ຄວາມ​ເປັນ​ຈິງ​ຂອງ​ຄະ​ດີ​ສັງ​ຫານ​ລູກ​ເຮືອ​ຈີນ​ຕາມ​ລຳ​ແມ່​ນ້ຳ​ຂອງ

(GMT+08:00) 2012-09-20 14:25:34     cri
ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ:ວັນ​ທີ20​ກັນຍາ​ນີ້,ສານ​ປະຊາຊົນ​ຂັ້ນ​ກາງ​ນະຄອນ​ຄຸນ​ມິ​ງ​ແຂວງ​ຢຸນນານ​ຈີນ​ໄດ້​​ດຳ​ເນີນ​ຄະດີ​ ​ສັງຫານ​ລູກ​ເຮືອ​ຈີນ​ຕາມ​ລຳ​ແມ່​​ນ້ຳຂອງ.ຊຶ່ງ​ມີຈຳ​ເລີຍ​ສັນຊາດ​ຕ່າງປະ​ເທດ​ຫຼາຍ​ຄົນ​ເຊັ່ນ​ທ້າວໜໍ່​ຄຳ​ພ້ອມ​ພັກ​ພວກ​ໄດ້ຖືກ​ສົ່ງ​ຕົວ​ຂຶ້ນ​ສານຮັບຟັງ​ການ​ໄຕ່​ສວນ​ຢ່າງ​ເຄັ່ງຄັດຕາມ​ກົດໝາຍ​ຈີນ.

ວັນ​ທີ5​ຕຸລາ​ປີ2011ຜ່ານມາ,​ເຮືອບຸນ​ທຸກ​ສິນຄ້າ​ຂອ​ງຈີນ2​ລຳ​ຄື​ເຮືອ"ຮວາ​ຜິ​ງ"​ແລະ​"ອີ້​ຊິງ​ເລກ8"ຖືກ​ປຸ້ນ​ຈີ້​ດ້ວຍ​ກຳລັງ​ອາວຸດ​ຢູ່​ຕາມ​ລຳ​​ແມ່​ນ້ຳຂອງ,ລູກ​ເຮືອ​ຈີນ13​ຄົນ​ຖືກ​ສັງຫານ​ຢ່າງ​ໂຫດຮ້າຍ.

ພາຍຫຼັງ​ຕຳຫຼວດ​ຈີນ​ໄດ້​ທຳ​ຄວາມ​ພະຍາຍາມ​ດ້ວຍ​ຄວາມຫຍຸ້ງ​ຍາກ​ລຳບາກ,​ແລະ​ຮ່ວມ​ມື​ປະສານ​ງານ​ກັບ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຂອງ​ປະ​ເທດ​ທີ່ກ່ຽວຂ້ອງ​ເປັນ​ເວລາ10​ເດືອນ​​ແລະ​ໃນ​ທີ່​ສຸດ​ຄວາມ​ເປັນ​ຈິງຂອງ​ເຫດການ​ຈິ່ງ​ຖືກ​ເຜີຍ​ແ​ບອອກ​ມາ,ສະມາຊິກ​ສຳຄັນ​ຂອງ​ກຸ່ມ​ອາ​ຊະ​ຍາ​ກຳ​ທີ່​ນຳ​ໂດຍ​ທ້າວ​ໜໍ່​ຄຳ​ຖືກ​ຈັບ​ຕົວ​ຕາມ​ລຳດັບ.

ເຂດ​ສາມຫຼ່ຽມ​ຄຳ​ຊຶ່ງ​ເປັນ​ສະຖານ​ທີ່​ຜະລິດ​ຢາ​ເສບ​ຕິດ​ທີ່​ສຳຄັນ​ຂອງ​ອາຊີ​ອາຄະ​ເນ,ທ້າວ​ໜໍ່​ຄຳ​ຖືກ​ພວກ​ປະກອບ​ອາວຸດ​ເອີ້ນ​ວ່າ"​ເຈົ້າ​ພໍ່"ຊຶ່ງ​ເປັນ​ຜູ່​ຄຸ້ມ​ຄອງ​ກຸ່ມ​ຄ້າ​ຢາ​ເສບ​ຕິດ​ດ້ວຍ​ກຳລັງ​ອາວຸດ​ຢ່າງ​ຜິດ​ກົດໝາຍ​ກຸ່ມ​ໃຫຍ່​ທີ່​ສຸດ​ຢູ່​ເຂດ​ສາມຫຼ່ຽມ​ຄຳຕາມ​ລຳ​ແມ່​ນ້ຳຂອງ.

ທ່ານ​ຫານ​ຊູ​ກວ່າ​ງ ສະມາຊິກ​ໜ່ວຍ​ງານ​ສືບສວນ​ຄະດີ,ຮອງ​ຫົວໜ້າ​ກົມ​ປາບ​ປາມ​ຢາ​ເສບ​ຕິດ​ກະຊວງ​ປ້ອງ​ກັນ​ຄວາ​ມສະຫງົບຈີນ​​ໃຫ້​ຮູ້​ວ່າ:ຕາມ​ການ​ສືບສວນ​ຂອງ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ແລະ​ຄຳ​ສາລະພາບ​ຂອງ​ຜູ້ຕ້ອງ​ຫາ​ໃຫ້​ຮູ້​ວ່າ:ກຸ່ມ​ຄ້າ​ຢາ​ເສບ​ຕິດ​ຂອງທ້າວ​ໜໍ່​ຄຳ​ລອບ​ສັງຫານ​ຄົນ​ຈີນ​ຢ່າງ​ໂຫດຮ້າຍ​ແມ່ນ​ມີ​ສາ​ເຫດ​ສອງ​ດ້ານ,ຄື​ໜຶ່ງ,ກຸ່ມ​ທ້າວ​ໜໍ່​ຄຳ​ສົງ​​​​ໄສ​ວ່າ​ເຮືອ​ຈີນສອງ​ລຳ​ທີ່​ຊື່ວ່າ"ຮວາ​ຜິ​ງ"​ແລະ"ອີ້​ຊິງ​ເລກ8"ດຳ​ເນີນ​ການ​ຄ້າ​ຢາ​ເສບ​ຕິດ​ກໍ່​ເລີຍ​ຮຽກ​ຄ່າ​ຄຸ້ມ​ຄອງແຕ່​ຖືກ​ປະຕິ​ເສດ.ສາ​ເຫດ​ທີ​ສອງ​ແມ່ນ​ແກ້​ແຄ້ນ​ຕໍ່​ເຮືອຈີນ​ທີ່​ຖືກ​ກອງທັບ​ມຽນມາ​ເກນ​ໃຊ້​ໃນ​ການ​ປາບ​ປາມ​ກຸ່ມ​ທ້າວ​ໜໍ່​ຄຳ.

ທ່ານ​ຊີ​ອີ້ ຫົວໜ້າ​ຈຸ​ສອບສວນ​ຂອງ​ໜ່ວຍ​ສືບສວນ​ຄະດີ,ຮອງ​ຫົວໜ້າ​ກອງ​ໃຫຍ່​ສືບສວນ​ອາຍາ​ພະ​ແນ​ກປ້ອງ​ກັນ​ຄວາ​ມສະຫງົບ​ແຂວງ​ຢຸນ​ນານ​ກ່າວ​ວ່າ:ມີ​ທະຫານ​ໄທ​ທີ່​ບໍ່​ດີອີກ9​ຄົນ​ທີ່ມີ​ສ່ວນ​ຮ່ວມ​ໃນ​ການ​ກໍ່​ຄະດີ,ຕາມ​ຮູ້​ວ່າ,ນາຍ​ທະຫານ​ທີ່​ເປັນ​ຫົວໜ້າ​ຂອງ​ທະ​ຫານ​ໄທ​9​ຄົນ​ດັ່ງ​ກ່າວ​ທີ່​ກໍ່​ຄະດີ​ແມ່ນ​ມີ​ຈຸດປະສົງ​ເພື່ອ​ຮິບ​ຢາ​ເສບ​ຕິດ​ເພື່ອ​ສ້າງ​ຜົນ​ງານ​ໃນ​ການ​ເລື່ອນ​ຕຳ​ແໜ່​ງ​ໃນ​ຕໍ່​ໜ້າ.​ຕາມ​ຜູ້​ຕ້ອງ​ຫາ​ສາ​ລະ​ພາບ​ໃຫ້​ຮູ້​ວ່າ:ກຸ່ມ​ທ້າວ​ໜໍ່​ຄຳ​ສົມ​ຮູ້​ຮ່ວມ​ຄິດ​ກັບ​ກຸ່ມທະຫານ​ໄທ​ທີ່​ບໍ່​ດີ​ແມ່ນ​ເພື່ອ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ທະຫານ​ໄທ​ທີ່​ບໍ່​ດີ​ໃນ​ການ​ສະໜອງ​ທ່າ​ເຮືອ​ແຫ່ງ​ໜຶ່ງຢູ່​ທ່າ​ເຮືອ​ຊຽງ​ແສນຂອງ​ໄທ​ໃຫ້​ເຂົາ​ເຈົ້າ,​ພ້ອມ​ທັງ​ອຳ​ນວຍ​ຄວາມ​ສະດວກ​ແລະ​ການ​ປົກ​ປ້ອງ​ໃຫ້​ແກ່​ເຂົາ​ເຈົ້າ​ໃນ​ການ​ຂົນ​ສົ່ງ​ຢາ​ເສບ​ຕິດ​ໃນ​ຕໍ່​ໜ້າ.​ທະ​ຫານ​ໄທ​ທີ່​ບໍ່​ດີ​ກຸ່ມ​ນີ້ຍັງ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ສະ​ໜອງ​ອາວຸດ​ຈຳ​ນວນ​ໜຶ່ງ​ໃຫ້​ກຸ່ມ​ທ້າວ​ໜໍ່​ຄຳ.

ທ່ານ​ຫຼິວ​ເຢ້ຈິ້ນ ຫົວໜ້າ​ກົມປາ​ບປາມ​ຢາ​ເສບ​ຕິດ​ກະຊວງ​ປ້ອງ​ກັນ​ຄວາ​ມສະຫງົບ​ຈີນ,ຫົວໜ້າ​ໜ່ວຍ​ສືບສວນ​ຄະດີ​ ​ທ້າວ​ໜໍ່​ຄຳ​ສັງຫານ​ລູກ​ເຮືອ​ຈີນ​ຕາມ​ລຳ​ແມ່​ນ້ຳຂອງ​ກ່າວ​ວ່າ:ຕາມ​ສົນທິສັນຍາ​ສາກົນ​ແລະ​ກົດໝາຍຂອງ​ຈີນ,​ເຮືອ​ທີ່​ຖືກ​ປຸ້ນ​ຈີ້​ໃນ​ຄະດີ​ນີ້​ແມ່ນ​ຈົດ​ທະບຽນ​ຢູ່​ຈີນ​ແລະ​ຕິດ​ທຸງຊາດ​ຈີນ,ຜູ່​ເສຍ​ຊີວິດ​ແມ່ນ​ພົນລະ​ເມືອງ​ຈີນ,ສະ​ນັ້ນ,ຈີນ​ມີ​ສິດ​ຄຸ້ມ​ຄອງ​ຕໍ່​ຄະດີ​ນີ້.ທ່ານ​ກ່າວ​ວ່າ:ມຽນມາ​ແລະ​ໄທ​ລ້ວນ​ແຕ່​ຢາກ​ໄຕ່ສວນ​ຄະດີ​ນີ້​ດ້ວຍ​ຕົນ​ເອງ,ທ້າວ​ໜໍ່​ຄຳ​ແມ່ນ​ຄົນ​ມຽນມາ,​​ໃນ​ຂະນະ​ດຽວ​ກັນ,ຄະດີ​ແມ່ນ​​ເກີດ​ຂຶ້ນ​ຢູ່​ໄທ.​ແຕ່​ພາຍຫຼັງ​ຫຼາຍ​ຝ່າຍ​ປຶກສາ​ຫາລື​ກັນ​ແລ້ວ​ກໍ່​ເຫັນ​ດີ​ມອບ​ຄະດີ​ນີ້​ໃຫ້​ຈີນ​ເປັນ​ຜູ້ດຳ​ເນີນ​ຄະດີ.

ການ​ໄຕ່​ສວນ​ໄດ້​ເລີ່​ມດຳ​ເນີນແຕ່​ວັນ​ທີ20​ກັນຍາ​ນີ້​ແລ້ວ,ຖ້າວ່າຂໍ້​ກ່າວ​ຫາ​ມີ​ຫຼັກ​ຖານ​ອ້າງ​ອີງ​ຢ່າງ​ຄົບ​ຖ້ວນ,ທ້າວ​ໜໍ່​ຄຳ ​ກໍ່​ອາດ​ຈະ​ຖືກ​ຕັດ​ສິນ​ປະ​ຫານ​ຊີ​ວິດ.​ຫວ່າງ​ມໍ່ໆ​ນີ້,​ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ຢູ່​ບ່ອນຄຸມ​ຂັງ​ແຫ່ງ​ໜຶ່ງ​ທີ່​ຢູ່​ທາງ​ຕິດຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ນະ​ຄອນ​ຄຸນ​ມິ​ງ,ທ້າວ​ໜໍ່​ຄຳ​ກ່າວ​ວ່າ:ການ​ກະທຳ​ຂອງ​ຂ້ອຍ​ໃນ​ຄັ້ງ​ນີ້​ແມ່ນ​ຄວາມ​ຜິດ​ອັນ​ຮ້າຍ​ແຮງ,ຂ້ອຍ​ຂໍ​ໂທດ​ນຳ​ລູກ​ເຮືອນ​ຈີນ13​ຄົນ​ທີ່​ເສຍ​ຊີວິດ,ຂໍ​ໂທດ​ນຳ​ຄອບ​ຄົວ​ຂອງ​ຜູ່​ຖືກ​ເຄາະຮ້າຍ.