ການ​ກະທຳ"ຊື້​ເກາະ"ມີ​ຜົນ​ກະທົບ​ຕໍ່​ການ​ຮ່ວມ​ມື​ທາງ​ດ້ານເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ, ຝ່າຍ​ຍີ່ປຸ່ນຕ້ອງ​ເປັນ​ຜູ້​ຮັບຜິດຊອບ​ພຽງ​ຝ່າຍ​ດຽວ

(GMT+08:00) 2012-09-20 10:52:48     cri
ວັນ​ທີ 19 ກັນຍາ​ນີ້​ໃນ​ງານ​ຖະ​ແຫຼ​ງຂ່າວ​ປະຈຳ​​ເດືອນ​ທີ່​ກະຊວງ​ການ​ຄ້າ​ຈີນ​ຈັດ​ຂຶ້ນ​ນັ້ນ, ທ່ານ​ເສີນດ່ານຢາງ, ​ໂຄສົກ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ການ​ກະທຳ"ຊື້​ເກາະ"ຂອງ​ຍີ່ປຸ່ນ​ແມ່ນ​ການ​ລ່ວງ​ລ້ຳ​ສິດ​ອະທິປະ​ໄຕ​ຂອງ​ຈີນ​ຢ່າງ​ຮ້າຍ​ແຮງ, ​ໄດ້​​ເປັນ​ສາ​ເຫດ​ເຮັດ​ໃຫ້​ປະຊາຊົນ​ຈີນ​ທົ່ວ​ປະ​ເທດ​ມີ​ຄວາມ​ຄຽດ​ແຄ້ນ​ແລະ​ຄັດຄ້ານ​ຢ່າງ​ເດັດດ່ຽວ, ​ຊຶ່ງ​ມີ​ຜົນ​ກະທົບ​ຕໍ່​ການຂະຫຍາຍ​ການພົວພັນ​ດ້ານເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ​ຢ່າງ​ແນ່ນອນ. ນີ້​ແມ່ນ​ເລື່ອງ​ທີ່​ຈີນ​ບໍ່​ຢາກ​ເຫັນ, ຝ່າຍຍີ່ປຸ່ນຕ້ອງ​ເປັນ​ຜູ້​ຮັບຜິດຊອບພຽງ​ຝ່າຍ​ດຽວ​ຕໍ່​ເລື່ອງ​ນີ້.

ກ່ຽວ​ກັບ​ເລື່ອງ​ທີ່​ມີ​ສື່​ມ່ວນ​ຊົນ​ລາຍ​ງານ​ວ່າ, ຫວ່າງ​ມໍ່ໆ​ມາ​ນີ້​ມີ​ວິ​ສາ​ຫະກິດ​ຂອງ​ຍີ່ປຸ່ນ​ຈຳນວນ​ໜ້ອຍ​ໜຶ່ງ​​ໄດ້​ຖືກ​ທຳລາຍ, ທ່ານ​ເສີນ​ດ່ານຢາງ​ກ່າວ​ວ່າ, ກະຊວງ​ການ​ຄ້າ​ຈີນ​ສະໜັບສະໜູນ​ການ​ກະທຳທີ່​ສະ​ແດງ​ອອກ​ເຖິງ​ຄວາມ​ຮັກ​ຊາດ​ທີ່​ຊອບ​ດ້ວຍກົດໝາຍ​ຢ່າງ​ເດັດດ່ຽວ, ພ້ອມ​ກັນ​ນັ້ນກໍ​ຄັດຄ້ານ​ການທຸບ​ຕີ ທັບ​ມ້າງ ຈູດ​ເຜົາ​ແລະ​ປຸ້ນ​ຈີ້ທຸກ​ຢ່າງ; ຈີນ​ແມ່ນ​ປະ​ເທດ​ທີ່​ປົກຄອງ​ດ້ວຍ​ກົດໝາຍ, ສິດ​ແລະ​ຜົນ​ປະ​ໂຫຍ​ດທີ່​ຊອບ​ດ້ວຍກົດໝາຍ​ຂອງ​ວິ​ສາ​ຫະກິດ​​ຕ່າງປະ​ເທດ​ແມ່ນ​ຈະໄດ້​ຮັບ​ການ​ປົກ​ປ້ອງ​ດ້ວຍ​ກົດໝາຍຂອງ​ຈີນ, ​ເຊື່ອ​ວ່າ​ປະຊາຊົນຈີນ​ສ່ວນ​ຫຼາຍ​ສາມາດ​ສະ​ແດງ​ຄວາມ​ຮຽກ​ຮ້ອງ​ຂອງ​ຕົນ​ດ້ວຍ​ຄວາ​ມອົດທົນ, ຄິດ​ໃຫ້​ຮອບ​ຄອບ​ແລະ​ປະຕິບັດ​ຕາມ​ກົດໝາຍ​ທຸກ​ປະການ.