ນັກຮ້ອງໄວອາຍຸ19ປີ  Miley Cyrus

(GMT+08:00) 2012-09-25 09:51:36     cri


ນ:  ເຂົ້າມາໄລຍະນີ້ ກໍ່ຈະພາມິດລາຍການມາທຳຄວາມຮູ້ຈັກກັບນັກຮ້ອງສາວໄວອາຍຸ23ປີ ຈາກສະຫາລັດອາເມຣິກາ, ກັບລ່າສຸດ
ປີ2011ທີຜ່ານມາ ໄດ້ຖືກຈັດໃຫ້ເປັນນັກຮ້ອງ ແລະນັກສະແດງສາວທີ່ປະສົບຜົນສຳເລັດທີສຸດອັນດັບທີ2 ໃນວົງການບັນເທີງຂອງ
ອາເມຣິກາ! ໂດຍອັນດັບທີໜຶ່ງກໍ່ເປັນໃຜໄປບໍ່ໄດ້ສຳລັບສາວ: Miley Cyrus ນັກຮ້ອງໄວອາຍຸ19ປີ ທີ່ພວກເຮົາເຄີຍເອົາປະຫວັດມາ
ແນະນຳສູ່ມິດລາຍການແລ້ວ! ແລະມື້ນີ້ມາຮູ້ຈັກອັນດັບທີ2ກັນເລີຍ ກັບສາວຄົນນີ້: Annie Hudgens!  

 ລ:  ສຳລັບ Annie Hudgens ກໍ່ເປັນອີກໜຶ່ງນັກຮ້ອງຄຸນນະພາບຂອງລັດແຄລິຟໍເນຍ ສະຫາລັດອາເມຣິກາ! ເກີດໃນວັນທີ14ທັນ
ວາ1988, ປັດຈຸບັັນອາຍຸໄດ້24ປີ! ກັບຄວາມສາມາດດ້ານການສະແດງທີ່ຖືກຍອມຮັບໃນລະດັບຂອງHollywood ຫລື ວົງການຜະ
ລິດຮູບເງົາ ທີ່ໃຊ້ທຶນສູງອັນດັບທີໜຶ່ງຂອງໂລກ! ແລະແນ່ນອນ ສາວຄົນນີ້ໄດ້ມີຜົນງານການສະແດງຮູບເງົາແລະລະຄອນໂທລະ
ພາບຫລາຍເລື່ອງ, ກ່ອນທີ່ຫັນຕົນເອງມາເປັນນັກຮ້ອງດ່ຽວໃນປີ2003!   

ນ:  ໂດຍສາວ Annie ເກີດໃນຄອບຄົວທີ່ມີພໍ່ເປັນຄົນຈາກປະເທດໄອແລນ ແລະແມ່ເປັນຄົນຟິລິປິນ ທີ່ມາເຮັດວຽກແລະໃຊ້ຊີວິດ
ຢູ່ອາເມຣິກາ! ນອກນັ້ນ Annie ຍັງມີເອື້ອຍອີກຄົນໜຶ່ງ ທີ່ໄປແຈ້ງເກີດໃນHolywoodເຊັ່ນກັນ!  ຈົນເຮັດໃຫ້ສາວຄົນນີ້ເດີນຕາມ
ຮອຍເອື້ອຍ  ແລະໄດ້ຮັບການສະແດງ2ເລື່ອງດ້ວຍກັນ ຄື: Thirteen ແລະThunderbirds ທີ່ມີການສາຍໄປທົ່ວອາເມຣິກາ!   

 ນ:  ສຳລັບສາວAnnie Hudgens ພາຍຫລັງປະສົບຜົນສຳເລັດສູງໃນການສະແດງ, ກັບການຮັບບົດບາດເປັນໂຕລະຄອນ: ກາເປຍ
ລາ ມອນເຕ ໃນເລື່ອງ High School Musical 2 ທີ່ສາຍອອກໄປທົ່ວອາເມຣິກາ! ສາວຄົນນີ້ກໍ່ໄດ້ເລີ່ມໃຫ້ຄວາມສົນໃຈໃນການ
ເປັນນັກຮ້ອງ, ໂດຍມີທັງການຝຶກຮ້ອງດ້ວຍຕົນເອງ ແລະຮຽນໃນໂຮງຮຽນສອນດົນຕີ! ແລະໃນທີ່ສຸດກໍ່ສາມາດພັດທະນາຕົນເອງ
ມາເປັນນັກຮ້ອງມືອາຊີບໃນປີ2006!    ລ:  ປັດຈຸບັນສາວAnnie ໄດ້ມີຜົນງານເພງອອກມາພຽງແຕ່ 2ອະລາບ້ຳເທົ່ານັ້ນ, ກັບອະລາ
ບ້ຳທຳອິດທີ່ໃສ່ຊື່ສັ້ນໆວ່າ: V(2006) ແລະIdentified(2008)! ແລະເປັນ2ອະລາບ້ຳທີ່ສູງຜົນສຳເລັດສູງ ຈາກແຟນເພງໃນອາເມຣິ
ກາ, ອັງກິດ, ອົດສຕາລີ ແລະບາງປະເທດໃນເຂດອາຊີ! ໂດຍສະເພາະແມ່ນອະລາບ້ຳVທີ່ປ່ອຍອອກມາໃນປີ2006 ທີ່ລວມມີຫລາຍ
ເພງດັງຈົນພາໃຫ້ອະລາບ້ຳໄປຍາດໄດ້2ລາງວັນພ້ອມກັນໃນປີ2007! ກັບລາງວັນອະລາບ້ຳແຜ່ນສຽງຄຳ ແລະລາງວັນນັກຮ້ອງໜ້າໃ
ໝ່ດີເດັ່ນຂອງອາເມຣິກາ!    ນ:  ແລະນັ້ນກໍ່ຄືຜົນງານເພງ! ສ່ວນຜົນງານການສະແດງຂອງສາວຄົນນີ້ກໍ່ມີຫລາຍເລື່ອງດ້ວຍກັນ
ເປັນຕົ້ນກໍ່ມີ: ລະຄອນເວທີ2ເລື່ອງ, ລະຄອນໂທລະພາບທັງໝົດ7ເລື່ອງ ແລະຮູບເງົາ2ເລື່ອງ, ໂດຍລວມທັງໝົດບໍ່ຕ່ຳກ່ວາ10ເລື່ອງ!
ກັບການຮັບລາງວັນສຳຄັນຕ່າງໆ ບໍ່ວ່າຈະເປັນ: ລາງວັນການປະກວດຮູບເງົາຂອງMTV, ລາງວັນນັກສະແດງໜ້າໃໝ່ຍອດນິຍົມ
ແລະລວມເຖິງລາງວັນ ນັກສະແດງດີເດັ່ນທີ່ຜ່ານການເລືອກຈາກສື່ຕ່າງໆໃນອາເມຣິກາ ແລະອີກຫລາຍລາງວັນ!