ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໃຫ້​ຄຳ​ຕອບກ່ຽວ​ກັບ​ເຫດການ​ຄົນ​ຍີ່ປຸ່ນ​ຖືກ​ທຸບ​ຕີ​ຢູ່​ນະຄອນ​ຊຽງ​ໄຮ

(GMT+08:00) 2012-09-15 13:54:54     cri

ໂດຍ​ແນ​ໃສ່​ເຫດການຄົນ​ຍີ່ປຸ່ນ​ຖືກ​ທຸບ​ຕີ​ຫຼາຍ​ເທື່ອ​ຢູ່​ນະຄອນ​ຊຽງ​ໄຮ, ​ໃນ​ກອງ​ປະຊຸມ​ຂ່າວ​ທີ່ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ14​ກັນຍາ​ນີ້, ທ່ານ​ຫົງ​ເຫຼີ​ຍ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ປະຊາຊົນ​ຈີນ​ມີ​ຄວາມ​ບໍ່ພໍ​ໃຈ​ຢ່າງ​ຮຸ​ນ​ແຮງ​ແລະ​ເດັດດ່ຽວ​ຄັດຄ້ານ​ການ​ກະທຳ​ຂອງ​ລັດຖະບານ​ຍີ່ປຸ່ນ​ທີ່ລ່ວງ​ລ້ຳ​ອະທິປະ​ໄຕ​ຜືນ​ແຜ່ນ​​ດິນ​ຂອງ​ຈີນ​ແລະ​ການ​ກະທຳທ້າ​ທາຍ​​ເກາະ​ຜິດ​ຂອງ​ອິດ​ທິກຳລັງ​ປີກ​ຂວາ​ຍີ່ປຸ່ນ, ​ແຕ່​ນີ້​ບໍ່​ແມ່ນ​ແນ​ໃສ່ຕໍ່​ປະຊາຊົນ​ຍີ່ປຸ່ນ. ຈີນ​ມີ​ຈຸດ​ຢືນ​ໃຫ້​ປະຊາຊົນ​ສະ​ແດງ​ຄວາມ​ຮ້ອງ​ຂໍ​ທີ່​ກ່ຽວຂ້ອງ​ຕາມ​ກົດໝາຍ​ແລະ​ມີ​ສະຕິ​ສຳ​ປະຊັນ​ຍະ.


ຂ່າວ​ແຈ້ງວ່າ, ​ໃນ​ຫຼາຍ​ມື້​ຜ່ານມາ​ນີ້, ຢູ່ນະຄອນ​ຊຽງ​ໄຮ​ໄດ້​ເກີດ​​ເຫດການ​ຄົນ​ຍີ່ປຸ່ນ​ຖືກ​ທຸບ​ຕີຫຼາຍ​ເທື່ອ, ​ຄົນ​ຍີ່ປຸ່ນ​ຫຼາຍ​ຄົນ​ໄດ້​ຮັບ​ບາດ​ເຈັບ. ​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ, ທ່ານ​ຫົງ​ເຫຼີ​ຍ​ໄດ້​ສະ​ແດງ​ທ່າ​ທີ​ດັ່ງກ່າວ. ທ່ານ​ຫົງ​ເຫຼີ​ຍກ່າວ​ວ່າ, ຈີນ​ແມ່ນ​ປະ​ເທດ​ທີ່​ປົກຄອງ​ດ້ວຍກົດໝາຍ, ຄວາມ​ປອດ​ໄພ​ທາງ​ຮ່າງກາຍ​ຂອງ​ຄົນ​ຍີ່ປຸ່ນ​ຢູ່​ຈີນ​ໄດ້​ຮັບ​ການ​ປົກ​ປ້ອງ​ຕາມ​ກົດໝາຍ.