ກອງ​ປະຊຸມ​ເວທີ​ປຶ​ກສາ​ຫາລື​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ 2012 ອັດ​ລົງ

(GMT+08:00) 2012-09-22 14:39:30     cri
ຕອນ​ຄ່ຳ​ວັນ​ທີ 21 ກັນຍາ​ນີ້, ກອງ​ປະຊຸມ​ເວທີ​ປຶ​ກສາ​ຫາລື​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ 2012 ​ໄດ້​ອັດ​ລົງ​ຢູ່​ນະຄອນ​ນານ​ນິງ​ເຂດ​ກວາງຊີ​ຂອງ​ຈີນ. ​ເວທີ​ປຶ​ກສາ​ຫາລື​ໄດ້​ອອກ​ຖະ​ແຫຼ​ງການ​​ວ່າ, ​ເວທີ​ປຶກສາ​ຫາລື​ເທື່ອ​ນີ້​ມີ​ຫົວ​ຂໍ້​ວ່າ"ການ​ຮ່ວມ​ມື​ຢ່າງເລິກ​ເຊິ່ງ, ພັດທະນາ​ແບບ​ຍືນ​ຍົງ​ແລະ​ກ້າວ​ໄປ​ສູ່​ການ​ເຊື່ອມ​ໂຍງ​ເຂົ້າກັນ​ໃນ​ລະດັບທີ່​ສູງ​ກວ່າ​ເກົ່າ", ​ໄດ້​​ແລກປ່ຽນ​ຢ່າງ​ກວ້າງຂວາງ​ກ່ຽວ​ກັບ​​ການເພີ່​ມທະວີ​ການ​ຮ່ວມ​ມື​ລະຫວ່າງ​ຝ່າຍ​ຕ່າງໆ​ໃນ​ຂົງ​ເຂດ​ການ​ຄ້າ, ການ​ລົງທຶນ, ​ເສດຖະກິດ​ເຊື່ອມ​ໂຍງ​ເຂົ້າກັນ​ເປັນ​ຕົ້ນ, ​ແລະ​ໄດ້​ຮັບ​ໝາກຜົນອັນ​ຕັ້ງໜ້າ.

ຖະ​ແຫຼ​ງການ​ຂຽນ​ວ່າ, ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ​ໄດ້​ສ້າງ​ນຳ​ເອົາ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ໃຫ້​ແກ່​ປະຊາຊົນ​ແລະ​ວິ​ສາ​ຫະກິດ​ຂອງທັງ​ສອງ​ຝ່າຍ. ຜູ້​ແທນທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ຄວາມ​ໝັ້ນ​ໃຈ​ຢ່າງ​ເຕັມທີ່​ຕໍ່​ພາບ​ອະນາຄົດ​​ແຫ່ງການ​ພັດທະນາ​ຂອງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ, ​ເຫັນ​ວ່າ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນຈະ​ເສີມ​ຂະຫຍາຍ​ບົດບາດ​ອັນສຳຄັນ​ໃນ​ການ​ຟື້ນ​ຕົວ​ຄືນ​ໃໝ່​ຂອງການ​ຊຸກຍູ້​ເສດຖະກິດ​ອາ​ຊຽນກໍ​ຄື​​ເສດຖະກິດ​ໂລກ.