ລັດຖະມົນຕີ​ອາວຸ​ໂສ​ກຳປູ​ເຈຍ​ຊົມ​ເຊີຍ​ຮົງ​ກົງ​ເຂົ້າ​ຮ່ວມ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ

(GMT+08:00) 2012-09-22 14:42:46     cri
ຕາມ​ຂ່າວCRI: ວັນ​ທີ 21 ກັນຍາ​ນີ້​ໃນ​ກອງ​ປະຊຸມ​ເວທີ​ປຶ​ກສາ​ຫາລື​ເຂ​ດການ​ຄ້າ​ເສລີ​ຈີນ-ອາ​ຊຽນ, ທ່ານ​ຈຳປຼາຊິດ, ລັດຖະມົນຕີ​ອາວຸ​ໂສ​ທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ກຳປູ​ເຈຍ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ຮົງ​ກົງທີ່​ເຂົ້າ​ຮ່ວມ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ, ທ່ານ​ກ່າ​ວວ່າ​ນ​ໃນຫຼາຍ​ປີ​ມາ​ນີ້, ການ​​ໄປມາຫາສູ່​ກັນ​ດ້ານ​ເສດຖະກິດ​ການ​ຄ້າ​ລະ​ຫວ່າງ​ປະ​ເທດ​ອາ​ຊຽນກັບ​ຮົງ​ກົງ​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ຮົງ​ກົງ​ເຂົ້າ​ຮ່ວມ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນຈະ​ມີ​ຜົນ​ດີຕໍ່​ການ​ພັດທະນາ​ເສດຖະກິດ​ຂອງ​ພາກ​ພື້ນ.