ເຊິ​ນຢາງ

(GMT+08:00) 2012-09-25 10:05:40     cri
 ​


 ​ເຊິ​ນຢາງ ນັກຮ້ອງຊາຍ​ໄວ​ອາຍຸ 28 ປີ ​ໃນ​ແນວ​ເພງ Bass Baritone ​ເຊິ່ງ​ເປັນ​ແນວ​ເພງ​ທີ່​ມີ​ຈັງຫວະ​ສຽງທີ່​ສູງ ​ແລະ ສຽງທີ່​ຕ່ຳຄ້າ​ຍຄື​ກັບ​ແນວ​ເພງ Classical ​​ເປັນ​ແນວ​ເພງ​ທີ່​ເລີ່​ມ​ເກີດ​ຂຶ້ນ​ໃນ​ຕອນ​ທ້າຍ​ສະຕະວັດ​ທີ 19

 ​ເຊິ​ນຢາງ​​ເກີດ​ໃນ​ວັນ​ທີ 20 ມີນາ ​ໃນ​ປີ 1984 ​ເຊິ່ງ​ເປັນ​ລູກຊາຍ​ຂອງ​ນັກ​ດົນຕຼີມືອາຊີ​ບ ຫລັງຈາກ​ທີ່ຮັກສາບັນຫາທາງ​ດ້ານ​ສຽງຈາກ​ນັ້ນ​ໄດ້​ເລີ່​ມຕົ້ນ​ກັບ​ການຮ້ອງ​ເພງ​ເມື່ອຕອນ​ອາຍຸ 16 ປີ ​ໂດຍ​ໄດ້ຮັບ​ແຮງບັນດານ​ໃຈ​ຈາກ​ນັກຮ້ອງຊາວ​ເຢຍລະ​ມັນ Hans Hotter
​ເມື່ອ​ອາຍຸ 19ປີ ໄດ້​​​ເ​ຂົ້າສຶກສາ​ທີ່​ໂຮງຮຽນສິລະ​ປະ​ດົນຕຼີ Shanghai Conservatory of Music ​ພ້ອມ​ທັງສຶກສາ​ທີ່ສູນ​ໂອ​ເປ​ລານາໆຊາດ ​​ແລະ ​ໃນ​ປີ 2007 ສາມາດ​ຄວ້າ​​​ໄດ້​ລາງວັນຊະນະ​ເລີດ​ຈາກ​ເວ​ທີ​ການ​ປະ​ກວດຮ້ອງ​ເພງ BBC Cardiff Singer Of The World Competition
ຕໍ່ມາ ​ເຊິ​ນຢາງ​ໄດ້​ເຂົ້າ​ຮ່ວມ​ໃນ​​​ໂຄງການ Opera Lindeman Young Artist Development Program ​ເຊິ່ງ​ແມ່ນ​​ໂຄງການ ພັດທະນາ​ທາງ​ດ້ານ​ໂອ​ເປ​ລາສຳລັບ​ໄວໜຸ່ມ ​ເຊິ່ງຈັດ​ຂຶ້ນທີ່​ໂຮງຮຽນ Julliard ​​

ສ່ວນ​ລາງວັນ​ອື່ນໆທີ່ ​ເຊິ​ນຢາງໄດ້ຮັບນັ້ນ​ປະກອບ​ດ້ວຍ​ຫລາຍ​ລາງວັນ​ເຊັ່ນ ​ລາງວັນ Boretti - Buitoni Trust Award ​ໃນ​ປີ 2008 ​ແລະ ລາງວັນ​ໃນ​ງານ​ສິລະ​ປະດົນຕຼີ Saint Petersburg's White Night Festival ​ໃນ​ປີ 2010 ​ສ່ວນ​​ໃນ​ປີ 2011 ທີ່​ຜ່ານ​ມາ​ກໍ​ໄດ້​ມີ​ການສະ​ແດງ​ຄອນ​ເສີດ​ດ່ຽວທີ່ຊຽງ​ໄຮ້ຂອງ​ຈີນ ​​ເຊິ່ງຈັດຂຶ້ນ​ທີ່ Shanghai Grand Theatre