ວັນ​ເວລາ​ທີ່​ຈັດ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ 10 ​ໄດ້​ຕົກລົງ, ຟີ​ລິບ​ປີນ​ຈະ​ເປັນ​ປະ​ເທດ​ກຽດຕິຍົດ

(GMT+08:00) 2012-09-26 14:05:26     cri
ວັນ​ທີ 25 ກັນຍາ​ນີ້, ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ 9 ​ໄດ້​ສິ້ນ​ສຸດ​ລົງ​ຢູ່​ນະຄອນ​ນານ​ນິງ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າຈ້ວງກວາງຊີ​ຂອງ​ຈີນ. ​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ພິທີ​ອັດ​ລົງ, ທ່ານ​ລັນ​ທ່ຽນ​ລີ້, ຮອງ​ປະທານ​ຄະນະ​ກຳມະການຈັດ​ຕັ້ງ​ທັງ​ເປັນ​ເລຂາທິການ​ໃຫຍ່​ຂອງ​ງານ​ວາງສະ​ແດ​ງສິນຄ້າ​ຈີນ-ອາ​ຊຽນກ່າວ​ວ່າ, ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ 10 ທີ່ຈະ​ຈັດ​ຂຶ້ນຢູ່​ນະ​ຄອນ​ນານ​ນິງ​ແຕ່​ວັນ​ທີ 20 ຫາ​ວັນ​ທີ 24 ກັນຍາ​ປີ 2013. ຟີ​ລິບ​ປີນ​ຈະ​ໄດ້​ເປັນ​ປະ​ເທດກຽດຕິຍົດ​ຂອງ​ງານ​ວາງສະ​ແດງ​ສິນຄ້າ​ຈີນ​-ອາ​ຊຽນຄັ້ງ​ທີ 10.

ຕາມ​ຂ່າວ​ແຈ້ງວ່າ, ປີໜ້າ​ພໍດີ​ແມ່ນ​ຈີນ​ອາ​ຊຽນສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຄົບຮອບ 10 ປີ, ກໍ່​ແມ່ນ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຈັດ​ຂຶ້ນຄົບຮອບ 10ປີ, ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ 10 ຈະ​ມີ​ຫົວ​ຂໍ້​ວ່າ"​ໂອກາດ​ໃໝ່, ກຳລັງ​ແຮງ​ໃໝ່, ​ໄລຍະ​ໃໝ່​ຂອງ​ການ​ພັດທະນາ​ແລະ​ການ​ຮ່ວມ​ມື​ພາກ​ພື້ນ", ຮອດ​ເວລາ​ນັ້ນ​ຍັງ​ຈະ​ຈັດກິດຈະກຳ​ລະ​ລຶກ​ແລະ​ພິທີສະ​ເຫຼີ​ມສະຫຼອງ​ຕ່າງໆ, ​ທັງ​ເປັນ​ການ​ຍົກ​ຖານ​ະບົດບາດ​ແລະ​ຊຸກຍູ້​ການ​ຮ່ວມ​ມື​ຂອງ​ອາ​ຊຽນຕື່ມ​ອີກ.