ແມວ​​ໂຕໜື່ງ​ໃນປະ​ເທດ​ອັງ​ກິດ​ໜັກ​ສຸດ​ໃນ​ໂລກ 15 ກກ

(GMT+08:00) 2012-09-25 09:20:25     cri
ເວັບ​ໄຊ​ເດ​ລິ​ເມວ ຂອງ​ອັງ​ກິດ ລາຍ​ງານ​ເລື່ອງ​ລາວ​ສຸດ​ຮື​ຮາ​ວ່າ ພົບ​ແມວ​ໂຕໜຶ່ງ​ທີ່ຊື່​ວ່າ ​ສະ​ປອງ​ບອ​ບ ​ອາ​ຍຸ 9 ປີ ມີ​ນ້ຳ​ໜັກ​ເຖິງ 15 ກິ​ໂລ​ກຣາມ ມີ​ຂະໜາດ​ຊ່ຳໆກັບ​ເດັກ​ອາ​ຍຸ 4 ປີເລີຍ​ ​ເອີ້ນ​ໄດ້​ວ່າ ເປັນ​ແມວ​ທີ່ຕຸ້ຍ​ທີ່ສຸດ​ໃນ​ໂລກ​ອີກ​ໂຕ​ໜຶ່ງ​ກໍ​ວ່າ​ໄດ້

ເຊີ່ງ​ແມວ​ໂຕນີ້ນັ້ນ ມັນ​ບໍ່ສາມາດ​ທຳ​ຄວາມ​ສະ​ອາດ​​ໂຕ​ເອງ​ໄດ້ ແລະ​ທີ່​ສຳຄັນ​ມັນ​ບໍ່​ສາມາດ​ຍ່າງ​ໄດ້​ດ້ວຍ​ຕົນ​ເອງ​ອີກ, ຍ້ອນສາ​ເຫດ​​ນີ້ ​ເຈົ້າ​ຂອງຂອງ​ມັນ ​ບໍ່ມີ​ຄວາມ​ສາມາດ​ຄວບ​ຄຸມ​ອາຫານ​ໃຫ້​ມັນ​ໄດ້,​ ຈຶ່ງ​​ໄດ້​ເອົາ​ມັນ​ໄປ​ມອບ​ໃຫ້​ກັບ​ຫນ່ວຍ​ງານ​ສົງ​ເຄາະ​ສັດ ເພື່ອ​ໃຫ້​ການ​ຊ່ວຍເຫລືອ​ໃນ​ການ​ຄວບ​ຄຸມ​ນ້ຳ​ໜັກ ຊຶ່ງ​ດຽວນີ້​ສາມາດ​ລຸດ​ນ້ຳ​ໜັກ​ໄປ​ໄດ້​ປະ​ມານ 1 ກິ​ໂລ​ກຣາມແລ້ວ

ສ່ວນແມວ​ທີ່ຄອງ​ສະ​ຖິ​ຕິຕຸ້ຍ​ທີ່ສຸດ​ໃນ​ໂລກ​ນັ້ນ ​ແມວ​ຈາກ​​ເມັກ​ຊິ​ໂກ ສະ​ຫະລັດ​ອະ​ເມ​ລິ​ກາ ອາຍຸ 2 ປີ ຊຶ່ງ​ໄດ້​ເສັຍຊີວິດ​ໄປ​ແລ້ວ.