Asus ວາງ​ຂາຍ Padfone ​ໂທລະສັບ​ແປ່​ງຮູບ​ຮ່າງ​ໄດ້

(GMT+08:00) 2012-09-25 09:22:24     cri
ເຊີ່ງ​​ໃນ​ປີນີ້ Asus Padfone ຈະ​​ເລີ່​ມວາງ​ຈຳໜ່າຍ ​ໂທລະສັບ​ແປ່​ງຮູບ​ຮ່າງ​ໄດ້ ຢູ່​ທີ່​ໄຕ​ຫວັນ​ຂອງ​ຈີນ ​ສຳລັບ​ຈຸດ​ເດັ່ນ​ຂອງ Asus Padfone ກໍ່​ແມ່ນ​ມັນ​ສາມາດ​ເປັນ​ທັງ​ໂທລະສັບ, ​ແປງ​ຮູບ​ຮ່າງ​ເປັນ​ແທັບ​ແລັດ​ໄດ້ ​ແລະ​ສາມາດ​ເປັນ ​ໂນ​ດບຸກ​ໄດ້​ນຳ​ອີກ ​​ເຊີ່ງ​ກ່ອນ​ທີ່​ມັນ​ຈະ​ແປ່​ງຮູບ​ຮ່າງ​ໄດ້​ ມັນ​ຕ້ອງ​ມີ ອຸປະກອນ3ອັນ​ປະກອບ​ກັນ​ຄື Padfone, Docking ​ແລະ Keyboard Dock ​

ເຊີ່ງສະ​​ເປັກຂອງ ​ໂທລະສັບ Padfone ນັ້ນ​ແມ່ນ

ມີໜ້າຈໍ 4.3cm ຄວາມ​ລະອຽດ​ແມ່ນ 960*540 pixels

ໜ່ວຍປະມວນ​ຜົນ Qualcom Snapdragon S4 ​ແບບ​ສອງ​ແກນ

ກ້ອງຫຼັງ 8 ລ້ານ​ພິກ​ເຊ​ລ

ເນື້ອທີ່​ເກັບ​ຂໍ້​ມູນ 16-64GB ​ແລະ​ມາ​ພ້ອມກັບ​ລະ​ບົບປະຕິບັດ​ການ​ຂອງ Android4

-ສ່ວນ docking ​ແມ່ນ​ເອົາ​ໄວ​ເປັນ​ແທັບ​ແລັດ​ມີໜ້າຈໍ 10.1ນີ້ວ ​ເມື່ອ​ເອົາ Padfone ມາ​ປະກອບ​ໃສ່​ດ້ານຫຼັງຂອງ Docking ມັນ​ກໍ່ຈະ​ປ່ຽນຈາກ​ໂທລະສັບ​ເປັນ ​ແທັບ​ແລັດ​ທັນ​ທີ່ ​ແລະ​ມີ​ອາຍຸ​ການ​ໃຊ້​ງານ​ແບັດ​ເຕີ​ລີ້ ​ເພີ່ນ​ຂື້ນ 5ທົບ​ພຸ້ນ​ໄດ໋

-ນອກ​ນັ້ນຍັງ​ມີ​ແປ້ນ​ພີ​ມທີ່​ເປັນ Keyboard Dock ​ເມື່ອ​ເອົາ Padfone ປະກອບ​ກັບ Docking ​ເປັນ​ແທັບ​ແລັດ​ ຈາກ​ນັ້ນ ເອົາ​ແທັບ​ແລັດ​ນັ້ນມາ​ປະກອບ​ກັບ Keyboard Dock ມັນ​ຈະ​ກາຍ​ເປັນ ​ໂນ​ດບຸກຂະໜາດນ້ອຍ​ທັນ​ທີ່​ເລີຍ ຖື​ວ່າ​ໂທລະສັບໜ່ວຍນີ້ ອະ​ເນກປະສົງຫຼາຍ.