ປະຊາຊົນ​ຮົງ​ກົງຈັດຕັ້ງ​ການ​ເດີນຂະ​ບວນພາຍ​ໃຕ້​ຄຳ​ຂວັນ: ລະລຶກ​ເຫດ​ການ​ໃນ​ວັນ​ທີ18ກັນຍາ​ປີ1931, ປົກ​ປັກ​ຮັກສາ​ເກາະ​ຕ້ຽວ​ອີ

(GMT+08:00) 2012-09-17 15:15:40     cri
ຕາມ​ຂ່າ​ວສານ​ຊິນ​ຮວາ: ຕອນ​ບ່າຍ​ວັນ​ທີ16ກັນຍາ​ນີ້, ປະຊາຊົນຮົງກົງຈີນ​ປະມານ5000ຄົນ​ໄດ້​ຈັດ​ຕັ້ງ​ການ​ເດີນ​ຂະ​ບວນພາຍ​ໃຕ້​ຄຳ​ຂວັນ​ເພື່ອ​ລະ​ລຶກ​ເຫດການ​​​ວັນ​ທີ18ກັນຍາ​ປີ1931, ປົກ​ປັກ​ຮັກສາ​ເກາະ​ຕ້ຽວ​ອີ, ດ້ວຍ​ຮູບ​ແບບ​​ສັນຕິພາບ​ແລະມີ​ເຫດມີຜົນ, ປະ​ທ້ວງ​ລັດຖະບານ​ຍີ່ປຸ່ນທີ່​ໄດ້​ດຳ​ເນີນ​ອັນ​ທີ່​ວ່າ"ການ​ຫັນ​ເປັນ​ຂອງ​ລັດ'ຕໍ່​ເກາະ​ຕ້ຽວ​ອີ​ແລະ​ເກາະ​ດອນ​ອ້ອມຮອບ​​ທີ່​ຂຶ້ນ​ກັບ​ເກາະ​ນີ້​ເຊິ່ງ​ເປັນ​ຜືນ​ແຜ່​ນດິນ​ຂອງຈີນ.