ເຈົ້າ​ໜ້າ​ທີ່​ຈີນ-ອາ​ຊຽນຮ່ວມ​ກັນ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ກໍ່ສ້າງ​ຕົວ​ເມືອງ​ຊີວະ​ພາບ​ທີ່​ໜ້າ​ຢູ່

(GMT+08:00) 2012-09-23 14:52:56     cri
ວັນ​ທີ 22 ກັນຍາ​ນີ້, ​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ການ​ກໍ່ສ້າງ​ຕົວ​ເມືອງ​ຊີວະ​ພາບ​ທີ່​ໜ້າ​ຢູ່​ຈີນ-ອາ​ຊຽນ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ນິງ. ທ່ານ​ຊີຈີ້, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ເຮືອນ​ຢູ່​ແລະ​ການ​ກໍ່ສ້າງ​ຕົວ​ເມືອງ​ແລະ​ຊົນນະບົດ​ຈີນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ແລະ​ກ່າວ​ວ່າ, ຈີນ​ແລະ​ປະ​ເທດ​ສ່ວນ​ຫຼາຍ​ຂອງ​ອາ​ຊຽນປະຈຸ​ບັນ​ກຳລັງ​ຢູ່​ໃນ​ຂະ​ບວນການ​ທີ່​ຫັນ​ເປັນ​​ຕົວ​ເມືອງ​ຢ່າງ​ວ່ອງ​ໄວ, ຈີນ​ຍິນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບປະ​ເທດ​ອາ​ຊຽນ​ໃນ​ຂົງ​ເຂດ​ການ​ກໍ່ສ້າງ​ຕົວ​ເມືອງ​ຊີວະ​ພາບ​ທີ່​ໜ້າ​ຢູ່​ຕື່ມ​ອີກ.

​ເຈົ້າ​ໜ້າ​ທີ່​ຜູ້​ຮັບຜິດຊອບ​ການ​ກໍ່ສ້າງ​ຂອງ​ປະ​ເທດ​ອາ​ຊຽນ​ເຊັ່ນທ່ານ​ສົມ​ມາດ ພົນ​ເສນາ ລັດຖະມົນຕີ​ວ່າການ​ກະຊວງ​ໂຍທາ​ທິການ​ແລະ​​ຂົນ​ສົ່ງ​ລາວ​​​ເປັນ​ຕົ້ນ​ແລະ​ຜູ້​ຊ່ຽວຊານ​ຈີນ​ແລະ​ຕ່າງປະ​ເທດ​ທີ່​ກ່ຽວຂ້ອງ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເທື່ອ​ນີ້. Dr. ເອອິສ໌, ຮອງ​ຫົວໜ້າ​ບໍລິຫານ​ຂອງ​ພະ​ແນ​ກ​ແຜນການ​ເຂດ​ຊຸມ​ຊົນຂອງ​ອົງການ​ສະຫະ​ປະຊາຊາດຊີ້ອອກ​ວ່າ, ການ​ຫັນ​ເປັນ​ແບບ​ຕົວ​ເມືອງ​ຂອງ​ຈີນ​ແລະ​ປະ​ເທດ​ອາ​ຊຽນ​ໄດ້​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ຫຼາຍ​ຢ່າງ​ຄື: ຜົນການ​ເຕີບ​ໂຕ​ຂອງ​ເສດຖະກິດ​ບໍ່​ສາມາດ​ແບ່ງປັນ​​ໃຫ້​ປະຊາຊົນ​ຕົວ​ເມືອງຢ່າງ​ສະ​ເໝີພາບ​ກັນ, ການ​ພັດທະນາ​ຂອງ​ຕົວ​ເມືອງ​ຂາດ​ພື້ນຖານ​ໂຄງ​ລ່າງ​​ແລະ​ການ​ບໍລິການອັນ​ພຽງພໍ​ແລະ​ອື່ນໆ​, ທັງ​ໝົດເຫຼົ່າ​ນີ້​ລ້ວນ​ແຕ່​ຕ້ອງການ​ລັດຖະບານ​ແລະ​ປະຊາຊົນ​ຈີນ​ແລະ​ປະ​ເທດ​ອາ​ຊຽນ​ເພີ່ມ​ການ​ຮ່ວມ​ມື​ແລະ​ການ​ຕິດ​ຕໍ່​ພົວພັນ​ກັນ​ຢ່າງ​ໃກ້ຊິດ.