5ຫົວ​ຂໍ້​ເດັ່ນ​ໃນ​ການ​ສ້າງສາ​ເຂດ​ການ​ຄ້າ​ເສລີ​ຈີນ​ອາຊຽນ​​ໃນ10​ປີ​ຂ້າງ​ໜ້າ

(GMT+08:00) 2012-09-24 17:13:47     cri
ພາຍຫຼັງ​ໄດ້​ຜ່ານ​ໄລຍະ​ທີ່​​ການ​ຄ້າ​ແລະ​ການ​ລົງທຶນ​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ​ແລ້ວ, 10ປີ​ຂ້າງ​ໜ້າ, ການ​ສ້າງສາ​ເຂດການ​ຄ້າ​ເສລີ​ຈີນ​ອາຊ​ຽນຈະ​ສຸມໃສ່​ດ້ານ​ໃດ? ​ແຂກ​ຜູ້​ມີ​ກຽດຫຼາຍ​ທ່ານ​ທີ່​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາຊ​ຽນຄັ້ງ​ທີ9​​ ​ໄດ້​ເອົາ​ໃຈ​ໃສ່​ນຳ5​ຫົວ​ຂໍ້​ເດັ່ນ​ດັ່ງ​ຕໍ່​ໄປ​ນີ້:

ໜຶ່ງ: ຍອດ​ມູນ​ຄ່າການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ຈະມີ​ເຖິງ500​ຕື້​ໂດ​ລາສະຫະລັດ​ໃນ​ປີ2015

ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ​ກ່າວ​ວ່າ, ​ເພື່ອ​ບັນລຸ​ເປົ້າ​ໝາຍ​ດັ່ງກ່າວ, ຄວນເຮັດໃຫ້​ການຄ້າມີ​ຄວາມ​ສະດວກ​ກວ່າເກົ່າ, ເພີ່ມ​ທະວີການ​ປະສານງານ​ຕໍ່​ການຄ້າ​ສິນຄ້າທີ່​ມີຄວາມ​ອ່ອນ​ໄຫວຈຳນວນໜຶ່ງ, ສ້າງ​ສະພາບ​ແວດລ້ອມ​ທີ່​ຍິ່ງ​ມີຜົນດີ​ຕໍ່ວິສາຫະກິດ ​ໂດຍ​ສະ​ເພາະ​ແມ່ນ​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ.

ສອງ: ກຳຈັດ​ກຳ​ແພງ​ການ​ຄ້າ​ປະ​ເພດ​ບໍ່​ເກັບ​ພາສີ​ເພື່ອ​ຫຼຸດ​ຕົ້ນ​ທຶນ​ໃນ​ການ​ຄ້າຂາຍ​ໃຫ້​ໜ້ອຍ​ລົງ

ຄວາມ​ພະຍາຍາມ​ເພື່ອ​ຫຼຸດ​ຫຼື​ຍົກ​ເວັ້ນພາສີ​ທີ່​ດຳ​ເນີນ​ມາ​ເປັນ​ເວລາ​ຫຼາຍ​ປີ ​ເຮັດ​ໃຫ້​ຈີນ​ແລະ​ອາຊ​ຽນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຢ່າງ​​ຫຼວງຫຼາຍ, ນັບ​ລວມ​ແລ້ວ, ຈີນ​ໄດ້​ຫຼຸດ​ຫຼື​ຍົກ​ເວັ້ນພາສີ50​ຕື້​ຢວນ​ໃຫ້​ແກ່​ສິນຄ້າ​ຂອງປະ​ເທດ​ອາຊ​ຽນ. ​ແຕ່​ນີ້​ຍັງ​ບໍ່ພໍ​ເທື່ອ, ສຽງ​ຮຽກຮ້ອງ​ທີ່​ໃຫ້ຫຼຸດ​ກຳ​ແພງ​ການ​ຄ້າ​ປະ​ເພດ​ບໍ່​​ເກັບພາສີ ນັບ​ມື້​ນັບຫຼາຍ​ຂຶ້ນ. ທ່ານ  ຮອງ​ເລຂາທິການ​​ໃຫຍ່​ກະຊວງການ​ຄ້າ​ອຸດສາຫະກຳ​​ມະ​ເລ​​ເຊຍ​ຮຽກຮ້ອງ​ໃຫ້​ຈີນ​ແລະ​ອາຊ​ຽນຄວນ​ຍົກ​ເວັ້ນມາດ​ຕະການ​ປະ​ເພດ​ບໍ່​​ເກັບພາສີ​ເພື່ອ​ຫຼຸດ​ຕົ້ນ​ທຶນ​ດ້ານ​ການ​ຄ້າຂາຍ​ໃຫ້​ຕ່ຳລົງ.

ສາມ: ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​​ເລີ່​ມຈາກຂະ​ແໜງ​ການ​ການ​ຄ້າ​​ແລະການ​ລົງທຶນ​ຂະຫຍາຍ​ໄປສູ່​ທຸກ​ຂະ​ແໜງ​ການ​.

ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາຊ​ຽນທີ່​ມີ​ຈຸດປະສົງ​ເປີດ​ກວ້າງ​ການ​ຄ້າ​ແລະ​ການ​ລົງທຶນມາ​ໂດຍ​ຕະຫຼອດ​ ​ປີ​ນີ້​ໄດ້​ສຸມ​ໃສ່​ຂົງ​ເຂດ​ຮ່ວມ​ມື​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ນີ້​ກໍ​ໝາຍ​ຄວາມ​ວ່າການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍຈີນ​ກັບ​ອາຊ​ຽນ​ໃນ​ອະນາຄົດ ຈະ​ບໍ່ພ​ຽງ​ແຕ່​ມີ​ການ​ຄ້າ​ແລະ​ການ​ລົງທຶນ​ເທົ່າ​ນັ້ນ, ຍັງ​ໄດ້​ຂະຫຍາຍ​ໄປ​ສູ່​ທຸກຂະ​ແໜງ​ການ​​ອີກ.

ຮອງ​ເລຂາທິການ​ໃຫຍ່​ກອງ​ເລຂາ​ອາຊຽນກ່າວ​ວ່າ, ການ​ຮ່ວມ​ມື​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ສາມາດ​ຊຸກ​ຍູ້​ກນຮ່ວມ​ມື​ດ້ານ​ເສດຖະກິດ​ໃຫ້​ດີກ​ວ່າ​ເກົ່າ, ຈະ​ເຮັດ​ໃຫ້​ຈີນ​ແລະ​ອາຊ​ຽນ​​ໄດ້​ຮັບ​ການ​ພັດທະນາ​ທີ່​ດີກ​ວ່າ​ເກົ່າ.

ສີ່: ​ຂະຫຍາຍ​ຂອບ​ເຂດ​ຂອງ​ເຂດ​ການ​ຄ້າ​ເສລີ​ໃຫ້​ກວ້າງ​ອອກ​ໄດ້​ຈັດ​ເຂົ້າ​ໃນ​ວາລະ​ປະຊຸມ

​ເຂດ​ພິ​ເສດ​ຮົງ​ກົງ​ຈີນ​ອາດ​ຈະ​ກາຍ​ເປັນ​​ເຂດ​ທີ່ໄດ້​ຮັບ​ຜົນ​ປະ​ໂຫຍ​ດກ່ອນ​ໝູ່ໃນ​ຂະ​ບວນການຂະຫຍາຍ​ຂອບ​ເຂດ​ເຂດ​ການ​ຄ້າ​ເສລີ​ຈີນ​ອາຊ​ຽນ. ຈີນ​ແລະ​ບັນດາ​ປະ​ເທດ​ອາຊ​ຽນລ້ວນ​ແຕ່​ໄດ້​ສະ​ແດງ​ຄວາມມຸ່ງ​ມາດ​ປາຖະໜາ​ທີ່​ຕັ້ງໜ້າ​ຕໍ່​ເລື່ອງ​ນີ້.
ນອກ​ນີ້, ຕາມ​ຂ່າວ​ແຈ້ງວ່າ, ນອກຈາກ​ຈີນ​ແລ້ວ, ອາຊ​ຽນຍັງ​ຈະ​ເຊັນ​ສັນຍາ​ເຂດ​ການ​ຄ້າ​ເສລີ​ລະຫວ່າງ​ສອງ​ຝ່າຍ​ກັບ​ຍີ່ປຸ່ນ, ສ.​ເກົາຫຼີ, ອິນ​​ເດຍ, ນູ​ແວນ​​ເຊ​ລັງ​ແລະ​ອົສຕຼາລີ, ​ແລະ​ຫວັງ​ຢາກ​ໃຫ້​ຈັດ​ເຂດ​ການ​ຄ້າ​ເສລີ​ເຫຼົ່າ​ນີ້​ເຂົ້າ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ, ​ເພື່ອ​ສ້າງ​ເຂດ​ການ​ຄ້າ​ເສລີ​ທີ່​ໃຫຍ່​ກວ່າ​ເກົ່າ.

ຫ້າ: ຫຼີກ​ເວັ້ນບໍ່​ໃຫ້​ເລື່ອງ​ທີ່ບໍ່​ແມ່ນ​ເສດຖະກິດ​ລົບ​ກວນ​ຂະ​ບວນການ​ເຂດ​ການ​ຄ້າ​ເສລີ

​ໃນ​ຂະນະ​ທີ່​ການ​ຮ່ວມ​ມື​ທາງ​ເສດຖະກິດ​ການ​ຄ້າ​ຈີນ​ອາຊ​ຽນພັດທະນາ​ຢ່າງ​ວ່ອງ​ໄວ, ມີ​​ເລື່ອງ​ທີ່ບໍ່​ແມ່ນ​ເສດຖະກິດ​ຈຳນວນ​ໜຶ່ງ ​ເຊັ່ນ: ຄວາມ​ຂັດ​ແຍ່ງ​ກັນ​ກ່ຽວ​ກັບ​ທະ​ເລ​ຈີນ​ໃຕ້ ​ໄດ້​ເປັນ​ການ​ຂົ່ມ​ຂູ່​ຕໍ່​ເຂດ​ການ​ຄ້າ​ເສລີ. ທ່ານຮອງ​ຫົວໜ້າ​ກົມ​ອາຊີ​ປາ​ຊີ​ຟິກກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ​ກ່າວ​ວ່າ, ການ​ມີ​ໄມຕີ​ຈິດ​ມິດຕະພາບຕໍ່​ກັນ ​ແລະ​ການ​ຮ່ວມ​ມື​ທາງ​ເສດຖະກິດ​ການ​ຄ້າ​ທີ່​ແໜ້ນ​ແຟ້ນ​ແມ່ນ​ທ່າ​ອຽງ​ຕົ້ນຕໍໃນການ​ໄປມາຫາ​ສູ່ກັນ​ລະຫວ່າງ​ສອງປະເທດ, ບໍ່ຄວນ​ໃຫ້​ຄວາມ​ຂັດ​ແຍ່ງ​ກັນ​ກ່ຽວ​ກັບ​ດິນ​ແດນ​ສ້າງ​ຜົນ​ກະທົບ​ຕໍ່​ການ​ຂະຫຍາຍ​ການ​ພົວພັນ​ທາງ​ເສດຖະກິດ​ການ​ຄ້າ.

ປະທານ​ກິດ​ຕິ​ມະ​ສັກ​ຖາວອນ​ສະພາ​ອຸດສາຫະກຳ​ການ​ຄ້າ​ໃຫຍ່​ຟີ​ລິບ​ປິນກໍ​ໄດ້​ສະ​ແດງ​ຄວາມ​ມຸ່ງ​ມາດປາຖະໜາ​ໃນ​ດ້ານ​ການ​ຮ່ວມ​ມື. ທ່ານ​ກ່າວ​ວ່າ, ການ​ພັດທະນາ​ເສດຖະກິດ​ອາຊ​ຽນຕັດ​ແຍກ​ອອກ​ຈາກ​ການ​​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ​ຂອງ​ເສດຖະກິດ​ຈີນ​ບໍ່​ໄດ້, ຕະຫຼາດ​ຈີນ​ໄດ້​ກາຍ​ເປັນ​ສິ່ງ​ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ເສດຖະກິດ​ຂອງ​ອາຊ​ຽນ.