ສິ້ນ​ສຸດ​ໄລຍະ​​ເຊົາການ​ປະມົງ​ໃນລະດູ​ຮ້ອນ​ຢູ່​ທະ​ເລ​ຈີນ​ຕາ​ເວັນ​ອອກ ​ເຮືອ​ປະມົງຂອງ​ຈີນ​ໝື່ນ​ກວ່າ​ລຳ​ຈະອອກ​​ເດີນທາງ​ເພື່ອ​ທຳ​ການ​ປະມົງ

(GMT+08:00) 2012-09-17 14:14:21     cri
ຕາມ​ຂ່າວສານ​ຊີ​ນຮວາ:ຕອນ​ທ່ຽງ​ຂອງ​ວັນ​ທີ 16 ກັນຍາ​ນີ້,​ໄລຍະເຊົາ​ການ​ປະມົງ​ໃນລະດູ​ຮ້ອນ​ຢູ່​ທະ​ເລ​ຈີນ​ຕາ​ເວັນ​ອອກ​ເປັນ​ເວລາ 3 ​ເດືອນ​ເຄິ່ງ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ,​ເຮືອ​ປະມົງ​ໝື່ນ​ກວ່າ​ລຳ​ຈາກ​ແຂວງ​ເຈີ້​ຈ່ຽງ​ແລະ​ແຂວງ​ຟູ​ຈ້ຽນຂອງ​ຈີນຈະ​ອອກ​​ເດີນທາງ​​ເພື່ອ​ທຳ​ການ​ປະມົງ.

ຜູ້​ຮັບຜິດຊອບ​ທີ່​ກ່ຽວຂ້ອງ​ຂອງ​ພະ​ແນ​ກທະ​ເລ​ແລະ​ການ​ປະມົງ​ແຂວງ​ເຈີ້​ຈ່ຽງກ່າວ​ວ່າ,ຈະ​ໃຊ້​ມາດ​ຕະການ​ທີ່ມີ​ການ​ກະທຳຕົວ​ຈິງ​ແລະ​ມີ​ປະສິດທິ​ຜົນ,​ເພີ່ມ​ທະວີ​ການ​ປ້ອງ​ກັນ​ການ​ປະມົງ​ແລະປົກ​ປັກ​ຮັກສາ​ສິດ​ອະທິປະ​ໄຕ​,​​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ,ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ເຮືອ​ປະມົງ​ຂອງ​ຈີນ,ຊົມ​ໃຊ້​ຊັບພະຍາກອນ​ດ້ານ​ການ​ປະມົງ​ຢູ່​ທະ​ເລ​ຈີນ​ຕາ​ເວັນ​ອອກ​ຢ່າງ​ສົມ​ເຫດ​ສົມ​ຜົນ.