10ເພງ​ດັງ​ຂອງ Billboards Chart

(GMT+08:00) 2012-09-25 09:42:10     cri

ນ:  ເຂົ້າມາໄລຍະນີ້ເຊັ່ນເຄີຍມາຮູ້ຈັກ10 ເພງດັງຂອງ Billboards Chart, ໂດຍເປັນປະຈຳກັບທຸກໆວັນອາທິດ!
ທີ່ມີການລາຍງານເພງສາກົນທີ່ໄດ້ຮັບຄວາມນິຍົມສູງໃນປັດຈຸບັນນີ້! ເອົາເປັນວ່າບໍ່ເສຍເວລາ ມາຮູ້ຈັກເພງອັນດັບທີ10
ໃນມື້ນີ້ກັນເລີຍ ທີ່ຍັງຄົງເປັນເພງດັງຄື: What Doesn't Kill You ຂອງນັກຮ້ອງສາວຈາກສະຫາລັດອາເມຣິກາ:
Kelly Clarkson ທີ່ມີການເປີດໂຕເພງດັງກ່າວພ້ອມກັບອະລາບ້ຳ: Strongerໃນປີ2011ທີ່ຜ່ານມາ, ຈົນກາຍເປັນເພງດັງ
ຕິອັນດັບໜຶ່ງໃອາເມຣິກາ! ແລະຕໍ່ດ້ວຍເພງອັນດັບທີ9 ທີ່ມື້ນີ້ໄດ້ແກ່ຜົນງານເພງ: What Makes You Beautiful ຂອງກຸ່ມ
ສິລະປິນ One Direction ວົງດັງຈາກປະເທດອັງກິດ ທີ່ເຄີຍນຳເອົາເພງດັ່ງກ່າວໄຕ່ຂື້ນອັນດັບທີ4 ຂອງBillboards
Chart ໃນອາທິດທໍາອິດທີ່ມີການເປີດໂຕສຳລັບເພງດັ່ງກ່າວ!    ລ:  ແລະຕາມມາດ້ວຍດັບທີ8ໃນ
ມື້ນີ້ ກໍ່ໄດ້ແກ່ເພງ: StarShips ຂອງສາວ Nicki Minaj ນັກຮ້ອງທີ່ມາແຮງທີ່ສຸດຂອງອາເມຣິກາໃນປັດຈຸບັນນີ້ ແລະ
ນອກຈາກຄວາມສາມາດໃນການຮ້ອງເພງແລ້ວ ຍັງໄປປະກົດໂຕໃນວົງການແຟຊັນ, ບໍ່ວ່າຈະເປັນການເດີນແບບ ແລະ
ຖ່າຍໜ້າປົກວາລະສານໃຫ້ກັບຫລາຍບໍລິສັດນຳອີກ! ແລະຕາມມາຕິດໆກັບເພງອັນດັບທີ7ໃນມື້ນີ້ ທີ່ໄດ້ແກ່ຜົນງານເພງ:
Boy Friends ຂອງSuper Starໄວອາຍຸ18ປີ: Justin Bieber ທີ່ນຳເອົາເພງດັ່ງກ່າວຕົກລົງມາຈາກອັນດັບທີ4ໃນວັນອາທິດ
ທີ່ຜ່ານມາ!    ນ:  ແລະຕໍ່ດ້ວຍອັນດັບທີ6ໃນມື້ນີ້ກັນເລີຍ ທີ່ເອີ້ນໄດ້ວ່າເປັນໜຸ່ມທີ່ຕິດພັນກັບ
ເລກ6ເປັນພິເສດ! ບໍ່ວ່າຈະເປັນການເປີດໂຕເພງຂື້ນອັນດັບທີ6ຂອງອາເມຣິກາ, ແລະການນຳເອົາເພງດັງຄື: Wild Ones
ຄອງອັນດັບທີ6ຂອງ Billboards Chart ມາ3ອາທິດຕິດຕໍ່ກັນ! ກັບໜຸ່ມ Flo Rida ໃນອະລາບ້ຳໃໝ່ລ່າສຸດ: Only One
Rida(Part 2)! ແລະມາປິດທ້າຍໄລຍະນີ້ກັບອັນດັບທີ5 ທີ່ໄດ້ແກ່ເພງ: Call Me Maybe ຂອງນັກຮ້ອງສາວຈາກປະເທດ
ແຄນນາດາ: Carly Rae Jepsen ທີ່ນໍາເອົາເພງດັ່ງກ່າວໄຕ່ຂື້ນມາອີກ2ອັນດັບ ພາຍຫລັງທີ່ໄປຄອງອັນດັບທີ7!

    (ເພງ)    ນ:  ຫລັງຈາກຮູ້ກັນໄປແລ້ວ6ອັນດັບ ຈາກ10-5, ບັດນີ້ມາຮູ້
ຈັກອັນດັບຕໍ່ໄປ ນັ້ນກໍ່ຄືອັນດັບທີ4 ທີ່ອາທິດນີ້ໄດ້ແກ່ເພງ: Glad You Came ເພງດັງໃນອະລາບ້ຳ: Battleground ຂອງກຸ່ມສິ
ລະປິນ5ໜຸ່ມ: The Wanted!  ກັບຍອດຂາຍລ່າສຸດສະເພາະເພງດຽວຂາຍໄດ້ເຖິງ117,000ເພງ ສະເພາະຢູ່ອາເມຣິ
ກາ ບໍ່ລວມຍອດຂາຍໃນທົ່ວໂລກ! ແລະສຳລັບເພງທີຄອງອັນດັບ3ໃນມື້ນີ້ ກໍ່ຍັງຄົງເປັນເພງດັງ: Payphone ຂອງກຸ່ມສິລະ
ປິນ5ໜຸ່ມ Maroon5, ທີ່ຫາກໍ່ປ່ອຍອອກມາພ້ອມກັບອະລາບ້ຳທີ4,ອະລາບ້ຳໃໝ່ລ່າສຸດ: Over exposed ທີ່ໄປຄອງໃຈບັນ
ດາແຟນເພງທັງຫລາຍທົ່ວຢູໂຣບ!    ລ:  ແລະມາຮູ້ຈັກ2ອັນດັບສຸດທ້າຍ, ທີ່ມື້ນີ້ຍັງຄົງເປັນ
ຜົນງານເພງດັງ: We Are Young ຂອງ3ໜຸ່ມວົງFun, ວົງດັງຈາກນະຄອນຫລວງນິວຍອກ ສະຫາລັດອາເມຣິກາ, ທີ່ເຄີຍ
ໄປຄອງອັນດັບ1ຂອງBillboards Chartsດົນເຖິງ6ອາທິດ! ກັບການຜະລິດຜົນງານເພງ Indie Pop ປະສົມແນວເພງ
Rockຮວ່ມສະໃໝ!!!! ແລະມາປິດທ້າຍກັບອັນດັບທີ1ໃນມື້ນີ້ກັນເລີຍ ກັບຜົນງານເພງ: Somebody That I Used To Know
ຂອງໜຸ່ມ Gotye ທີ່ໄປຄອງອັນດັບໜຶ່ງເປັນໄລຍະເວລາ3ອາທິຕິດຕໍ່ກັນ, ໃນການເປີດໂຕອະລາບ້ຳໃໝ່ລ່າສຸດ:
Making Mirrors ປີ2011ທີ່ຜ່ານມາ!