ເຕົ່າຍັກຊື່​ດັງ​ຮ້ອຍ​ປີ​ແຫ່ງ​ເກາະ​ ກາ​ລາ​ປາ​ກອດສ ​ໄດ້​ເສຍ​ຊີວິດ​ແລ້ວ

(GMT+08:00) 2012-09-25 09:25:11     cri
ເຊີ່ງເຕົ່າຍັກ​​ໂຕນີ້ມີ​ຊື່ວ່າ ຈອດ​ສ ​ເປັນ​ເຕົ່າທີ່​ມີ​ຊື່ສຽງໂດ່ງ​ດັ່ງ​ແຫ່ງເກາະ ກາ​ລາ​ປາ​ກອດ ​ເຊີ່ງ​ມັນ​ໄດ້ຕາຍ​​ໄປແລ້ວ​ ​ໃນ​ວັນທີ່​ 24 ທີ່ຜ່ານມາ ​ເຊີ່ງ​ເປັນ​ການ​ສູນ​​ເສຍເຕົ່າ​ທີ່​ໃຫຍ່ທີ່​ສຸດ​​​ແລະ ​ເປັນ​ໂຕ​ສຸດທ້າຍ​ຂອງເກາະ​ແຫ່ງ​ນີ້ນຳ​ອີກ

​ເຊີ່ງ​ເຕົ່າ​ໂຕນີ້ຖືກ​ຄົ້ນ​ພົບ​ທຳ​ອິດ​ແມ່ນ​ປີ 1972 ແລະ​ໄດ້​ສ້າງ​ຄວາມ​ແປກ​ໃຈ​ໃຫ້​ກັບ​ນັກ​ວິທະຍາ​ສາດຢ່າງຫຼວງຫຼາຍ​ເພາະວ່າ​ແຕ່​ກີ້​ນັ້ນ ຄື​ດ​ວ່າ​ເຕົ່າ​ໃຫຍ່ສາຍ​ພັນ​ນີ້ ໜ້າ​ຈະ​ສູນ​ພັນ​ໄປ​ດົນ​ແລ້ວ, ແຕ່ວ່ານັບຕັ້ງ​ແຕ່​ພົບ​ມັນ​ເທື່ອ​ນັ້ນ ມັນ​ກໍ່​ກາຍ​ເປັນ​ສັດ​ທີ່​ໂດ່ງ​ດັ່ງ​ປະຈຳ​ເກາະ​​ເລີຍ ​ເພາະ​ມີ​ຜູ້​ເຂົ້າມາ​ຊົມ​ໃນ​ປີກາຍ​ນີ້​ເກືອບ 2​ແສນ

ສ່ວນ​ທາງ​ດ້ານ​ນັກ​ວິທະຍາ​ສາດ​​ເພີ່ນຄາດຂະ​ເນ​ວ່າ ​ເຕົ່າ​ໂຕນີ້ໜ້າ​ຈະ​ມີ​ອາ​ຍຸ​ປະມານ 100 ປີ ຫລື​ຄັນທຽບກັບ​ຄົນ​ກໍ່ປະມານ​ຢູ່​ໃນ​ໄວ​ທອງ 30 ຫາ 40 ປີ, ຊຶ່ງ​ຄວາມ​ຈິງ​ແລ້ວ​​ເຕົ່າສາຍ​ພັນ​ນີ້ ມັນໜ້າ​ຈະ​ມີ​ອາ​ຍຸ​ຍືນ​ເຖິງ 2 ສັດຕະວັດ ຫລື​ປະມານ 200 ປີ
​ເຖີ່​ງຢ່າງ​ໃດ​ກໍ່ຕາມ ທາງ​ສວນສັດ​ປະຈຳ​ເກາະ ​ຍັງ​ຄົງ​ຢູ່​ລະຫວ່າງ​ການຊອກ​​ຫາສາ​ເຫດ ການ​ຕາຍ​ຂອງ​ເຕົ່າ​ໂຕນີ້, ​ແລະ​ຮ່າງກາຍ​ຂອງ​ເຕົ່າ​ໂຕນີ້ຈະ​ຖືກ​ຮັກສາ​ໄວ້ຢ່າງ​ດີ ​ເພື່ອ​ໃຫ້​ລູກຫຼານ​ໄດ້​ເບີ່​ງຕໍ່ໆ​ໄປ ຢູ່​ທີ່​ສວນ​ອຸ​ທະຍານ​ປະຈຳ​ເກາະ.