ນັກຮ້ອງສາວ: Sarah Ann McLachlan

(GMT+08:00) 2012-09-25 09:59:52     cri


ນ:  ເຂົ້າມາໄລຍະນີ້ກໍ່ຈະພາມິດລາຍການມາທຳຄວາທຮູ້ຈັກກັບເພງປະກອບຮູບເງົາເລື່ອງດັງຂອງອາເມຣິກາ ກັບຜົນງານເພງ:
Ordinary Miracle ຂອງນັກຮ້ອງສາວ:   Sarah Ann McLachlan     ທີ່ເຄີຍນຳເອົາເພງດັ່ງກ່າວ ໄປປະກອບໃນຮູບເງົາເລື່ອງ:
Charlotte's Web ຫລື ປະຕິຫານຮັກຕ່າງສາຍພັນ! ທີ່ປະສົບຜົນສຳເລັດສູງກັບຍອດຂາຍໃນທົ່ວໂລກ 114ລ້ານໂດລາສະຫາ
ລັດອາເມຣິກາ, ພາຍຫລັງທີ່ມີການອອກສາຍໃນໄລຍະພຽງແຕ່ 3ເດືອນເທົ່ານັ້ນ! ແຕ່ກ່ອນອື່ນມາທຳຄວາມຮູ້ຈັກກັບເຈົ້າຂອງ
ຜົນງານເພງດັງຄົນນີ້ກັນກ່ອນ!
   
ລ:  Sarah McLachlan ກໍ່ເປັນໜຶ່ງໃນນັກຮ້ອງຄຸນນະພາບຂອງປະເທດແຄນນາດາ, ປັດຈຸບັນເປັນສິລະປິນໄວອາຍຸ44ປີທີ່ສາມ າດກວາດມາໄດ້ຫລາຍລາງວັນທັງໃນແຄນນາດາ, ອັງກິດ ແລະອາເມຣິກາ! ແລະນອກຈາກຈະມີຄວາມສາມາດໃນການຮ້ອງ
ເພງແລ້ວ, ຍັງປະສົບຜົນສຳເລັດສູງກັບການເປັນນັກດົນຕີ ທີ່ສາມາດຫລີ້ນເຄື່ອງດົນຕີໄດ້ຫລາຍຊະນິດ ບໍ່ວ່າຈະເປັນ: ກີ່ຕ້າ,
ຮາໂມນິກາ, ຄີບອດ ແລະພິເສດກັບຄວາມສາມາດໃນການຫລີ້ນເປຍໂນ ທີ່ສະກົດໃຈຫລາຍໆຄົນ!   

ນ:    Sarah McLachlan ກ້າວເຂົ້າສູ່ວົງການເພງທຳອິດໃນປີ1988, ໃນນາມສັງກັດຂອງຄ້າຍເພງ: Arista Records ທີ່ເປັນຄ້າຍ
ເພງຂອງປະເທດແຄນນາດາ! ກັບການເປີດໂຕຜົນງານເພງຊຸດທຳອິດ ທີ່ໃສ່ຊື່ສັ້ນໆວ່າ: Touch ທີ່ລວມມີຫລາຍເຖິງ20ເພງ
ດ້ວຍກັນ ແລະພິເສດກໍ່ຄືທັງໝົດ20ເພງ ລ້ວນແຕ່ເປັນຜົນງານການແຕ່ງຂອງສາວ: Sarah ຄົນນີ້!   

ນ: Sarah McLachlan ນັກຮ້ອງໄວອາຍຸ44ປີ ຈາກປະເທດແຄນນາດາ, ພາຍຫລັງທີ່ປະສົບຜົນສຳເລັດສູງກັບອະລາບ້ຳ: Touch
ໃນປີ1988, ຈາກນັ້ນກໍ່ມີການພັດທະນາ ແລະປ່ອຍຜົນງານເພງອອກມາຢ່າງຕໍ່ເນື່ອງ ລວມທັງໝົດມີຫລາຍເຖິງ15 ອະລາບ້ຳ
ດ້ວຍກັນ! ແລະພິເສດທຸກອະລາບ້ຳລ້ວນແຕ່ກວາດມາໄດ້ຢ່າງໜ້ອຍ 1 ຫລື 2 ລາງວັນມາຄອງ!   ໂດຍລ່າສຸດກໍ່ມີອະລາບ້ຳ:
Laws Of Illusion ທີ່ປ່ອຍອອກມາໃນປີ2010!   

ລ:  ເອົາເປັນວ່າຕອນນີ້ ມາຮູ້ຈັກເພງທີ່ຈະເອົາມາແນະນຳໃນມື້ນີ້ກັນເລີຍ ກັບ: Ordinary Miracle   ທີ່ນຳໃຊ້ເຂົ້າເປັນເພງປະ
ກອບຮູບເງົາໃນເລື່ອງ: Charlotte's Web ຫລື ປະຕິຫານຮັກຕ່າງສາຍພັນ! ທີ່ເປັນຜົນງານການກຳກັບຂອງນັກປະພັນຊາວອາ
ເມິກາ: Gary Winick,    ຈົນເຮັດໃຫ້ເລື່ອງດັ່ງກ່າວສາມາດມີລາຍໄດ້ທະລຸ:   144ລ້ານໂດລາສະຫາລັດ!     ກັບເນື້ອເພງຂອງ:
Ordinary Miracle ທີ່ຢາກບອກວ່າ: ທຸກສິ່ງທຸກຢ່າງໃນໂລກໃບນີ້ ລ້ວນແຕ່ເກີດຂື້ນຈາກຄຳວ່າປະຕິຫານ! ແລະຢາກໃຫ້ຄົນທັງ
ໂລກເຂົ້າໃຈ, ລວມເຖິງການໃຫ້ຄວາມຮັກຕໍ່ໂລກໃບນີ້ ໃຫ້ຫລາຍຂື້ນ!   

ນ:  ເປັນຕົ້ນກໍ່ມີປະໂຫຍກນີ້ທີ່ນຳມາຝາກ: ທ້ອງຟ້າຍອມຮູ້ດີ ວ່າເວລາໃດຫິມະຄວນຈະຕົກ, ແລະກໍ່ບໍ່ຈຳເປັນຕ້ອງສອນໃຫ້ພືດ
ຕ່າງໆຈະເລີນເຕີບໂຕ ເພາະມັນຈະເຕີບໃຫຍ່ດ້ວຍໂຕຂອງມັນເອງ ເຊິ່ງນີ້ແຫລະຄືປະຕິຫາ!    The sky knows When it's
time to snow,    Don't need to teach a sees to grow,    It's Just another,    Ordinary Miracle Today!