ໃບພູ: ຢາ​ແກ້​ຫໍ​ກິນ​ຕີນ

(GMT+08:00) 2012-09-25 09:19:23     cri
ບາງ​ຄົນ​ອາດ​ຈະ​ເຄີຍ​ພົບ​ບັນຫາ​ຫໍ​ກັດຕີນ ​ໂດຍ​ສະ​ເພາະ​​ແມ່ນຍາມຝົນ​ແບບນີ້ ​ເຊີງບາງ​ບ່ອນ​ກໍ່ອາດ​ຈະ​ມີນ້ຳຫົ້ງ ນ້ຳຂັງ ​ເດັກນ້ອຍ​ ລູກຫຼານບາງຄົນ​ນິກະມັກໄດ໋ ອັນ​ໄປ​ລຸຍ​ນ້ຳທີ່​ຫົ້ງຢູ່​ຫັນ ລະວັງ​ເດີ້ພີ​ນ້ອງ​ເອີຍ ມີ​ລູກ​ບອກ​ລູກ ມີຫຼານບອກຫຼານ​ເດີ້

ເອົາ ມື້ນີ້ກົບ​ມີ​ທັງ​ວິທີ​ປ້ອງ​ກັນ ​ແລະ​ກໍ່ວິທີ​ແກ້​ໄຂ​ມາ​ເວົ້າ​ໃຫ້​ຟັງ ຄັນ​ຖ້າໃຜ​ບໍ່​ຢາກ​ໃຫ້​ຫໍ​ກັດ​ຕີນ. ຫຼັງຈາກທີ່​ໄປລຸຍ​ນ້ຳ​ເປື້ອນມາ ​ເຮົາຄວນ​ຟ້າວ​ລ້າງ​ຕີນ​ໃຫ້​ສະອາດ ​ໂດຍ​ໃຊ້​ນ້ຳສົ້ມ​ສາຍ​ຊູ​ປະມານ 2 ບ່ວງ​ແກງ ປະສົມ​ນ້ຳສະອາດ 2 ລິດ ​ແຊ່​ຕີນ​ໄວ້​ປະມານ 5 ນາທີ ​ແລ້ວ​ລ້າງ​ອອກ​ອີກ​ເທື່ອໜຶ່ງ​ໃຫ້​ສະອາດ​ໂດຍ​ເນັ້ນຫຼືບ​ເລັບ ງ່າມ​ນີ້ວຕີນ​ແລ້ວ​ເຊັດ​ຕີນ​ໃຫ້​ແຫ້ງ

ແຕ່​ຖ້າ​ຫາກ​ໃຜ​ຖືກ​ຫໍ​ກິນ​ຕີນ​ໄປ​ທີ່​ຮຽບຮ້ອຍ​ແລ້ວ ​ໃຫ້​ນ້ຳ​ເອົາ​ໃບ​ພູ​ມາ​ລ້າງ​ໃຫ້​ສະອາດ​ຈາກ​ນັ້ນ​ນ້ຳ​ໄປ​ຕຳ​ແລ້ວ​ພອກ​ໃສ່​ບາດ​ທີ່​ຖືກ​ຫໍ​ກັດ ​ເຊິ່ງວ່າ​ໃບ​ພູນີ້ມັນ​ມີ​ສານ​ນ້ຳມັນ​ຫອມ​ລະ​ເຫີ​ຍ​ເຊິ່ງຊ່ວຍ​ບັນ​ເທົາ​ອາ​ການ​ຄັນ ​ແລະ ຂ້າ​ເຊື້ອ​ພະຍາດ​ບາງ​ຊະນິດ​ໄດ້