ທ່ານ​ສີ​ຈີ້ນ​ຜິ​ງ​ກ່າວ​ວ່າ,​ຈີນ​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ດ້ານ​ສິດ​ແລະ​ຜົນ​ປະ​ໂຫຍດ​ທາງ​ທະ​ເລ​ກັບ​ປະ​ເທດ​ໃກ້​ຄຽງ​ໂດຍ​ສັນ​ຕິ

(GMT+08:00) 2012-09-21 16:32:41     cri

ຕາມ​ຂ່າວCRI:ວັນ​ທີ21ກັນຍາ​ນີ້,ຢູ່​​ເມືອງ​ນານ​ນີງ,​ເທດ​ສະ​ບານ​ເຂດ​ກວາງ​ຊີ,​ທ່ານ​ສີ​ຈີ້ນ​ຜິງ,​ຮອງ​ປະ​ທານ​ປະ​ເທດ​ຈີນ​ກ່າວ​ວ່າ,​ຈີນ​ເດັດ​ດ່ຽວ​ປ້ອງ​ກັນ​ອະ​ທິ​ປະ​ໄຕ,​ຄວາມ​ໝັ້ນ​ຄົງ​ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ແຫ່ງ​ຊາດ,​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ໂດຍ​ຜ່ານ​ການ​ເຈ​ລະ​ຈາ​ຢ່າງ​ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບ,​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ດ້ານ​ຜືນ​ແຜ່ນ​ດິນ,​ນ່ານ​ທະ​ເລ,​ແລະ​ສິດ​ຜົນ​ປະ​ໂຫຍດ​ທາງ​ທະ​ເລ​ກັບປະ​ເທດ​ໃກ້​ຄຽງ​ດ້ວຍ​ສັນ​ຕິ​ວິ​ທີ.