ແຜນ​ທີ່​ສະ​ເພາະເກາະ​ຕ້ຽວ​ອີ​ແລະ​ເກາະດອນ​ທີ່​ຂຶ້ນ​ກັບ​ເກາະ​ຕ້ຽວ​ອີ​ພິມ​ຈຳໜ່າຍ​ຢ່າງ​ເປັນ​ທາງ​ການ

(GMT+08:00) 2012-09-19 10:04:42     cri
ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 18 ກັນຍາ​ນີ້, ທ່ານ​ຮົງ​ເຫຼີ​ຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ​ເກາະ​ຕ້ຽວ​ອີ​ແລະ​ເກາະດອນ​ທີ່​ຂຶ້ນ​ກັບ​ເກາະ​ຕ້ຽວ​ອີ​ແມ່ນ​ດິນ​ແດນ​ຂອງ​ຈີນ. ຕາມ​ຂໍ້​ກຳນົດ​ທີ່​ກ່ຽວຂ້ອງ, ບໍລິສັດ​ພິມ​ຈຳໜ່າຍ​ແຜນ​ທີ່​ຂອງ​ຈີນ​ໄດ້​ສຳ​ເລັດ​ວຽກ​ງານ​ຮຽບຮຽງ​ແຜນ​ທີ່​ສະ​ເພາະ"​ເກາະ​ຕ້ຽວ​ອີ​ແລະ​ເກາະດອນ​ທີ່​ຂຶ້ນ​ກັບ​ຕ້ຽວ​ອີ​ຂອງ​ຈີນ"​ເປັນ​ທີ່​ຮຽບຮ້ອຍ​ແລ້ວ. ​ແຜນ​ທີ່​ດັ່ງກ່າວ​ໄດ້​ພິມ​ຈຳໜ່າຍ​ໃນ​ວັນ​ທີ 18 ກັນຍາ​ນີ້​ຢ່າງ​ເປັນ​ທາງ​ການ​ແລ້ວ, ນີ້​ແມ່ນ​ມາດ​ຕະການ​ລະອຽດ​ອີກ​ອັນໜຶ່ງ​ທີ່​ລັດຖະບານ​ຈີນ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ຕໍ່​ເກາະ​ຕ້ຽວ​ອີ​ແລະ​ເກາະດອນ​ທີ່​ຂຶ້ນ​ກັບ​ເກາະ​ຕ້ຽວ​ອີ.