ຫໍສະ​ໝຸດ​ແຫ່ງ​ຊາດ​ຈີນ​ສະ​ແດງ​ເອກະສານ​ປະ​ຫວັດ​ສາດທີ່​ກ່ຽວຂ້ອງ​ກັບ​ເກາະ​ຕ້ຽວ​ອີ

(GMT+08:00) 2012-09-17 20:06:45     cri

\

ປຶ້ມທີ່ຊື່ວ່າ"ໂຈ່ວຮວງ-ລີວຊີວໂກຈີ້ເລ້"

ຕອນ​​ເຊົ້າ​ວັນ​ທີ 17 ກັນຍາ​ນີ້, ​ໃນ​ຖານະ​ທີ່​ເປັນສາງ​ສຳ​ເນົາ​ເອກະສານ​ຂອງ​ຈີນ, ຫໍສະໝຸດ​ແຫ່ງ​ຊາດ​ຈີນ​ໄດ້​ເລືອກ​ເອົາ​​ເອກະສານ​ຕ່າງໆ​ ​​ເຊັ່ນ,ປຶ້ມ​ສະ​ໄໝ​ບູຮານ, ​ແຜນ​ທີ່ ​ແລະ ໜັງສືພິມ​ທີ່​ກ່ຽວ​ພັນ​ເຖິງ​ເກາະ​ຕ້ຽວ​ອີ​ແລະ​ເກາະ​ດອນ​ທີ່​ຂຶ້ນ​ກັບ​ເກາະ​ຕ້ຽວ​ອີ​ຫຼາຍສິບ​ສະບັບ​ເພື່ອ​ນຳ​ມາ​ວາງສະ​ແດງ, ​ເອກະສານ​ເຫຼົ່າ​ນີ້​ໄດ້​ຢັ້ງຢືນ​ໃຫ້​ເຫັນຢ່າງ​ເຕັມທີ່​ວ່າ​ຈີນ​ແມ່ນ​ປະ​ເທ​ດທີ່​ປະກົດ​ເຫັນ,ຕັ້ງ​ຊື່ ​ແລະ ​ນຳ​ໃຊ້ຕໍ່​ເກາະ​ຕ້ຽວ​ອີ, ພ້ອມ​ທັງ​ສະພາບ​ຕົວ​ຈິງ​ໃນ​ປະ​ຫວັດ​ສາດ​ທີ່​ຈີນ​ຄຸ້ມ​ຄອງ​ເກາະ​ຕ້ຽວ​ອີ​ເປັນ​ເວລາ​ຍາວ​ນານ.

ປຶ້ມທີ່ຊື່ວ່າ"ຈູ້ໄຫທູປ່ຽນ"

ເອກະສານ​ປະ​ຫວັດ​ສາດ​ທີ່ນຳ​ມາ​ວາງ​ສະ​ແດງ​ອອກ​​ເທື່ອ​ນີ້​ໄດ້​ຢັ້ງ​ຢືນວ່າ, ຈີນ​​ໄດ້​ໄດ້​ຄົ້ນ​ພົບ​​ເກາະ​ຕ້ຽວ​ອີ​ຢ່າງ​ຊ້າ​ໃນ​ຕົ້ນ​ສັດຕະວັດ​ທີ 15, ​ ​ຄຸ້ມ​ຄອງ​​ເກາະ​ຕ້ຽວ​ອີ​​​ໃນ​ຖານະ​ເປັນເກາະ​ດອນ​ທີ່​ຂຶ້ນ​ກັບ​ໄຕ້​ຫວັນ, ​ຈັດ​ເອົາ​ເກາະ​ຕ້ຽວ​ອີ​ເຂົ້າ​ໃນ​ແຜນ​ທີ່​ຈີນ​ໂດຍ​​ເປັນ​ເຂດ​ປ້ອງ​ກັນ​ທາງ​ທະ​ເລ, ສະ​ນັ້ນ, ​ເກາະ​ຕ້ຽວ​ອີ​​​ບໍ່​ແມ່ນ"ສະຖານ​ທີ່​ທີ່​ບໍ່​ມີ​ເຈົ້າຂອງ"ຢ່າງ​ເດັດຂາດ. ໃນ​ປີ1885,ລັດຖະບານ​ເມ​ຈີ​ຍີ່ປຸ່ນ​ຜ່ານ​ການ​ສຳ​ຫຼວດຂອງເຈົ້າ​ໜ້າ​ທີ່​ແຂວງ​ໂອ​ກີ​ນາວາ​ ​ ປະກົດ​ເຫັນວ່າ​ເກາະ​ຕ້ຽວ​ອີ​ແມ່ນ​ເກາະ​ທີ່​ບໍ່​ມີ​ຄົນອາ​ໄສ​ຢູ່,ສະ​ນັ້ນ​ຈິ່ງ​ຈັດ​ເອົາ​​ເກາະ​ຕ້ຽວ​ອີ​ເຂົ້າ​ເປັນ​ຜືນ​ແຜ່ນດິນ​ຂອງຍີ່​ປຸ່ນ. ຍີ່​ປຸ່ນປ່ຽນ​ມະ​ໂນ​ພາບ, ​ໃຊ້"​ເກາະ​ທີ່ບໍ່​ມີ​ຄົນອາ​ໄສ​ຢູ່ມາ​ແທນເກາະ​ທີ່​ບໍ່​ມີ​ເຈົ້າຂອງ", ​ສະ​ນັ້ນ,ຄຳ​ເວົ້າ​ອັນ​ທີ່​ວ່າ​ ຍີ່​ປຸ່ນ​ອີງ​ຕາມ​ຫຼັກການ​ທີ່"ຄຸ້ມຄອງ​ກ່ອນ"ນັ້ນ​ໄດ້​ຮັບ"ອະທິປະ​ໄຕ​"​ເໜືອ​ເກາະ​ຕ້ຽວ​ອີ​​ແມ່ນປີ້ນ​ກັນ​ປະຫວັດສາດ​ທັງ​ໝົດ. ບໍ່​ວ່າ​ຍີ່​ປຸ່ນຈະ​ຍຶດເອົາ​ເກາະ​ຕ້ຽວ​ອີ ​ເຊິ່ງ​ເປັນ​ຜືນ​ແຜ່ນດິນ​ຂອງ​ຈີນ​ໃນ​ທ້າຍ​ສັດຕະວັດ​ທີ 19 ,ຫຼື​ວ່າ​ອາ​ເມ​ລິ​ກາມ​ອບ​ເກາະ​ຕ້ຽວ​ອີ​ໃຫ້​ຍີ່​ປຸ່ນ​ແຕ່ພຽງ​ຝ່າຍ​ດຽວ​ໃນ​ຊຸມ​ປີ 1970, ລ້ວນ​ແຕ່​ບໍ່ສາມາດປ່ຽນ​ແປງ​ສະພາບຄວາມ​ເປັນ​ຈິງ​ທີ່​ເກາະ​ຕ້ຽວ​ອີ​​ແມ່ນ​ຜືນ​ແຜ່ນດິນ​ຂອງ​ຈີ​ນ​ໄດ້.

ປຶ້ມທີ່ຊື່ວ່າ"ເສລີວຊີວລູ້"