ລັດຖະບານ​ລາວ​ອອກ​ແຮງ​ດຶງດູດ​​ເອົາການ​ລົງທຶນ​ເພື່ອ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​​ໃຫ້​ດີ​ຂຶ້ນ

(GMT+08:00) 2012-09-23 13:57:08     cri
ຕາມ​ຂ່າວCRI: ວັນ​ທີ 22 ກັນຍາ​ນີ້, ກອງ​ປະຊຸມ​​ໂຕະມົນ​ການຮ່ວມ​ມື​ການ​ລົງທຶນ​ຂອງງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ນິງ​ເຂດ​ກວາງຊີ​ຂອງ​ຈີນ. ທ່ານ​ຫຸງ​ເພັງ ສຸລາ​ໄລ, ຫົວໜ້າ​ກົມຊຸກຍູ້​ການ​ລົງທຶນ​ຂອງ​ກະຊວງ​ແຜນການ​ແລະ​ການ​ລົງທຶນລາວ​ໄດ້​ແນະນຳ​ມາດ​ຕະການ​ຕຶງ​ດູດ​ການ​ລົງທຶນ​ຂອງ​ລັດຖະບານ​ລາວ:

"ພວກຂ້າພະ​ເຈົ້າກຳລັງ​ເຮັດ​ໃຫ້​ລະບຽບ​ການດຶງ​ດູດ​ເອົາ​ທຶນ​ຕ່າງປະ​ເທດ​ໃຫ້​ງ່າຍກວ່າ​ເກົ່າ​ຕື່ມ​ອີກ, ​ເຮັດ​ໃຫ້​ນັກທຸລະກິດ​ຕ່າງປະ​ເທດ​ມີ​ສະພາບ​​ແວດລ້ອມ​ການ​ລົງທຶນ​ທີ່​ເສລີ​ແລະ​ຜ່ອນຄາຍ. ພວກ​ຂ້າ​ພະ​ເຈົ້າ​ໄດ້​ວາງ​ແຜນການ​ພັດທະນາ 7 ປີ, ຈະ​ນຳ​ໃຊ້​ທຶນ​ຕ່າງປະ​ເທດ​ຢູ່​ທົ່ວ​ປະ​ເທດ​ລາວ, ​ເພື່ອ​ຊຸກຍູ້​ໃຫ້​​ແຫ່ງ​ຕ່າງໆ​ພັດທະນາ​ຢ່າງ​ສະ​ໝ່ຳສະ​ເໝີ​ກັນ. ​ເພື່ອ​ສະໜອງ​ການ​ບໍລິການ​ທີ່​ດີກ​ວ່າ​ເກົ່າ​ໃຫ້​ແກ່​ນັກທຸລະກິດ​ຕ່າງປະ​ເທດຕື່ມ​ອີກ, ພວກ​ຂ້າພະ​ເຈົ້າ​ໄດ້​ຕັ້ງກົມຊຸກຍູ້​ການ​ລົງ​ທຶນ​ເປັນ​ພິ​ເສດ, ຕົ້ນຕໍ​ແມ່ນ​ເພື່ອດຶງ​ດູດ​​ເອົາການ​ລົງທຶນ​ຈາກ​ຈີນ."

​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວCRIຫຼັງ​ເຂົ້າ​ຮ່ວມ​ກອງ​ປະຊຸມ, ທ່ານ​ຫຸງ​ເພັງກ່າວ​ວ່າ, ​ເປົ້າ​ໝາຍ​ສຸດ​ທ້າຍຂອງ​ລັດຖະບານ​ລາວ​ໃນ​ການ​ດຶງ​ດູດ​ເອົາ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ແມ່ນ​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ​ລາວ, ​ເຮັດ​ໃຫ້​ປະຊາຊົນລາວ​ມີ​ໂອກາດ​ປະກອບ​ອາຊີບ, ມີ​ລາຍ​ໄດ້​ແລະ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຍົກ​ສູງ​ຂຶ້ນ.
1 2 3 4