶ້ນ​ກັບ​ເກາະ​ນີ້​​ໃນ​ລະບົບ​ຕິດຕາມ​ວັດ​ແທກ​ເກາະດອນ​ທະ​ເລ,​ເພື່ອ​ໃຫ້​ມວນ​ຊົນຮູ້ສ​ະພາບ​ກ່ຽວ​ກັບເກາະ​ຕ້ຽວອີ​​ແລະເກາະດອນ​ຕ່າງໆ​ທີ່ຂຶ້ນ​ກັບ​ເກາະ​ນີ້​ລະອຽດຕື່ມ​ອີກ.