ນັກທຸລະກິດ​ອາ​ຊຽນ​​​ເຫັນ​ໄປ​ໃນ​ແງ່​ດີ​ຕໍ່​​ເສດຖະກິດ​ຈີນ

(GMT+08:00) 2012-09-23 14:56:33     cri
ປະຈຸ​ບັນ, ຄວາມ​​ເຫັນ​ໄປ​ໃນ​ທາງ​ລົບ​ຕໍ່​ອະນາຄົດ​ຂອງ​ເສດຖະກິດ​ຈີນ​ໄດ້​ເກີດ​ຂຶ້ນ​ເລື້ອຍໆ. ​ແຕ່​ວ່າ, ນັກທຸລະກິດ​ອາ​ຊຽນທີ່​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ 9 ຊ້ຳພັດ​ບໍ່​ເຫັນ​ດີ​ນຳ, ​ເຂົາ​ເຈົ້າ​ເຫັນ​ວ່າ​ຕະຫຼາດ​ຈີນ​ຍັງ​ມີ​ພະລັງ​ຊີວິດ​ຫຼາຍ.

ວັນ​ທີ 22 ກັນຍາ​ນີ້​​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ, ທ່ານຊູ​ເຈີ້ນ​ສວນ, ຮອງ​ຜູ້​ວ່າການ​ທະນາຄານກະສິກອນຂອງ​ໄທ​ກ່າວ​ວ່າ, ​ເສດຖະກິດ​ຈີນ​ເຕີບ​ໂຕ​ຊ້າ​ລົງ​ແມ່ນສິ່ງ​ປົກກະຕິ​ໃນ​ຂະ​ບວນການ​ເຕີບ​ໂຕ​ຂອງ​ເສ​ດຖະກິດ. ທ່ານ​ເຫັນ​ວ່າ, ​ເຖິງ​ວ່າ​ສະພາບ​ການ​ເສດຖະກິດ​ຂອງ​ປະ​ເທດ​ທີ່​ພັດທະນາ​ແລ້ວ​ເຊັ່ນອາ​ເມ​ລິ​ກາ, ຍີ່ປຸ່ນ​ແລະ​ເອີ​ລົບ​ຊຸດ​ຮ້າຍ​ລົງ​ຕື່ມ​ອີກ, ວິກິດ​ການ​ໜີ້​ສິນ​ເອີ​ລົບ​ສືບ​ຕໍ່​ແຜ່​ລາມ​ແລະມີ​ຜົນ​ກະທົບ​ຈຳນວນ​ໜຶ່ງ​ຕໍ່​ການ​ຄ້າ​ກັບຕ່າງປະ​ເທດ​ຂອງ​ຈີນກໍ​ຕາມ, ​ແຕ່​ວ່າ​ນີ້​ພໍດີ​ສະໜອງ​ໂອກາດ​ທີ່​ດີ​ໃຫ້​ແກ່​ຈີນ​ອາ​ຊຽນ​ໃນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ແລະ​ຮ່ວມ​ກັນ​ຮັບ​ມື​ກັບ​ເສດຖະກິດ​ຊຸດ​ຮ້າຍ​ລົງ.

ຕາມ​ການ​ຄາດ​ຄະ​ເນ​ຂອງ​ອົງການ​ຈັດ​ຕັ້ງ​ທີ່​ກ່ຽວຂ້ອງ, ​ເສດຖະກິດ​ອາ​ຊຽນຈະ​ເຕີບ​ໂຕ 6% ​ໃນ​ປີ​ນີ້, ​ສ່ວນຕົວ​ເລກ​ສະຖິຕິ​ທີ່​ກົມ​ສະຖິຕິ​ແຫ່ງ​ຊາດ​ຈີນ​ປະ​ກາດ​ໃນ​ວັນ​ທີ 22 ກັນຍາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນ​ໄຕ​ມາດ​ທີ​ສາມ, ​ເສດຖະກິດ​ຈີນ​ຈະ​ເຕີບ​ໂຕ 8,9%, ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຈີນ​ມີ​ທ່າ​ອຽງ​ດີ​ຂຶ້ນຢ່າງ​​ເດັ່ນ​ຊັດ.