ຈີນ​ມີ​ປະຕິກິລິຍາ​ກ່ຽວ​ກັບຄວາມ​ເວົ້າ​ທີ່​ທ່ານ​ປາ​ເນັດຕາ​ເປັນ​ຜູ້​ໄກ່​ເກ່ຍ, ຫວັງ​ວ່າ​ອາ​ເມ​ລິກາຈະ​ຢືນ​ຢູ່​ໃນ​ຄວາມ​ເປັນ​ກາງ​​ໃນ​ບັນຫາ​ເກາະ​ຕ້ຽວ​ອີ

(GMT+08:00) 2012-09-18 10:28:33     cri
ຕາມ​ຂ່າວ:CRI ວັນ​ທີ 17 ກັນຍາ​ນີ້​ຢູ່​ທີ່​ປັກ​ກິ່ງ, ທ່ານ​ຮົງ​ເຫຼີ​ຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຫວັງ​ວ່າ​ອາ​ເມ​ລິ​ກາຈົ່ງ​ປະຕິບັດ​ຕາມຈຸດ​ຢືນ​ທີ່​ເປັນກາງ​ຂອງ​ຕົນນ​ກ່ຽວ​ກັບ​ບັນຫາ​ເກາະ​ຕ້ຽວ​ອີ​ຢ່າງ​ແທ້​ຈິງ.

​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 17 ກັນຍາ​ນີ້, ມີ​ນັກ​ຂ່າວ​ຖາມ​ວ່າ, ທ່ານ​ລີ​ອ໋ອນ ປາ​ເນັດຕາ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ກ່າວວາ, ຫວັງ​ວ່າ​ຕົນ​ເອງສາ​ມາດ​​​ເປັນ​ຜູ້​​ໄກ່​ເກ່ຍ​ໃນ​ບັນຫາ​ເກາະ​ຕ້ຽວ​ອີ. ​ກ່ອນ​ໜ້າ​ທີ່, ​ເຈົ້າ​ໜ້າ​ທີ່​ຜູ້​ໜຶ່ງ​ຂອງກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ເຄີຍ​ກ່າວ​ວ່າ, "ສົນທິສັນຍາ​ປ້ອງ​ກັນ​ຄວາມ​ປອດ​ໄພ​ອາ​ເມ​ລິ​ກາ​ຍີ່ປຸ່ນ"​​ແມ່ນ​ສາມາດ​ໃຊ້​ກັບ​ເກາະ​ຕ້ຽວ​ອີ, ຈີນ​ມີ​ຄວາມ​ເຫັນ​​ແນວ​ໃດ​ຕໍ່​ເລື່ອງ​ນີ້?

​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ, ທ່ານຮົງ​ເຫຼີ​ຍ​ກ່າວ​ວ່າ, ຈີນ​ໄດ້ຊີ້​ໃຫ້​ເຫັນ​ຈຸດ​ຢືນຂອງ​ຕົນ​ກ່ຽວ​ກັບ"ສົນທິສັນຍາ​ປ້ອງ​ກັນ​ຄວາມ​ປອດ​ໄພ​ອາ​ເມ​ລິ​ກາ​ຍີ່ປຸ່ນ"​ຫຼາຍ​ເທື່ອ​ແລ້ວ. ສັນຍາ​ດັ່ງກ່າວ​ແມ່ນ​ເຊັນກັນ​ໃນ​ໄລຍະ​ສົງຄາມ​ເຢັນ, ບໍ່​ຄວນ​ທຳລາຍ​ຜົນ​ປະ​ໂຫຍ​ດຂອງ​ຝ່າຍ​ທີ​ສາມ​​ເຊິ່ງລວມທັງ​ຈີນ.