ບັນຫາ​ເກາະ​ຕ້ຽວ​ອີ​ເປັນ​ການ​ທົດ​ສອບ​ຕໍ່​ຄວາມ​ພິກ​ໄຫວ​ທາງ​ການ​ເມືອງ​ຂອງ​ອາ​ເມ​ລິ​ກາ

(GMT+08:00) 2012-09-20 11:10:51     cri
ໜັງສື​ພິມ​ປະຊາຊົນ​ລາຍ​ວັນ​ຂອງ​ຈີນ​ສະບັບ​ວັນ​ທີ20​ກັນຍາ​ພິມ​ບົດ​ຄວາມ​​ໂດ​ຍຊີ້​ອອກ​ວ່າ, ​ເຄົາລົບ​ຜົນ​ປະ​ໂຫຍ​ດ​ຕົ້ນຕໍແລະ​​ເອົາ​ໃຈ​ໃສ່​ຄວາມສຳຄັນ​ເຊິ່ງກັນ​ແລະ​ກັນ, ​ແມ່ນ​​ປັດ​​ໄຈ​ພື້ນຖານ ​ເພື່ອ​ຮັບປະກັນ​ໃຫ້ການ​ພົວພັນ​ຈີນ​ອາ​ເມ​ລິ​ກາ​ຂະຫຍາຍຕົວ​ຢ່າງ​ໜັກ​ແໜ້ນ, ທັງ​ເປັນ​ເງື່ອນ​ໄຂ​ສຳຄັນ​ທີ່​​ເຮັດໃຫ້​ຈີນ​ແລະ​ອາ​ເມ​ລິ​ກາ​ຮ່ວມ​ກັນ​ຄົ້ນຄວ້າ​ສ້າງສາ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດມະຫາ​ອຳນາດ​ແບບ​ໃໝ່. ພາຍ​ໃຕ້​ສະຖານະ​ການ​ປະຈຸ​ບັນ, ​​ແມ່ນ​ປະ​ເດັນສຳຄັນ​ທີ່​ສຸດ.

​ເກາະ​ຕ້ຽວ​ອີ​ແມ່ນ​ດິນ​ແດນ​ຂອງ​ຈີນ​ທີ່​ມີ​ມາ​ແຕ່​ບູຮານ​ນະ​ການ, ​ຈີນມີ​ຄວາມ​ເດັດຂາດ​ໃນ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​​ແລະ​ຜືນ​ແຜ່ນດິນ​ຂອງ​ຊາດ, ​ແຕ່ກໍ​ຈະ​ບໍ່​ດຳ​ເນີນ​ການ​ຄ້າຂາຍ​ທີ່​ບໍ່​ມີຫຼັກການ​ກັບ​​ໃຜ. ການ​ພົວພັນ​ຈີນ​ຍີ່ປຸ່ນ​ໄດ້​ປະ​ເຊີນ​ໜ້າກັບ​ສະພາບ​ການ​ທີ່​ທີ່​ສັບສົນ, ​ເຊິ່ງ​ເກີດ​ຈາກການ​ກະທຳ​ຂອງ​ຝ່າຍ​ຍີ່ປຸ່ນ. ຍີ່ປຸ່ນ​ບໍ່ພຽງ​ແຕ່​ຕ້ອງ​ຮັບຜິດຊອບ​ຕໍ່​ເລື່ອງ​ນີ້​ເທົ່າ​ນັ້ນ, ​ແຕ່​ຕ້ອງ​ຮັບຜິດຊອບ​ຕໍ່​ຜົນ​ຮ້າຍ​ທີ່ຈະ​ເກີດ​ຂຶ້ນ​ຕາມ​ຫຼັງ.

ອາ​ເມ​ລິ​ກາ​ເປັນ​ຜູ້ກຳນົດ​ສະຖານະ​ການຄວາມ​ໝັ້ນຄົງ​ຂອງ​ອາຊີ​ພາຍຫຼັງ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ, ອາ​ເມ​ລິ​ກາ​ແມ່ນ​"ເພື່ອ​ນມິດ​ທີ່​ສະໜິດສະໜົມ​ທີ່​ສຸດ​"ຂອງ​ຍີ່ປຸ່ນ, ບັນຫາ​ເກາະ​ຕ້ຽວ​ອີ​ແມ່ນ​ພົວພັນ​ໂດຍ​ກົງຕໍ່​ສົງຄາມ​ເຢັນ​ຂອງ​ອາ​ເມ​ລິ​ກາ. ຈີນ​​ເຄີຍ​ກ່າວ​ຢ່າງ​ຈະ​ແຈ້ງວ່າ, ​ອາ​ເມ​ລິ​ກາບໍ່​ຄວນ​ເຂົ້າ​ມາແຊກ​ແຊງ​ຄວາມ​ຂັດ​ແຍ່ງ​ກັນ​ກ່ຽວ​ກັບ​ອະທິປະ​ໄຕຂອງ​ຈີນ​ຢູ່​ເກາະ​ຕ້ຽວ​ອີ, ບໍ່​ຄວນ​ມີ​ການ​ກະທຳ​ໃດໆ​ທີ່​ອາດ​ຈະ​ເຮັດ​ໃຫ້​ຄວາມ​ຂັດ​ແຍ່ງ​ດັ່ງກ່າວ​ຮຸນ​ແຮງ​ຂຶ້ນ​ແລະ​ເຮັດ​ໃຫ້​ສະຖານະ​ການ​ສັບສົນ​ຂຶ້ນ​ຕື່ມ​ອີກ. ບັນຫາ​ເກາະ​ຕ້ຽວ​ອີ​ເປັນ​ການ​ທົດ​ສອບ​ຕໍ່​ຄວາມ​ພິກ​ໄຫວທາງ​ການ​ເມືອງ​ຂອງ​ອາ​ເມ​ລິ​ກາ. ​ເວົ້າ​ສຳລັບ​ອາ​ເມ​ລິ​ກາ​ແລ້ວ, ການ​ປະພຶດ​ແລະ​ຄວາມ​​ເວົ້າ​ທີ່​ລະມັດລະວັງ​ບໍ່ພຽງ​ແຕ່​​ແມ່ນ​ເລື່ອງ​ທີ່​ຈຳ​ເປັນ​ໃນ​ການປົກ​ປັກ​ຮັກສາ​ໃຫ້ການ​ພົວພັນ​ຈີນ​ອາ​ເມ​ລິ​ກາ​ຂະຫຍາຍຕົວ​ຢ່າງ​ປອດ​ໃສ​ເທົ່າ​ນັ້ນ, ​ແຕ່​ຍັງ​ເປັນ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ອາ​ເມ​ລິ​ກາ​ ​ເພື່ອ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນນີ້.