​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ: ຈີນຕໍ່ວ່າ​ທັກ​ທ້ວງ​ຢ່າງ​​​ເຄັ່ງ​ຂືມຕໍ່​ຍີ່ປຸ່ນ​ກ່ຽວ​ກັບພວກ​ຝ່າຍ​ຂວາຍີ່ປຸ່ນຂຶ້ນ​ເກາະ​ຕ້ຽວ​ອີ

(GMT+08:00) 2012-09-18 15:58:33     cri
ຕາມຂ່າວສານ​ຊິນ​ຮວາ: ວັນ​ທີ​18ກັນຍາ​ນີ້, ທ່ານຫົງ​ເຫຼີ​ຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ພວກ​ຝ່າຍ​ຂວາ​ຂອງຍີ່ປຸ່ນ​ຂຶ້ນ​ເກາະ​ຕ້ຽວ​ອີ​ວ່າ, ຈີນ​ໄດ້​ຕໍ່​ວ່າ​ທັກ​ທ້ວງ​ຢ່າງ​​​ເຄັ່ງ​ຂືມຕໍ່​ຍີ່ປຸ່ນ, ຮຽກຮ້ອງ​ໃຫ້​ຍີ່ປຸ່ນ​​ອະທິບາຍ​ຕໍ່​ການ​ກະທຳ​ທີ່​ປ່ອຍປະລະເລີຍຕໍ່ພວກຝ່າຍ​ຂວາ.

ທ່ານ​ຫົງ​ເຫຼີ​ຍ​ກ່າວ​ຄວາມ​ເວົ້າ​ດັ່ງກ່າວ​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ພວກ​ຝ່າຍ​ຂວາຂອງ​ຍີ່ປຸ່ນ2ຄົນ​ໄດ້​ຂຶ້ນ​ເກາະ​ຕ້ຽວ​ອີ​ໃນ​ວັນ​ທີ18ກັນຍາ​ນີ້.

ທ່ານ​ຫົງ​ເຫຼີ​ຍກ່າວ​ວ່າ, ພວກ​ຝ່າຍ​ຂວາ​ຍີ່ປຸ່ນຂຶ້ນ​ເກາະ​ຕ້ຽວ​ອີ​ທີ່​ເປັນ​ດິນ​ແດນ​ຈີນ​​ແມ່ນ​ການ​ປະພຶດທີ່​ຜິດ​ກົດໝາຍທີ່​ທ້າ​ທາຍ​ເກາະ​ຜິດ​ຢ່າງ​ຮ້າຍ​ແຮງ​​ທີ່​​ເປັນ​ການລ່ວງ​ລະ​ເມີດ​ອະທິປະ​ໄຕ​ຕໍ່​ຜືນ​ແຜ່ນດິນ​ຈີນ, ຈີນ​ໄດ້​ຕໍ່ວ່າ​ທັກ​ທ້ວງ​ທີ່ຮຸນ​ແຮງ​ຕໍ່​ຍີ່ປຸ່ນ, ຮຽກຮ້ອງ​ໃຫ້​ຍີ່ປຸ່ນ​ອະທິບາຍ​ຕໍ່​ການ​ກະທຳ​ທີ່​ປ່ອຍປະລະເລີຍຕໍ່​ພວກຝ່າຍ​ຂວາ. ພວກຂ້າພະ​ເຈົ້າເຕືອນ​ໃຫ້​ຍີ່ປຸ່ນ​ນຳ​ໃຊ້​ມາດ​ຕະການ​ທີ່ມີ​ປະສິດທິ​ຜົນ, ຢຸດຕິ​ທຸກການກະທຳ​ທີ່​ອາດ​ຈະ​ເຮັດ​ໃຫ້​ສະຖານະ​ການ​ແລະ​ຄວາມ​ຂັດ​ແຍ່ງ​ກັນທະວີ​ຄວາມ​ຮຸນ​ແຮງ​ຂຶ້ນ. ພ້ອມ​ກັນ​ນັ້ນ, ຈີນ​ຈະສະຫງວນ​ສິດ​ນຳ​ໃຊ້​ມາດ​ຕະການ​ຕື່ມ​ອີກ.