ສິນຄ້າ​ລາວ​ບຸກ​​ເບີກ​ຕະຫຼາດ​ຈີນ​ເປັນ​ກ້າວໆ

(GMT+08:00) 2012-09-25 15:11:51     cri

​ໃນ​ຫໍ​ວາງສະ​ແດງ​ລາວ, ຮ້ານ​ທີ່​ຕົບ​ແຕ່ງ​ໄດ້​ດີກ​ວ່າ​ໝູ່​ກໍ​ແມ່ນ​ຮ້ານ​ຂາຍ​ເບ​ຍລາວ​, ປ້າຍ​ໂຄສະນາ​ສີຄຳ​ທີ່​ໃຫຍ່​ໂຕ​ໄດ້​ພິມ​ຮູບ​ທາດຫຼວງ, ປະຕູ​ໄຊ​ແລະ​​ແກ້ວ​ເບຍ​ລາວ​ທີ່ສົດ​ຊື່ນ. ຢູ່​ໜ້າ​ຮ້ານ, ທ່ານ​ເຈ່ຍ​ເວີນ ປະທານ​ບໍລິສັດ​ການ​ຄ້າ​ຊິນ​ຮູ​ກວງ​ຊີ​ຈຳກັດ ທີ່​ຮັບຜິດຊອບ​ທຸລະ​ກິດ​ເບ​ຍລາວ​ຢູ່​ຈີນ ​ກໍ​ມັກ​ເບຍ​ລາວ​ຫຼາຍ, ​ເພິ່ນ​ເວົ້າ​ວ່າ:

​ເບຍ​ລາວ​ມີ​ຄຸນ​ນະພາ​ບດີ​ທີ່​ສຸດ, ​​ໄດ້​ໃຊ້​ເຊື້ອ​ໝັກ​ຂອງ​ເຢຍລະ​ມັນ, ​ເຂົ້າ​​ເບຼຝຣັ່ງ, ນ້ຳທີ່​ໄຫຼ​ລົງ​ມາ​ຈາກ​ສາຍພູ​ຫິມະ​ໄລ, ຍ້ອນ​ວ່າ​ລາວ​ມີ​ສິ່ງ​ແວ​ດລ້ອມ​ທີ່​ດີ, ນ້ຳ​ທີ່​ດີ​ແລະ​ພູ​ທີ່​ດີ​ຈະ​ມີ​ເບຍ​ທີ່​ດີ, ​ໃນ​ການ​ປະ​ກວດ​ເມື່ອປີ2004, ​ເບຍ​ລາວ​ຖືກ​ຍົກ​ໃຫ້ເປັນ​ເບຍ​ທີ່​ດີ​ທີ່​ສຸດ​ໃນ​ອາຊີ, ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນ​ໄດ້​ຈັດ​ເອົາ​ເບຍ​ລາວ​ເປັນ​ເບຍ​ຂອງ​ງານ​ວາງສະ​ແດງ.
ທ່ານ​ເຈ່ຍ​ເວີນ​ບອກ​ນັກ​ຂ່າວ​ວ່າ, ​ໃນ​ງານ​ວາງສະ​ແດງຄັ້ງ​ນີ້, ​ເບຍ​ລາວ​​ເປັນ​ເບຍ​ທາງ​ການ​ຂອງ​ງານ​​ວາງສະ​ແດງເປັນ​ຄັ້ງ​ທຳ​ອິດ, ​ໄດ້​ຮັບ​ຜົນ​ດ້ານ​ໂຄສະນາ​ທີ່​ດີ, ຜູ້​ທີ່​ມາ​ປຶກສາ​ນຳ​ພວກ​ເຮົາ​ມີ​ຢ່າງ​ບໍ່​ຂາດ, ຈົນ​ວ່າ​ຍັງ​ມີ​ບໍລິສັດ​ໜຶ່ງ​ຂອງກາ​ນາ​ດາ​ຢາກ​ເປັນ​ຕົ​ວ​ແທນ​ຂາຍ​ເບ​ຍລາວ.

​ເຟີ​ນີ​ເຈີ​ລາວ​ກໍ​ຄື​ກັນ​ກັບ​ເບຍ​ລາວ, ​ໄດ້​ເຂົ້າ​ສູ່​ຕະຫຼາດ​ຈີນ​ຢ່າງ​ສຳ​ເລັດ​ຜົນ. ບໍລິສັດ​ເຟີ​ນີ​ເຈີ​ຊ່າງ​​ເຊີ້ງ​ລາວ​ກໍ​ແມ່ນ​ບໍລິສັດ​ເຟີ​ນີ​ເຈີ​ຮ່ວມ​ທຶນ​ຈີນ​ລາວ. ພະນັກງານ​ທ່ານໜຶ່ງ​ຂອງ​ບໍລິສັດ​ດັ່ງກ່າວ​ບອກ​ນັກ​ຂ່າວ​ວ່າ, ບໍລິສັດ​ໄດ້​ເປີດສາຂາ​ຢູ່​ສອງ​ແຫ່ງຄື​ຢູ່​ຄຸນ​ມິ​ງ​ແລະ​ຈຸ່ງ​ກິ່ງ​ແລ້ວ, ດຽວ​ນີ້, ພວມ​ກຽມ​ເປີດສາຂາ​ແຫ່ງ​ທີ​ສາມ​ຢູ່​ນະຄອນ​ເສິງ​ຕູ່. ບໍລິສັດ​ໄດ້​ຮັບ​ຜົນ​ກຳ​ໄລ​ທີ່​ດີ, ລາຍ​ຮັບ​ຂອງ​ເຂົາ​ເຈົ້າ​ກໍ​ນັບ​ມື້​ນັບ​ສູງ​ຂຶ້ນ.

​ແຕ່​ກ່ອນ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​​ແຂວງ​ລ້ວນ​ແຕ່​ຂີ່​ລົດ​ໄຟ, ດຽວ​ນີ້​ລ້ວນ​ແຕ່​ຂີ່​ຍົນ​ໄປ​ກັບ.

​ເຟີ​ນີ​ເຈີ​ລາວ​ກໍ​ເຮັດ​ໃຫ້​ພໍ່​ແມ່​ປະຊາຊົນ​ລາວ​ທີ່​ເຮັດ​ເຟີ​ນີ​ເຈີ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຄື​ກັນ. ​ໃນ​ຫໍ​ວາງສະ​ແດງ, ນັກ​ຂ່າວ​ໄດ້​ພົບຄົນ​ລາວ​ຜູ້​ໜຶ່ງ ທີ່​ມີ​ພີ່ນ້ອງ​ເປັນ​ເຈົ້າ​ຂອງ​ຮ້ານ​ເຟີ​ນີ​ເຈີ. ລາວ​ບອກ​ນັກ​ຂ່າວ​ວ່າ:

ພາຍຫຼັງ​ເປີດ​​ໂຮງ​ງານຜະລິດ​ເຟີ​ນີ​ເຈີ​ແລ້ວ, ​ກຳມະກອນ​ທີ່ໄປ​ເຮັດ​ວຽກ​ຢູ່​ໃນ​ໂຮງ​ງານເຟີ​ນີ​ເຈີ​ກໍ​ມີ​​ເງິນ​ເດືອນ, ມີ​ເງິນ​ເດືອນ​ແລ້ວ​ກໍ​ຈະ​ມີ​ກຳລັງ​ແຮງ​ໄປ​ເຮັດ​ວຽກ​ຕໍ່.

ທ່ານຄຳ​ໄພ ປະທານ​ສະມາຄົມ​ເຟີ​ນີ​ເຈີ​ລາວ​ມີ​ຄວາມ​ພິຈາລະນາ​ເລິກ​ເຊິ່ງກວ່າ​ເກົ່າ​ຕໍ່​ການ​ຮ່ວມ​ມື​ໃນ​ຂະ​ແໜງ​ການ​ເຟີ​ນີ​ເຈີ​ລະຫວ່າງ​ຈີນ​ລາວ:

ປະຈຸ​ບັນ, ຝີ​ມື​ຂອງ​ຄົນ​ລາວ​ຍັງ​ບໍ່​ຄ່ອຍ​ດີ​ປານ​ໃດ, ສະ​ນັ້ນ, ພວກ​ເຮົາ​ຍັງ​ຕ້ອງການ​ນາຍ​ຊ່າງ​​ແລະ​ກຳມະກອນ​ທີ່​ມີ​ຝີ​ມືທີ່​ດີ​ຂອງ​ຈີນ​ໄປ​ລາວ, ຍົກ​ລະດັບ​ຂອງນາຍ​ຊ່າງ​ແລະ​ກຳມະກອນ​ຂອງລາວ, ​ເພື່ອ​ຜະລິດ​ເຄື່ອງເຟີ​ນີ​ເຈີ​ມີ​ຄຸນ​ນະພາ​ບທີ່​ດີກ​ວ່າ​ເກົ່າ​ເພື່ອ​ສົ່ງ​ໄປ​ຂາຍ​ຢູ່​ຈີນ.

​ໃນ​ຫໍ​ວາງສະ​ແດງ​ຂອງລາວ​ທີ່​​ເຕັມ​ໄປ​ດ້ວຍ​ບັນຍາກາດ​ຟົດ​ຟື້ນນັ້ນ, ລູກ​ຄ້າ​ກັບ​ເຈົ້າ​ຂອງ​ຮ້ານ​ໄດ້​ລົມ​ກັນ​ຢ່າງ​ສະໜິດສະໜົມ, ບໍ່​ວ່າ​ແມ່ນ​ນາງ​ຈຳປາ​ທີ່​ມາ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນ​ເປັນ​ຄັ້ງ​ທຳ​ອິດ, ຫຼື​ວ່າ​ແມ່ນ​ທ່ານ​ເຈ່ຍ​ເວີນ ທີ່​ພວມອອກ​ແຮງ​ບຸກຕະຫຼາດ​ຈີນ​ເພື່ອ​ເບຍ​ລາວ, ຫຼື​ວ່າ ທ່ານປຸນ ປະທານ​ສະມາຄົມ​ເຟີ​ນີ​ເຈີ​ລາວ​ທີ່​ມີ​ການ​ພິຈາລະນາ​ຕ່າງຫາກ, ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນລ້ວນ​ແຕ່​ໄດ້​ອຳນວຍ​​ໂອກາດ​ທີ່​ຊຸກ​ຍູ້​ການ​ພັດທະນາ​ວິ​ສາ​ຫະກິດ​ໃຫ້​ແກ່​ເຂົາ​ເຈົ້າ, ​ແລະ​ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນກໍ​​ເປັນ​ເວທີ​ທີ່​ດີ​ເພື່ອ​ເພີ່ມ​ທະວີ​ການ​ແລ​ກປ່ຽນ​ລະຫວ່າງ​ສອງ​ປະ​ເທດ, ​ເຊື່ອ​ວ່າ, ຜ່ານ​ຈາກ​ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນ, ສິນຄ້າ​ລາວ​ຈະ​ເຂົ້າ​ສູ່​ຕະຫຼາດ​ຈີນ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ, ຊີວິດ​ກ​ານ​ເປັນ​ຢູ່​ຂອງ​ຄົນ​ລາວ​ຫຼາຍ​ຄົນ​ກໍ​ຈະ​ນັບ​ມື້​ນັບ​ດີ​ຂຶ້ນ​ຍ້ອນ​ສິນຄ້າ​ລາວ​ໄດ້​ສົ່ງ​ເຂົ້າ​​ໄປ​ຂາຍ​ຢູ່​ໃນ​ຕະຫຼາດ​ຈີນ.


1 2