ຄົນ​ຈີນ​ບໍລິ​ໂພ​ກຊາຫຼາຍທີ່​ສຸດ​ໃນ​ໂລກ!!!(ຕອນທີໜຶ່ງ)

(GMT+08:00) 2012-09-25 10:13:01     cri
ສະບາ​ຍດີ​ປີ​ໃໝ່ ມິດ​ຮັກ​​ແຟນລາຍການ CRI ທຸກໆທ່ານ!! ພໍ​ຮອດ 19 ​ໂມງ​ພົບ​ກັບໜຸ່ມ​ໃຫຍ່​ອາລົມ​ດີ ທີ່​ດຳ​ເນີນ​ລາຍການ​ເບິ່ງ​ເມືອງ​ຈີນ​ສູ່​ທ່ານ​ຟັງ​ທຸກ​ຄືນ!!! ພົບ​ກັນ​ມື້​ນີ້​ແມ່ນ​ວັນ​ອາທິດ​ ທີ່ 15 ​ເມສາ ກົງ​ກັບ​ມື້​ແຮມ 9 ຄໍ່າ​ເດືອນ 5!! ມື້​ນີ້​ເວົ້າ​ໄດ້​​ເຕັມ​ປາກ​ແລ້ວ​ວ່າ​ສະບາຍດີ​ປີ​ໃໝ່!!! ​ເພາະວ່າ​ແມ່ນ​ມື້​ສັງ​ຂານ​ຂື້ນ​ແມ່ນ​ມື້​ທຳ​ອິດ​ຂອງ​ປີ​ໃໝ່ລາວ​ແທ້ ໆ... ຕາມ​ປະ​ເພນີ​ລາວ​ແລ້ວ​ມື້​ນີ້​ກໍ່ຖື​ວ່າ​ແມ່ນ​ມື້​ສຸດ​ທ້າຍ​ຂອງ​ການສະຫຼອງບຸນ​ກຸດ​ສົງການ​ປີ​ໃໝ່ລາວ!!! ​ແຕ່​ວ່າການ​ຈັດ​ພິທີ​ບາສີສູ່ຂວັນ​ເພື່ອ​ຮັບ​ໂຊກ​ຮັບ​ໄຊ​ໃນ​ປີ​ໃໝ່ ຂອງຫຼາຍ​ເຮືອນ​ກໍ່ຈະ​ແກ່ຍາວ​ໄປຫຼາຍ​ເດືອນ​ພຸ້ນ​ລະ​ຈື່ງ​ຊິ​ຄ່ອຍ​ຮ່ວຍ​ເນາະ!! 3 ​ມື້​ຜ່ານ​ມາ ສຸກ, ​ເສົາ, ອາທິດ​ ມື້​ນີ້​ກໍ່ຄື​ຊິ​ມ່ວນ​ຊິ​ສະຫຼອງກັນ​ເຕັມທີ່​ລະ​ເນາະ... ​ເຂົ້າ​ວັດ​ສົງ​ພະພຸດທະ​ຮູບ!! ​ເຮັດ​ນ້ຳອົບ​ນ້ຳ​ຫອມ​ໄປ​ຫົດ​​ໄປ​ສົງ​ພໍ່​ແມ່, ພໍ່ຕູ້ ​ແມ່ຕູ້ ​ເຖົ້າ​ແກ່​ອາວຸ​ໂສ ຂໍ​ຂະ​ມາລາ​ໂທດ​ເພິ່ນ​ທີ່​ເຮັດ​ສິ່ງ​ບໍ່ດີບໍ່ຈົບ​ບໍ່ງາມ​ໃນ​ຕະຫຼອດ 1 ປີ ທີ່​ຜ່ານ​ມາ.. ບໍ່​ແມ່ນ​ເຮັດ​ພໍ​ເປັນ​ພິທີ​ຊື່ໆ​ເດີ້... ຄິດ​ຄືນ​ແດ່​ວ່າ​ປີໜື່ງຜ່ານ​ມາ​ເຮົາ​ເຮັດ​ຫຍັງ​ບໍ່ດີບໍ່ຈົບ​ບໍ່ງາມ​ແດ່!! ມື້​ນີ້​ແມ່ນ​ມື້​ທຳ​ອິດ​ຂອງ​ປີ​ໃໝ່ລາວ​ກໍ່ປ່ຽນ​ແປງ​ໄດ້​ແລ້ວ ຄົນ​ເຮົາ​ເຮັດ​ບາງ​ອັນ​ຜິດພາດ​ມັນ​ເປັນ​ເລື່ອງ​ທຳ​ມະ​ດາ ​ແຕ່​ຖ້າ​ເຮັດ​ຜິດ​ຊ້ຳ​ອັນ​ເກົ່າ​ນັ້ນ ມັນ​ບໍ່ທຳ​ມະ​ດາ​ແນ່ນອນ!! ຜູ້​ເຖົ້າ​ຜູ້​ແກ່​ອາວຸ​ໂສ ​ເພິ່ນ​ອາ​ໂຫສິກຳ​ທັງ​ອວຍພອນ​ໃຫ້​ພ້ອມ ກໍ່​ແມ່ນ​ເພິ່ນ​ຢາກ​ໃຫ້​ລູກຫຼານ ​ໃຫ້​ເຮົາ​ເປັນ​ລູກ​ຄຳຮູ້​ຂອງ​ພໍ່​ແມ່ ​ເປັນ​ນັກຮຽນດີ​ນັກຮຽນ​ເກັ່ງ​ຂອງ​ຄູອາຈານ ​ເປັນ​ຄົນ​ດີ​ຂອງ​ສັງຄົມ!! ປະ​ເພນີ​ຂອງ​ລາວ​ນີ້​ຈົບງາມ​ມີ​ຄຸນຄ່າຫຼາຍ ຢ່າ​ເຮັດ​ພໍ​ເປັນ​ຮູບ​ການ ​ແຕ່​ຄວນ​ລົງມື​ປະຕິບັດ​ພ້ອມ ​ແລ້ວ​ເຮົາ​ຈະ​ເປັນ​ຄົນ​ດີ​ມີ​ອານາ​ຄົດ​ສົດ​ໃສ... ​ເອົາ!! ມື້​ອື່ນ​ວັນ​ຈັນ ມື້ຮື​ວັນ​ອັງຄານ ພະນັກ ງານ ທະຫານ ຕຳຫຼວດ ກໍ່​ໄດ້​ພັກ​ທົດ​ແທນ​ ບາງ​ຄົນ​ບາງ​ຄອບຄົວ​ກໍ່ຄົງ​ຈະ​ສະຫຼອງຕໍ່ ​ແຕ່ຫຼາຍຄົນ​ເພິ່ນ​ກໍ່ຖື​ໂອກາດ​ນີ້​ແກ້​ໄຂວຽກງານ​ຂອງ​ຄອບຄົວ​ເຮືອນ​ຊານ​ທີ່​ຍັງ​ຄົງ​ຄ້າງ ກໍ່ດີ​ເນາະ​ເພາະ​ເວລາ​ຫວ່າງ​ມັນ​ມີໜ່ອຍ...!! ຈັງ​ໃດກໍ​ຂໍ​ໃຫ້​ທຸກ​ຄົນ ປີ​ໃໝ່ນີ້​ຈົ່ງ​ມີ​ແຕ່​ຄວາມ ສຸກ​ຄວາມ​ຈະ​ເລີ​ນ ຄວາມ​ເຈັບ​ຢ່າ​ໄດ້ຄວາມ​ໄຂ້​ຢ່າ​ມີ ປະສົບ​ຜົນສຳ​ເລັດ​ໃນ​ຊີວິດ​ສ່ວນ​ຕົວ​ຄອບຄົວ​ກໍ່ຄືໜ້າທີ່​ວຽກງານ​ທຸລະ​ກິດໜື່ງ ​ເອົາ!! ມື້​ນີ້​ແມ່ນ​ມື້​ທຳ​ອິດ​ຂອງ​ປີ​ໃໝ່ຈະ​ເອົາ​ເລື່ອງ​ເຄື່ອງ​ດື່ມ​ທີ່​ເປັນ​ປະ​ໂຫຍ​ດຕໍ່​ສຸຂະ​ພາບ​ຮ່າງກາຍ​ມາ​ເວົ້າສູ່​ຟັງ... ​ເພາະວ່າ​ການ​ສຳຫຼວດຫຼ້າສຸດ​ພົບ​ວ່າ ຄົນ​ຈີນ​ບໍລິ​ໂພ​ກຊາຫຼາຍທີ່​ສຸດ​ໃນ​ໂລກ ທັງ​ຜະລິດ​ທັງ​ສົ່ງ​ອອກ ຊາ​ບາງ​ຍີ່​ຫໍ້​ຈົນ​ແພງ​ກວ່າ​ຄຳ ​ແມ່ນ​ແທ້​ບໍ??? ຈັກໜ່ອຍຈະ​ກັບ​ມາ​ເວົ້າ​ສູ່​ຟັງ.

 ຜ່ານ​ໄປ 2 ​ເພງ​ຈາກ​ລາຍການ... ບັດ​ນີ້​ກໍ່ມາ​ລົມ​ເລື່ອງ​ດື່ມ​ນ້ຳ​ຊາ​ທີ່​ມີ​ປະ​ໂຫຍ​ດ ບໍ່​ໃຫ້​ໂທດ​ຕໍ່ຮ່າງກາຍ​ຄື​ແອວ​ກໍ​ຮໍ​ທັງຫຼາຍ!! ຄັນ​ເວົ້າ​ເຖິງ​ລະດູ​ເກັບ​ກ່ຽວ ​ໃບຊາ​ຢູ່​ເມືອງ​ຈີນ ຕາມ​ປົກກະຕິ​ແລ້ວ​ກໍ່ຢູ່​ໃນ​ລະຫວ່າງ ​ເດືອນມີນາຫາ​ຕົ້ນ​ເດືອນ​ພຶດສະພາ... ຊາ​ຂອງ​ຈີນ​ບາງ​ຍີ່​ຫໍ້​ແພງ​ກວ່າ​ຄຳ ທ່ານ​ຜູ້​ຟັງ​ເຊື່ອ​ບໍ?? ຊາ​ໃໝ່ປີ​ນີ້​ກໍ່ລາຄາ​ສູງ​ຂື້ນຫຼາຍຈົນ​ກາຍ​ເປັນ​ສິນຄ້າ​ຫຼູຫຼາ​ໄປ​ແລ້ວ..!! ​ໄລຍະ​ນີ້​ກໍ່​ແມ່ນ​ໄລຍະ​ເກັບ​ກູ້​ໃບຊາ​ແລ້ວ​ນິ...!! ຊາ​ທີ່​ວ່າ​ແພງ​ກວ່າ​ຄຳ​ກໍ່ມີຫຼາຍຍີ່​ຫໍ້, ​ໂດຍ​ສະ​ເພາະ​ຍີ່​ຫໍ້ " ຫຼົງຈິງ " ຂອງໜອງ​ໃຫຍ່​ທາງ​ຕາ​ເວັນ​ຕົກ​ຊາ​ທີ່​ອອກ​ໃໝ່ໆ ​ແລະ ປະມູນ​ກັນ​ໃນ​ກາງ​ເດືອນ​ມີ​ນາ​ຜ່ານ​ມາ​ນີ້, ປະມູນ​ຢູ່​ນະຄອນ​ຫາງ​ໂຈ ​ເມືອງ​ເອກ​ຂອງ, ​ແຂວງ​ເຈີ​ຈຽງ ທີ່​ຮູ້​ກັນ​ດີ​ໃນ​ນາມ​ແດນ​ຊາ​ຂອງ​ແທ້ ຫຼື ຮູ້​ອີກ​ຊື່ໜື່ງວ່າ " ສຸດ​ຍອດ​ຊາ​ມັງກອນ " ​ໃນ​ລາຄາ​​ເຄິ່ງກິ​ໂລຕໍ່ 180.000 ​ຢວນ, ຄັນ​ເປັນ​ເງິນ​ດອນ​ລລ້າ​ກໍ່ປະມານ 28.500 ດອນ​ລ້າ, ຄັນ​ເປັນ​ເງິນ​ກີບກໍ່ປະມານ 216 ລ້ານ​ກີບຕໍ່​ເຄິ່ງກິ​ໂລ​ໄດ໋ທ່ານ​ຜູ້​ຟັງ!! ​ເປັນ​ຊາ​ຂຽວທີ່​ຂື້ນ​ຊື່​ທີ່​ສຸດ​ຂອງ​ຈີນ!! ຢູ່​ຈີນ​ເວລາ​ສັ່ງ​ສິນຄ້າ​ຂາຍ​ເຂົາ​ເຈົ້າ​ໃຊ້​ເຄິ່ງ​ໂລ ຫຼື 500 ​g ​ເປັນ​ຫົວໜ່ວຍມາດຖານ​ໄດ໋ ບໍ່​ວ່າ​ຊີ້ນ​ປາ ຫຼື ອັນ​ໃດ​ທີ່​ອ່າວໜັກກໍ່​ແລ້ວ​ແຕ່...!!! ​ເຂົາ​ເຈົ້າ​ເອີ້ນ​ເປັນ​ " ຈິ່ນ " = 500 g ຫຼື ​ເຄິ່ງກິ​ໂລ​ຫັນ​ລະ... ຄັນ​ຢາກ​ໄດ້​ເຄິ່ງກິ​​ໂລກໍ່ຕ້ອງ​ບອກ​ວ່າ " ອີ່​ຈີ່ນ " ຄັນ​ຢາກ​ໄດ້ໜຶ່ງ​​ໂລກໍ່ບອກ​ວ່າ " ອູ່​ຈີ່ນ "​ໄປ​ຊັ້ນ​ແລ້ວ… ​ເຄິ່ງ​ໂລ 216 ລ້ານ​ກີບ ປັດ​ໂທ້!! ມັນ​ແພງກວ່າຄຳຈັກເທົ່າຫວະ ທ່ານຜູ້ຟັງ!! ຊາຫຼົງຈິ່ນ​ເປັນ​ຫຍັງ​ຄື​​ແພງ​ແທ້... ???  ກໍ່ຍ້ອຍ​ວ່າ​ຮອດ​ຍາມ​ເກັບ​ໃບຊາ​ຊຸດ​ທຳ​ອິດ​ຂອງ​ປີ ​ເຂົາ​ເຈົ້າ​ຈະ​ເກັບ​ເອົາ​ມີ​ແຕ່ 1 ຫຼື 2 ມື້​ເທົ່າ​ນັ້ນ​ຖື​ວ່າ​ເປັນ​ຍອດ​ຊາ​ຂຽວວ່າ​ຊັ້ນ​ຊະ… ຫຼັງຈາກ​ນັ້ນ​ກໍ່ຈະ​ເປັນ​ລະດັບ​ເປັນ​ເກດ ຫຼຸດໆລົງ​ມາ... ອັນ​ນັ້ນ​ແມ່ນ​ລາຄາ​ພິ​ເສດ​ຂອງ​ຍອດ​ຊາ ຫຼົງຈີ່ນ ຜູ່​ຊ່ຽວຊານ​ດ້ານ​ຊາ​ຂອງ​ຈີນ​ບອກ​ວ່າ: ລາຄາ​ຮອງ​ລົງ​ມາ​ຈາກ​ຍອດ​ຊາ ຫຼົງຈີ່ນ ປີ​ນີ້​ຈະ​ຕົກ​ຢູ່​ປະມານ​ເຄິ່ງ​ໂລ 4 ໝື້ນຫາ 5 ໝື້ນຢວນ, 5 ໝື້ນຢວນກໍ່ປະມານ 60 ລ້ານ​ກີບ ນິລະ!! ອັນ​ນີ້​ລຸ້ນຮອງ​ລົງ​ມາ​ແລ້ວ​ໄດ໋ນິ!! ຟັງ​ລາຄາ​ແລ້ວ​ເປັນຕາ​ຟ້າ​ນ​ເນາະ... ໜຸ່ມ​ໃຫຍ່​ອາລົມ​ດີ ບໍ່​ມີ​ປັນຍາ​ຊື້​ມາ​ກິນ​ແນ່ນອນ 555...!!! ລາຄາ​ນີ້​ແພງ​ກວ່າ​ປີ​ກາຍ​ນີ້​ປະມານ 25% ຍີ້ຫໍ້​ດັງ​ອື່ນໆກໍ່ບໍ່​ແມ່ນ​ທຳ​ມະ​ດາ​ໄດ໋.. ທ່ານ​ຜູ້​ຟັງ... ​ເປັນ​ຕົ້ນ​ວ່າ​ຍີ້ຫໍ້ " ຕອນ​ລະດູ​ໃໝ່ " ຫຼື ຍີ້ຫໍ້ " ​ໃນໝາກ​ໂມ " ກໍ່ປະມານ​ສອງໝື້ນຢວນຕໍ່​ເຄິງ​ໂລ.. ທ່ານ​ຫວງ​ສ່ຽວຜິ​ງ, ຮອງ​ປະທານ​ສະມາຄົມ​ຊາ​ຂອງ​ເມືອງ ຈຸ່ນ​ອ່ານ ຂອງ​ນະຄອນ ​ຫາງ​ໂຈ ບອກ​ວ່າ: ມັນ​ບໍ່​ແມ່ນ​ເລື່ອງ​ແປກ​ເລີຍ​ທີ່​ຊາ ຫຼົງ​ຈີ່ນ ແພງ​ກວ່າ​ຄຳ​ເພາະ​ວ່າ​ມັນ​ມີ​ຄຸນ​ນະ ພາບ​ລົດ​ຊາດ​ດີ​ກວ່າ​ຊາ​ດັງ​ອື່ນ​ໆຂອງ​ຈີນ​ອີ່​ຫຼີ, ໂດຍ​ສະ​ເພາະ​ແມ່ນ​ປະ​ຫວັດ​ທີ່​ຍາວ​ນານ​ທີ່ ຕໍ່​ເນື່ອງ​ຂອງ​ມັນ, ດຽວ​ນີ້​ມັນ​ກໍ່​ຍັງ​ປູກ​ຢູ່ອ້ອມ​ບໍ​ລິ​ເວນ​ໜອງ​ໃຫຍ່​ຕາ​ເວັນ​ຕົກ ທີ່​ມີ​ອາ​ກາດ ດິນ​ເໝາະ​ສົມ​ເປັນ​ພິ​ເສດ ແລະ ຜົນ​ຜະ​ລິດ​ກໍ່​ໄດ້​ໜ່ອຍ. ທ່ານ​ກໍ່​ຄາດ​ວ່າ​ລາ​ຄາ​ທຳ​ມະ​ດາ ທົ່ວ​ໄປ​ຂອງ​ຊາ " ຫຼົງຈີ່ນ " ປີ​ນີ້​ຈະ​ຢູ່​ປະມານ 8 ພັນ​ຢວນຕໍ່ 1 ກິ​ໂລ ກໍ່ປະມານ​ເກືອບ 10 ລ້ານ​ກີບ​ນີ້​ລະ… ປີ​ນີ້​ສະມາຄົມ​ຊາ​ຂອງ​ເມືອງ​ ຈຸ່ນ​ອ່ານ ​ເລີ່​ມ​ເກັບ​ໃບຊາ​ໄວ​ກວ່າ​ປົກ ກະຕິ 1 ​ເດືອນ ​ແລະ ກໍ່​ເລີ່​ມຂາຍ​ໃບຊາ " ຊ່ຽນຕາວ " ( Qiandao ) ມໍ​ລະ​ດົກ​ທີ່​ເປັນ​ຍີ້​ຫໍ້​ຊາ​ຂຽວ​ດັງ​ຄ້າຍໆ​ກັບ​ຊາ " ຫຼົງຈີ່ນ " ​ໃນ​ລາຄາ​ເລີ່​ມ​ແຕ່ 5 ພັນ​ຢວນຂື້ນ​ໄປ ຮອດ​ສູງ​ກວ່າ 1 ໝື່ນຢວນຕໍ່​ເຄິ່ງ​ໂລ. ທ່ານ​ຫວງ​ສ່ຽວຜິ່ງ, ບອກ​ວ່າ: ກ້າ​ຮັບປະກັນ​ວ່າ​ຊາ " ຊ່ຽນຕາວ​ມໍ​ລະ​ກົດ " ຄຸນ​ນະພາບກໍ່ຊໍ່າໆກັບ​ຊາ " ຫຼົງຈີ່ນ " ຫັ້ນ​ລະ!! ​ແຕ່​ຊາຍ​ໃນ​ລາ ຄາ​ສູງໆທໍ່ຊາ ຫຼົງຈີ່ນ ບໍ່​ໄດ​ເຍ້ອນ​ວ່າ ຄົນ​ທົ່ວ​ໄປ​ຍອມຮັບ​ສັດທາ ຊາຫຼົງຈີ່ນ ມາ​ດົນ​ແລ້ວ ​ແລະ ​ເປັນ​ຍີ້ຫໍ້​ທີ່​ດີ​ທີ່​ສຸດ​ຂອງ​ຈີນ​ໄປ​ແລ້​ວ!! ເອົາ!! ມາ​ຟັງ​ເພງ​ມ່ວນໆກັນ​ກ່ອນ​ແລ້ວ​ຈຶ່ງ​ມາ​ລົມ​ກັນ​ຕໍ່....

ທ່ານ ສາວ​ຈົ່ງ​ຊິ່ງ, ຜູ້​ບໍລິຫານ​ຂອງ​ບໍລິສັດ​ຊາ​ເມືອງ​ ຈຸ່ນ​ອ່ານ ບອກ​ວ່າ: ທີ່​ຊາ​ຫາ​ບາກ ​ແລະ ​ເປັນ​ທຳ​ມະ​ຊາດ​ແທ້ໆ ສາ​ມາດ​ພັດທະນາເຂົ້າ​ສູ່​ໂອກາດ​ການ​ລົງທຶນ​ໄດ້ຫຼາຍ ອາດ​ຈະ​ເປັນ​ການ​ພັດທະ​ນາ​ໃຫ້​ຄື​ກັບ​ເຫຼົ້າ​ແວງຂອງຝຣັ່ງ ທີ່​ຜ່ານ​ຂັ້ນ​ຕອນຫຼາຍ 10 ປີ. ​ແຕ່​ມັນ​ກໍ່ຂື້ນ​ກັບ​ຄວາມ​ຕ້ອງການ​ຂອງ​ຕະຫຼາດພາຍ​ໃນ​ຈີນ ​ເພາະວ່າ​ຄົນ​ຕ່າງປະ​ເທດ​ບໍ່ຄ່ອຍ​ຈົກ​ເງິນຫຼາຍໆ​ເພື່ອ​ຊື້​ໃບຊາ​ຂຽວທີ່​ສົດ​ຄື​ຄົນ​ຈີນ, ຕົວ​ຢ່າງ​ວ່າ​ຢູ່ສະ​ຫະ​ພາບ​ເອີ​ຣົບ​ກໍ່​ເຄັ່ງ​ຄັດ​ສູງ​ຫຼາຍ​ໃນ​ການ​ກວດ​ກາ​ໃບ​ຊາ​ຂຽວ​ສົ່ງ​ອອກ...!! ຄັນ​ເວົ້າ​​ເຖິງ​ລະດູ​ໃບ​ໄໝ້ປົ່ງ​ຢູ່​ຈີນ​ຍາມ​ນີ້ ​ແມ່ນ​ເປັນ​ຍາມ​ເຮັດ​ທຸລະ​ກິດ​ໃບຊາ​ຂຽວ​ແທ້ໆລະ...!! ຕາມ​ການ​ສຳຫຼວດສະ ມາຄົມ​ການ​ຕະຫຼາດຊາ​ຈີນ​ບອກ​ວ່າ: ການ​ຄ້າ​ຊາ​ໃນ​ລະດູ​ໃບ​ໄມ້​ປົ່ງ​ກວມ 75% ຂອງ​ການ​ຄ້າ​ຊາໝົດປີ​ຂອງ​ຈີນ ທັ້ງໆທີ່​ວ່າ​ຜະລິດ​ຕະພັນ​ທີ່​ຜະລິດ​ໄດ້​ໃນ​ຍາມ​ນີ້​ກວມ​ພຽງ​ແຕ່ 39% ຂອງ​ການ​ຜະລິດ​ຊາໝົດປີ ​ແຕ່​ລາຄາ​ຂອງ​ຊາ​ທີ່​ເກັບ​ກູ້​ຍາມ​ລະດູບານ​ໃໝ່​ແນ​ວນີ້​ລາຄາ​ສູງຫຼາຍ ບັດ​ນີ້​ຈະ​ພາ​ໄປ​ຟັງ​ບົດ​ລາຍ​ງານ​ຂອງ​ອົງການ​ອາຫານ ​ແລະ ການ​ກະ​ເສດ​ຂອງ ສ.ປ.ຊ ຫຼື FAO ທີ່​ເພິ່ນ​ເຜີຍ​ແຜ່​ໃນ​ທ້າຍ​ເດືອນກຸມພາ​ປີ​ນີ້​ບອກ​ວ່າ: ຈີນ​ແມ່ນ​ປະ​ເທດ​ທີ່​ບໍລິ​ໂພ​ກ ​ແລະ ຜະລິດ​ຊາຫຼາຍທີ່​ສຸດ​ໃນ​ໂລກ​ໃນ​ປີ 2010. ​ໃນ​ປີ 2010 ທົ່ວ​ໂລກ​ບໍ​ລິ​ໂພກ​ຊາ​ເພີ່ມ​ຂື້ນ 5,6% ຄື​ຂື້ນ​ຮອດ 4 ລ້ານ​ໂຕນ ຖື​ວ່າ​ເພີ່ມ​ຂື້ນ​ໄວ​ຫຼາຍ​ໂດຍ​ສະ​ເພາະ​ແມ່ນ​ຢູ່ຈີນ, ອິນ​ເດຍ ແລະ ປະ​ເທດ​ເສດ​ຖະ​ກິດ​ຈະ​ເລີນ​ໃໝ່ໆຕ່າງໆ. ສະ​ເພາະ​ຢູ່ຈີນ 2010 ກໍ່​ບໍ​ລິ​ໂພກ​ຊາ​ເຖິງ 1 ລ້ານ 6 ໝື່ນ​ໂຕນ ຫຼາຍ​ທີ່​ສຸດ​ໃນໂ​ລກ, ບໍ່​ຫຼາຍ​ຈັ່ງ​ໃດ​ເນາະທ່ານ​ຜູ້ຟັງ... ຄົນ 1 ຕື້ 300 ລ້ານກວ່າຄົນ ສົມ​ມຸ​ດວ່າ​ດື່ມນ້ຳ​ຊາ​ຈັກ 3-400 ລ້ານ​ຄົນ ກໍ່​ຫຼາຍທີ່​ສຸດ​ໃນ​ໂລກລະເດເນາະ...!! ຜົນ​ຜະລິດ​ຊາ​ທົ່ວ​ໂລກ​ກໍ່​ເພີ່ມ​ຂື້ນຫຼາຍຄື​ກັນ​ໃນ​ປີ 2010 ຄື​ເພີ່ມ​ຂື້ນ 4,2% ​ເປັນ 4 ລ້ານ 1 ​ແສນ​ໂຕນ...!! ຜົນ​ຜະລິດ​ຊາ​ດຳ​ກໍ່​ເພີ່ມ​ຂື້ນ 55% ​ແລະ ລາຄາ​ກໍ່ສູງ​ເປັນ​ປະຫວັດ​ການ, ສ່ວນ​ຊາ​ຂຽວ​ເພີ່ມ​ຂື້ນ 1,9% ສ່ວນ​ຈີນ​ກໍ່ຍັງ​ຮັກສາ​ຕຳ​ແໜ່ງປະ​ເທດ​ທີ່​ຜະລິດ​ຊາຫຼາຍທີ່​ສຸດ​ໃນ​ໂລກ​ຢູ່​ໃນ​ປີ 2010 ຜະ ລິດ​ໄດ້ 1 ລ້ານ 4 ​ແສນ​ໂຕນ ກວມ 33% ຂອງ​ທົ່ວ​ໂລກ. ສຳລັບ​ປີ 2012 ນີ້​ລາຄາ​ຊາ​ທີ່​ຄາດ​ໄວ້​ແຕ່​ຕົ້ນ​ປີ ວ່າ​ຈະ​ສື​ບຕໍ່​ແພງ​ຂື້ນ, ​ເພາະວ່າ​ປີ​ກາຍ​ນີ້​ລາຄາ​ສະ​ເລ່ຍຢູ່​ທົ່ວ​ໂລກ​ແມ່ນ​ກິ​ໂລໜື່ງຕໍ່ 2 ​ໂດ​ລາ 85 ​ເຊັນ. ຍ້ອນ​ລາຄາ​ຊາ​ແພງ​ຂື້ນ​ແນວ​ນີ້​ກໍ່ຄາດວ່າ​ຈະ​ໄດ້​ລາຍ​ຮັບ​ຈາ​ການ​ສົ່ງ​ອອກ​ຊາ​ເພີ່ມ​ຂື້ນ 2,2% ​ໃນ​ປີ​ກາຍ​ ​ເຊິ່ງຈະ​ເປັນ​ຜົນ​ດີ​​ແກ່​ລາຍ​ຮັບ​ຂອງ​ຊາວ​ກະສິກອນ​ໃນ​ຊົນນະບົດ​ຈະ​ໄດ້​ເພີ່ມ​ຂື້ນ​​ໄປ​ນຳ...!!! ຄັນ​ເວົ້າ​ແຕ່​ສະ​ເພາະ​ການ​ດື່ມ​ຊາ​ໃນ​ສັງຄົມ​ຈີນ ກໍ່ມີ​ເລື່ອງໜື່ງທີ່​ຜູ້​ຊ່ຽວຊານ​ດ້ານ​ຊາ​ເປັນ​ຫ່ວງ​ຄື ຊາວໜຸ່ມຄົນ​ລຸ້ນ​ໃໝ່ບໍລິ​ໂພ​ກຊາຫຼຸດລົງ, ສາ​ເຫດ​ຍ້ອນ​ຫຍັງ​ຈັກໜ່ອຍໜຸ່ມ​ໃຫຍ່ ຈະ​ມາ​ເວົ້າ​ສູ່​ຟັງ...!!

ຜູ້​ຊ່ຽວຊານ​ຈີນ​ບອກ​ວ່າ: ສາ​ເຫດ​ທີ່​ດຽວນີ້​ມີ​ຄົນ​ຈີນ​ບາງ​ຄົນ​ເລີ່​ມບໍ່ດື່ມ​ຊາ​ທີ່​ເປັນ​ປະ​ເພນີ​ເປັນນິ​ໃສ​ຂອງ​ຄົນ​ຈີນ​ອອກ​ແຕ່​ດົນ​ນານ ​ກໍ່​ແມ່ນ​ຍ້ອນ​ບາງ​ຄົນ​ຫັນ​ໄປ​ນິຍົມ​ດື່ມ​ກາ​ເຟ, ຍ້ອນ​ຫຍັງ​ກໍ່ຍ້ອນ​ການ​ໃຊ້​ເວລາ​ປຸງ​ມັນ​ສັ້ນ ທຽບ​ໃສ່​ເອົາ​ໃບຊາ​ລົງ​ໃສ່​ນ້ຳ​ຮ້ອນ​ແລ້ວ​ລໍຖ້າ​ໃຫ້​ລົດ​ຊາດ ​ແລະ ສີ​ຂອງ​ໃບຊາ​ອອກ​ ທັ້ງຮ້ອນຫຼາຍອີກ, ວ່າ​ຊັ້ນ!! ​ເອີ່...ກິນ​ຊາ​ຄັນ​ບໍ່ກິນ​ຕອນ​ພວມ​ຮ້ອນໆຈົນ​ໄດ້​ເປົ່າ ກິນ​ໄປ​ກໍ່ບໍ່ມີ​ປະ​ໂຫຍ​ດຫຍັງ​ຕໍ່ຮ່າງກາຍ ຕໍ່ການ​ຊະ​ລ້າງ​ໄຂ ມັນ ຕໍ່ການ​ເຮັດ​ໃຫ້​ຮ່າງກາຍ​ຕື່ນ​ຕົວ​ສົດ​ຊື່ນ  ນານ​​ເຖົ້າ​ດອກ..!! ໜຸ່ມໃຫຍ່ເຫັນຄົນຈີນຄັນນ້ຳຊາເຢັນແລ້ວ ມີແຕ່ເອົາໄປລ້າງໂຕະຢູ່ໃນຮ້ານອາຫານ ທີ່ມັນເປື້ອນຈາກຄາບອາ ຫານຫວານ, ມັນ, ຄາວອອກດີປານຫຍັງ ທໍ່ນັ້ນແລ້ວ...!!! ນາງ ຫວາງຢານ ອາຍຸ 25 ປີ ຢູ່ປັກກິ່ງບອກວ່າ: ມັກກິນກາເຟຫຼາຍກວ່າຊາ ເພາະມັນເຮັດໃຫ້ສົດຊື່ນ ແລະ ເຮັດໃຫ້ຂ້ອຍຮູ້ສຶກວ່າທັນສະໄໝດີ.... ວ່າຊັ້ນ!! ໄວລຸ້ນເລື່ອງນຳຍຸກນຳສະໄໝຕ້ອງມາກ່ອນໂລດລະເນາະ...!!! ເລື່ອງດີແທ້ຫຼືບໍ່ ເອົາໄປໄວ້ນຳຫຼັງ...