ໜຸ່ມ​ພິ​ການ​ເ​ຄີ່ງ​ໂ​ຕ ປີນ​ພູເຂົາ​ ຄິ​ລິ​ມັນ​ຈາ​ໂລ ທະວີບອາ​ຟຣີກາ

(GMT+08:00) 2012-09-25 09:23:59     cri
ສຳ​ນັກ​ຂ່າວຕ່າງປະ​ເທດ ​ເພີ່ນ​ໄດ້​ບອກ​ເຖີ່​ງ​ເລື່ອງ​ລາວ​ທີ່ໜ້າຍ້ອງຍໍ ສັນລະ​ເສີນ ​​ແລະ​ເລື້ອງ​ນີ້ອາດ​ຈະ​ເປັນ​ແຮງ​ບັນດານ​ໃຈ​ໃຫ້​ຄົນ​ພິການ​ທົ່ວ​​ໂລກ ​ໄດ້​ມີ​ກຳລັງ​ແຮງ​ໃຈ​ທີ່​ຈະ​ສູ້​ຊີວິດ​ຕໍ່​ໄປ ​ເພາະວ່າ​ມີ​ໜຸ່ມ​ພິ​ການ​ເຄີ່ງ​ໂ​ຕ​ ຄົນ​ອາ​ເມ​ລິ​ກາ ໄດ້​ພະຍາຍາມ​ປີນ​ພູເຂົາ ​ຄິ​ລິ​ມັນ​ຈາ​ໂລ ຍອດພູເຂົາ​ທີ່​ສູງ​ທີ່ສຸດ​ໃນ​ທະ​ວີບ​ອາ​ຟ​ລິ​ກາ​ໄດ້​ສຳ​ເລັດໂດຍ​ໃຊ້​ເວລາ 7 ມື້​ເຕັມໆ
ໜຸ່ມ​ພິ​ການ​ຜູ້​ນີ້​ຄື ທ້າວ ສະ​ເປນ​ເຊີ ເວດ ຊາ​ວ​ອາເມ​ລິ​ກາ​ທີ່​ອາໄສ​ຢູ່ໃນ ​ການາດາອາຍຸ 31 ປີ ລາວ​ກາຍ​ເປັນ​ຜູ້​ທີ່ມີ​ຮ່າງກາຍ​ພິ​ການຕັ້ງ​ແຕ່​ແອວ​ລົງ​ໄປ ຕອນ​ທີ່​ອາ​ຍຸ​ໄດ້ 5 ປີ ​ເພາະວ່າ​ແພດ​ໄດ້​ຕັດ​ຂາ​ຂອງ​ລາວ​ອອກ​ທັງ​ໝົດ ​ເນື່ອງຈາກ​ເປັນ​ພະຍາດ​ທາງກຳມະ​ພັນ ແລະ​ຈາກ​ນັ້ນ​ມາ ລາວ​ກໍ່​ຮູ້​ຕົນ​ເອງດີ​ວ່າ ​ຕົນເອງ​ມີ​ສະພາບ​ຮ່າງກາຍ​ທີ່​ເບິ່ງ​ແລ້ວ​ໜ້າ​ເຫັນ​ໃຈ​ໃນ​ສາຍ​ຕາຄົນອື່ນ ເພາະ​ຕ້ອງ​ຍ່າງ​ດ້ວຍ​ສອງ​ມື​ແທນ​ຕີນ ແຕ່​ລາວ​ກໍ​ພະຍາຍາມ​ເຮັດ​ສິ່ງ​ຕ່າງໆ ໃຫ້​ຄື​ກັບ​ຄົນ​ປົກກະຕິທົ່ວ​ໄປ ເພື່ອ​ພິສູດ​ໃຫ້ຄົນ​ອື່ນ​ເຫັນ​ວ່າ​​ ເຖີ່ງລາວ​ຈະ​ພິການ ​ແຕ່​ລາວ​ກໍ​ມີ​ຄຸນຄ່າ​ຄື​ກັບ​ຄົນ​ອື່ນ​ທົ່ວ​ໄປ ບໍ່​ໄດ້​ຂໍ​ຄວາມ​ຊ່ວຍ​ເຫຼືອຈາກ​ໃຜ, ​ຄືດັ່ງ ການ​ປີນ​ພູ​ເຂົາ​ເທື່ອ​ນີ້ ລາວ​ໄດ້​ເຮັດໃຫ້​ຄົນ​ທົ່ວ​ໂລກ​ເຫັນ​ແລ້ວ​ວ່າ ​ເຖີ່​ງຮ່າງກາຍ​ຈະ​ພິການ ​ແຕ່​ຫົວ​ໃຈ ​ແລະ​ຄວາມ​ພະຍາຍາມ​ບໍ່​ໄດ້​ພິການ​ໄປ​ນຳ