ຫຸ່ນ​ຍົນ​ໝານ້ອຍ ສາມາດ​ຄວບ​ຄຸມ​ດ້ວຍ​ສະ​ໝາດ​ໂຟນ

(GMT+08:00) 2012-09-25 09:17:52     cri
ຫຸ້ນໝານ້ອຍ​ໂຕນີ້ມີ​ຊື່ວ່າ SODOG ​ເປັນຫຸ່ນ​ໝານ້ອຍ​ລຸ້ນ​ໃໝ່​ ທີ່​ອາດຈະ​ເຮັດໃຫ້​ຫລາຍໆຄົນນັ້ນ ​ຄິດ​ເຖິງ Aibo ຫຸ່ນ​ໝານ້ອຍ​ຂອງ​ໂຊ​ນີ້​ ທີ່​ເຄີຍ​ໄດ້ຮັບ​ຄວາມ​ສົນ​ໃຈ​ຢ່າງ​ຫຼວງຫຼາຍ ​ແຕ່ມາ​ເທື່ອ​ນີ້ ​ສຳລັບ SODOG ນອກ​ຈາກ​ຈະ​ມາ​ພ້ອມ​ກັບ​ ເຊີ​​ເວີ້ ​ເຖິງ 15 ​ໂຕທີ່​ຊ່ວຍ​ໃຫ້​ມັນ​ເຄື່ອນ​ໄຫວ​ໄດ້​ສົມ​ຈິງ​ແລ້ວ, ມັນ​ຍັງມີ​ຄວາມ​ສາມາດ​ອີກ​ອັນໜຶ່ງຄື ມັນ​ສາມາດ​ຈື່ສຽງ​ໄດ້ (voice recognition) ສາມາດ​ຮັບ​ຄຳ​ສັ່ງ ຫລື​ຈື່​ສຽງ​ເຈົ້າ​ຂອງມັນ​ໄດ້ ແຖມ​ຍັງ​ຕອບສະຫນອງ​ຕໍ່​ສັນ​ຍານ​ມື​ ດ້ວຍ​ເຊັນ​ເຊີລ໌​ກວດ​ຈັບ​ຄວາມ​ເຄື່ອນ​ໄຫວ​ໄດ້​ນຳອີກ​ 

    SODOG ​ມັນ​ສາມາດ​ຄວບ​ຄຸມ​​ ໂດຍ​ສະ​ໝາດ​ໂຟນ​ໄດ້ ໂດຍ​ເຊື່ອມ​ຕໍ່​ ​ແບບ​ໄຮ້​ສາຍ​ຜ່າ​ນ ບ​ລູ​ທູດ, ສຳລັບ​ກຳນົດ​ການ​ວາ​ງຂາຍ​ນັ້ນ ອາດ​ຈະ​ເປັນຕອນ​ຕົ້ນ​ປີ 2013 ສວນ​ລາຄາ​ຍັງ​ບໍ່ມີ​ການ​ລະບຸ​ເທື່ອ.