ສື່​ມວນ​ຊົນ​ເຢຍລະ​ມັນ​ກ່າວ​ວ່າ​ຍີ່ປຸ່ນ​ບໍ່​​ໄດ້​ຄຳນຶງ​ເຖິງປະຫວັດສາດ​ຂອງ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ​ຈິ່ງ​ເປັນສາ​ເຫດ​ເຮັດ​ໃຫ້ເກີດ​ຂໍ້​ຂັດ​ແຍ່ງ​ບັນຫາ​ເກາະ​ຕ້ຽວ​ອີ

(GMT+08:00) 2012-09-24 11:22:31     cri
ວັນ​ທີ 22 ກັນຍາ​ນີ້, ສະຖານີ​ວິທະຍຸ​ດອຍ​ຊີ​ແລນຂອງ​ເຢຍລະ​ມັນ​ກະຈາຍ​ບົດ​ຄວາມຊີ້​ອອກ​ວ່າ​ວ່າ, ຖ້າວ່າ​ຍີ່ປຸ່ນ​ບໍ່​ສຳ​ຫຼວດຕົນ​ເອງ​ຄືນຕໍ່​ປະຫວັດສາດ​ການຮຸກ​ຮານຂອງ​ຍີ່ປຸ່ນ​ໃນ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ, ຂໍ້​ຂັດ​ແຍ່ງ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນກ່ຽວ​ກັບ​ເກາະ​ຕ້ຽວ​ອີ​ກໍ່​ຈະບໍ່​ສາມາດ​ໄດ້​ຮັບ​ການ​ແກ້​ໄຂ​ໄດ້.

ບົດ​ຄວາມ​ຂຽນ​ວ່າ, ຄື​ກັນ​ກັບ​ເຢຍລະ​ມັນ, ຍີ່ປຸ່ນກໍ່​ແມ່ນ​ຜູ້​ຮຸກ​ຮານ​ໃນ​ສົງຄາມ​ໂລກ​ຄັ້ງ​ທີ 2. ​ແຕ່​ວ່າ, ຮອດ​ປະຈຸ​ບັນ​ຍີ່ປຸ່ນ​ຍັງ​ບໍ່​ຍອມຮັບ​ຮອງຄວາມ​ຈິງ​ຂອງ​ປະຫວັດສາດ​ດັ່ງກ່າວ. ຖ້າ​ສັງ​ເກດ​ຂໍ້​ຂັດ​ແຍ່ງ​ກ່ຽວ​ກັບ​ບັນຫາ​ເກາະ​ຕ້ຽວ​ອີ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ​ຢ່າງ​ລະອຽດ​ແລ້ວ, ​ຂໍ້​ຂັດ​ແຍ່ງດິນ​ແດນ​ກ່ຽວ​ກັບ​ບັນຫາ​ເກາະ​ດົກ​ໂຕ​ລະຫວ່າງ​ຍີ່ປຸ່ນ​ກັບສ.​ເກົາຫຼີ, ສາມາດຕີ​ລາຄາ​ໄດ້​ວ່າ, "ຍີ່ປຸ່ນ​ຂາດ​ກາ​ນສຳ​ຫຼວດຄືນ​ໃນ​ບັນຫາ​ຄວາມ​ຜິດພາດ​ຂອງ​ຕົນ​ເອງ​ແມ່ນ​ສາ​ເຫດ​ທີ່​ສຳຄັນ​ຂອງ​ບັນຫາ."

ບົດ​ຄວາມ​ຍັງ​ຊີ້​ອອກ​ວ່າ, ກອງທັບ​ຍີ່ປຸ່ນ​ກໍ່​ເຫດການ" 18 ກັນຍາ"ປີ 1931, ​ຫຼັງ​ຈາກ​ນັ້ນ​ຍັງ​ໄດ້​ກໍ່​ເຫດການ​​ໂຫດຮ້າຍ​ຕ່າງໆ​ຢູ່​ຈີນ, ​ແຕ່​ວ່າ​ຄົນ​ຍີ່ປຸ່ນ​ຈຳນວນ​ໜຶ່ງ​ຍັງ​ປະຕິ​ເສດ​ເລື່ອງ​ນີ້​ໃນ​ປະຈຸ​ບັນ, ຫຼັກສູດ​ຂອງ​ຍີ່ປຸ່ນ​ກໍ່​ເວົ້າ​ເຖິງ​ເລື່ອງ​ນີ້​ໜ້ອຍ​ທີ່​ສຸດ. ​ໃນ​ປື້​ມ​ແບບຮຍນຂອງ​ຝ່າຍ​ທາງ​ການ​ຍີ່ປຸ່ນ​ສະ​ແດງ​ໃຫ້​ເຫັນ​ວ່າ​ລັດຖະບານ​ຍີ່ປຸ່ນ​ໄດ້ດຳ​ເນີນ​ນະ​ໂຍບາຍ​ທາງ​ການ​ເມືອງ​ທີ່​ຝືນ​ກັບ​ຄວາມ​ຈິງ​ຂອງ​ປະຫວັດສາດ.