ຫາງ​ສຽງ​ຕົ້ນຕໍ​ຂອງ​ຟີ​ລິບ​ປີນ​ເຫັນ​ວ່າການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຟີ​ລິບ​ປີນ​ໄດ້​ຜ່ອນຄາຍ​ແລ້ວ

(GMT+08:00) 2012-09-23 14:54:05     cri
ຂ່າວ​ກ່ຽວ​ກັບທ່ານ​ມັນ​ຢູ ມາ ​ໂຣຊາສ໌, ທູດ​ພິ​ເສດ​ຂອງ​ປະທານາທິບໍດີ​ ລັດຖະມົນຕີ​ວ່າການ​ກະຊວງ​ພາຍ​ໃນ​ຂອງຟີ​ລິບ​ປີນ​ເຂົ້າ​ຢ້ຽມ​ຄຳນັບ​ທ່ານ​ຊີ​ຈິ້ນ​ຜີງ, ຮອງ​ປະ​ເທດ​ປະ​ເທດ​ຈີນ​ໃນ​ໄລຍະ​ເຂົ້າ​ຮ່ວມ​ງານວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ 9 ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ປະຊາຊົນ​ຟີ​ລິບ​ປີນ, ໜັງສືພິມ​ຟີ​ລິບ​ປີນຫຼາຍ​ສະບັບ​ທີ່​ພິມ​ຈຳໜ່າຍ​ໃນວັນ​ທີ 23 ກັນຍາ​ນີ້​ລ້ວນ​ແຕ່​ໄດ້​ລາຍ​ງານ​ຂ່າວ​ດັ່ງກ່າວ​ເປັນ​ຂ່າວ​ທຳ​ອິດ, ​ເຫັນ​ວ່າການ​ພົວພັນລະຫວ່າງ​ຟີ​ລິບ​ປີນ​ກັບ​ຈີນ​ໄດ້​ຜ່ອນຄາຍ​ແລ້ວ.

ໜັງສືພິມInquirer ​ເຊິ່ງ​ເປັນ​ໜັງ​ສື​ພິມ​ພາສາ​ອັງກິດ​ຕົ້ນຕໍຂອງ​ຟີ​ລິບ​ປີນ​ໄດ້​ພິມ​ບົດ​ຄວາມ​ທີ່​ມີຫົວ​ຂໍ້​ວ່າ"ການ​ພົວພັນ​ລະຫວ່າງ​ຟີ​ລິບ​ປີນ​ກັບ​ຈີນ​ຜ່ອນຄາຍ-ທ່ານໂຣຊາສ໌​ແລະ​ຮອງ​ປະທານ​ປະ​ເທດ​ຈີນ​ແລກປ່ຽນ​ຂ່າວ​ຄາວ​ສັນຕິພາບ"​ລົງ​​ໃສ່​ໜ້າ​ທຳ​ອິດ. ໜັງສືພິມphilstar​ເຊິ່ງ​ເປັນ​ໜັງສືພິມ​ພາສາ​ອັງກິດສຳຄັນ​ອີກ​ສະບັບ​ໜຶ່ງ​ໄດ້​ລາຍ​ງານ​ຂ່າວ​ດັ່ງກ່າວ​ຢູ່​ໜ້າ​ທຳ​ອິດ​​ໂດຍ​ໃສ່​ຫົວ​ຂໍ້​ວ່າ"ທຳນຽບປະທານາທິບໍດີ​ຫວັງ​ວ່າການ​ພົວພັນ​ລະຫວ່າງ​ຟີ​ລິບປີນ​ກັບ​ຈີນ​ຂະຫຍາຍ​ໄປ​ຂ້າງ​ໜ້າ", ​ແລະ​ໄດ້​ພິມ​ຮູບ​ຖ່າຍ​ຂະໜາດ​ໃຫຍ່.

ການ​ລາຍ​ງານຂ່າວ​ທີ່​ກ່ຽວຂ້ອງ​ຍັງ​ໄດ້​ນຳ​ໃຊ້​ຖະ​ແຫຼ​ງການ​ຂອງ​ປະທານ​ກຳມາ​ທິການ​ການ​ຕ່າງປະ​ເທດ​ຂອງ​ສະພາ​ສູງ​ຟີ​ລິບ​ປີນ​ມາ​ແຈ້ງວ່າ, ທ່ານ​ຊີ​ຈິ້ນ​ຜີ​ງຕ້ອນຮັບ​ການ​ເຂົ້າ​ພົບ​ຂອງ​ທ່ານ ໂຣຊາສ໌​ແມ່ນ"ຄວາມ​ຄືບ​ໜ້າ​ອັນ​ໜຶ່ງ​ທີ່​ໜ້າ​ຊົມ​ເຊີຍ"​ໃນ​ຂະ​ບວນການ​ແກ້​ໄຂ​ບັນຫາ​ທະ​ເລ​ຈີນ​ໃຕ້​ໂດຍ​ສັນຕິ.