ຄົນ​ຈີນ​ບໍລິ​ໂພ​ກຊາຫຼາຍທີ່​ສຸດ​ໃນ​ໂລກ!!!(ຕອນທີສອງ)

(GMT+08:00) 2012-09-25 10:14:56     cri
ເວົ້າເລື່ອງປະເພນີການດື່ມຊາຂອງຄົນຈີນແລ້ວກໍ່ຖືໂອກາດເວົ້າເຖິງປະຫວັດຂອງມັນສູ່ຟັງຫຍໍ້ໆຈັກໜ່ອຍ... ປະຫວັດຂອງການເລີ່ມດື່ມ
ຊາຂອງຄົນຈີນມີມາແຕ່ດົນນານອີ່ຫຼີ!! ເລື່ອງເລົ່າຕໍ່ໆກັນມາເລີ່ມທີ່ສະໄໝຈັກກະພັດ ເສິນໜົງ ປະມານ 5 ພັນປີມາແລ້ວ.. ໃນລະດູຮ້ອນ
ມື້ໜື່ງແຕ່ 2737 ກ່ອນ ຄ.ສ ພຸ້ນລະ..!! ໃນຂະນະທີ່ພະອົງນຳອານາມາດລົງຢ້ຽມຢາມປະຊາຊົນຢູ່ເຂດຫ່າງໄກໃນອານາຈັກ. ພະອົງແລະ
ໄພ່ພົນ ຢຸດແວ່ພັກເອົາແຮງກາງທາງຜູ້ຮັບໃຊ້ຜູ້ໜື່ງຕົ້ມນ້ຳຮ້ອນເພື່ອດື່ມ ລ້ວໄປເດັດໃບແຫ້ງຂອງພຖ້ມໄມ້ໃກ້ໆຫັ່ນມາໃສ່ຈອກນ້ຳຮ້ອນ
ແ ລ້ວມັນກໍ່ອ່ອນອອກສີງາມ, ພະອົງຈື່ງສົນໃຈໃນເຄື່ອງດື່ມໃໝ່ນີ້ ຈື່ງດື່ມໜ່ອຍໜື່ງຮູ້ສຶກວ່າ: ໂອ່, ລົດຊາດດີ ນັບແຕ່ນັ້ນມາ ນ້ຳຊາກັບ
ຄົນຈີນ ປະເທດຈີນຈິ່ງພັດທະນາມາຮອດກັນຢ່າງໃກ້ຊິດ ຈົນກາຍເປັນວັດທະນະທຳການບໍລິໂພກທີ່ຄຽງຄູ່ປະສົມປະສານໄປກັບ ຂົງຈື່,
ເຕົາ ແລະ ພຸດ. ເວລາຜ່ານໄປຫຼາຍພັນປີ ຈົນພັດທະນາການມາເປັນອຸດສາຫະ ກຳຊາດື່ມ ແລະ ຈີນກໍ່ກາຍເປັນທີ່ 1 ໃນການຜະລິດ
ແລະ ສົ່ງອອກໄປຂາຍຢູ່ຫຼາຍກວ່າ 120 ປະເທດ ແລະເຂດແຄວ້ນໃນທົ່ວໂລກ ທັງນຳເຂົ້າຊາຈາກ 50 ປະເທດ ແລະເຂດແຄວ້ນທົ່ວ
ໂລກຄືກັນ... ຟັງເພງອີກກ່ອນເນາະ!!! ແລ້ວຈັ່ງມາລົມກັນກ່ຽວກັບ ວ່າຄົນຈີນບາງຄົນດື່ມຊາໜ່ອຍມັນຍ້ອນຫຍັງໃຫ້ລົງເລິກຕື່ມ!!

ທ່ານຫຼິວຊົ່ງຮົ່ວ, ຮອງປະທານສະມາຄົມຊາຈີນບອກວ່າ: " ການດື່ມຊາແມ່ນເວລາພັກຜ່ອນຢ່ອນໃຈທີ່ດີທີ່ສຸດຂອງຄົນສະໄໝກ່ອນ,
ແຕ່ວ່າດຽວນີ້ຍ້ອນວຽກ ແລະ ຊີວິດທີ່ຕ້ອງແຂ່ງຂັນກັບເວລາ ແລະ ກົດດັນຂື້ນກວ່າເກົ່າໃນສັງຄົມຈີນ ໂດຍສະເພາະຕາມຕົວເມືອງ ຈິ່ງເຮັດໃຫ້ການດື່ມຊາກັບຊີວິດປະຈຸບັນມັນຢາກຂັດກັນ ". ສ່ວນທ່ານເໝົາຫຼີໝິ່ນ, ຜູ້ຊ່ຽວຊານຊາ ເວົ້າວ່າ: " ຊາມັນມີຜົນດີຕໍ່ສຸຂະພາບ
ຫຼາຍ ແຕ່ຄົນຈີນລຸ້ນໃໝ່ຊ້ຳ ພັດດື່ມຊາໜ່ອຍລົງ " ສ່ວນທ່ານ ພຣໍ ຮິກກິນສ, ຜູ້ຊ່ຽວຊານຊາຂອງບໍລິສັດຊາການາດາຊ້ຳພັດວ່າ: " ໃນ
ຂະນະທີ່ຄົນຈີນລຸ້ນໃໝ່ ພວມດື່ມ ແລະ ສົນໃຈຊາໜ່ອຍລົງ, ຢູ່ປະ ເທດຕາເວັນຕົກຊ້ຳພັດດື່ມຊາຫຼາຍຂື້ນ ຍ້ອນຮູ້ວ່າມັນດີຕໍ່ສຸຂະພາບ
". ສ່ວນອົງການອາ ຫານ ແລະ ການກະເສດຂອງ ສ.ປ.ຊ FAO ກໍ່ບອກວ່າ: ຄົນອັງກິດດື່ມຊາສະເລ່ຍຜູ້ໜື່ງ 1 ກິໂລກັບ 890g ຕໍ່ປີ
ຫຼາຍກວ່າຈີນ 2 ເທົ່າ, ຄືຄົນຈີນດື່ມຊາສະເລ່ຍຕໍ່ປີມີແຕ່ 820g, ທ່ານມາໂກ້ເບີຕັນ ປະທານສະພາຂອງອີຕາລີ່ກໍ່ວ່າ: ເຖິງວ່າອີ່ຕາລີ່ແມ່ນ
ແດນກາເຟ ແຕ່ດຽວນີ້ຫຼາຍຄົນກໍ່ຫັນມາດື່ມຊາເພີ່ມຂື້ນ ໂດຍສະເພາະແມ່ນຊາຂຽວ ອູ່ຫຼົງ ຈາກຈີນ. ທ່ານຫຼິວຊົງຮົ່ວ ບອກວ່າ:
ວິທີໜື່ງທີ່ຈະກະຕຸ່ນໃຫ້ຄົນຈີນລຸ້ນໃໝ່ດື່ມຊາຫຼາຍຂື້ນກໍ່ແມ່ນ ປັບປຸງເຮັດເປັນຊາຫໍ່ແລ້ວຈຸ່ມນ້ຳຮ້ອນໄດ້ໂລດ ບໍ່ຕ້ອງກິນແບບບູຮານທີ
ເອົາໃບຊາໃສ່ນ້ຳຮ້ອນ ເພື່ອປະຫຍັດເວລາປຸງ ທັງພັດທະນາອຸດສາຫະກຳຊາດ້ວຍກົນລະ ຍຸດໂຄສະນາເຊັ່ນ ແນະນຳຜະລິດຕະພັນຊາໃ
ໝ່ທີ່ມີລະດັບກາເຟອິນຕ່ຳ ຫຼື ຊາສາດເສີມຄວາມງາມ ແລະ ເປັນຢາພ້ອມ!!! ເພາະທາງການແພດດຽວນີ້ກໍ່ມີຢາສີແຂ້ວຊາແລ້ວເດ..
ທ່ານ ລູອິດ ໂລເບີເກ່, ປະທານສະພາຊາຂອງການາດາກໍ່ວ່າ: " ພວກເຮົາໄດ້ແນະນຳຊາພິເສດໃຫ້ຄົນການາດາ, ເຂົ້າກໍມັກ ແລະ ມີຄວາມສຸກກັບການດື່ມຊາຂຽວນັບມື້ນັບຫຼາຍຂື້ນ ເພາະມັນມີດີຕໍ່ສຸຂະພາບຫຼາຍ " ສ່ວນທ່ານ ຢາງຮຸ່ຍຫຼິງ, ຮອງປະ ທານຝ່າຍບໍລິຫານ
ຂອງກຸ່ມບໍລິສັດພັດທະນາ ແລະ ລົງທຶນ Hecheng ເວົ້າວ່າ: " ຂ້ອຍບໍ່ຢາກໃຫ້ເໜັ້ນໜັກການແນະນຳຜະລິດຕະພັນ ຫຼື ເຕັກໂນໂລຊີ
ໃໝ່ເຂົ້າໃສ່ຊາ ຫຼາຍເກີນໄປ ເພາະວ່າການດື່ມຊາເປັນການພັກຜ່ອນທີ່ດີອັນໜື່ງ ມັນຊິເປັນຫຍັງຖ້າເຮັດ ໃຫ້ຊີວິດຊ້າລົງໜ່ອຍໜື່ງ
ກັບການດື່ມຊາ ມັນຍັງດີອີກ. ເຮັດວຽກໜັກຫຍຸ້ງມາໝົດມື້ ແລ້ວໃຫ້ລາງວັນແກ່ຕົນເອງດ້ວຍການນັ່ງຈິ່ບຊາຮ້ອນໆ ສະບາຍສະບາຍ
ມັນບໍ່ເສຍເວ ລາພໍທໍ່ໃດດອກ ທັງມີຄວາມສຸກອີກ " !! ໝາຍຄວາມວ່າທ່ານຢາງຢາກໃຫ້ຮັກສາວິທີດື່ມຊາແບບເກົ່າໄວ້ວ່າຊັ້ນສະ...!!!