​ໂຄສົກ​ປະທານາທິບໍດີ​ຟີ​ລິບ​ປີນ​ກ່າວ​ວ່າ: ຟີລິບ​ປີນ​ຈະ​ທຳ​ຄວາມພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດເພື່ອ​ກະກຽມວຽກ​ງານ​ຕ່າງໆ​​ໃຫ້​ດີ​ໃນ​ຖານະ​ເປັນປະ​ເທດກຽດຕິ​ຍົດ ​ໃນ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ10

(GMT+08:00) 2012-09-26 17:44:43     cri
ຕາມ​ຂ່າວ​CRI: ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ທ່ານ​ເອດ​ວີນ ລາ​ຊີ​ເອດາ, ​ໂຄສົກ​ຂອງ​ປະທານາທິບໍດີ​ຟີ​ລິບ​ປີນ​ກ່າວ​ຢູ່​​ນະຄອນ​ນານ​ນິງ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ​ວ່າ, ​ໃນ​ຖານະ​ເປັນ​ປະ​ເທດກຽດຕິຍົດ​ໃນ​ງານ​ວາງສະ​ແດງ​ສິນ ຄ້າຈີນ-ອາ​ຊຽນຄັ້ງຕໍ່​ໄປ, ຟີ​ລິບ​ປີນ​ມີ​ຄວາມຫວັງ​ຢ່າງ​ເຕັມ​ປ່ຽມ​ຕໍ່​ເລື່ອງ​ນີ້, ​ຈະທຳ​ຄວາມພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ເພື່ອ​ກະກຽມວຽກ​ງານ​ຕ່າງໆ​ໃຫ້​ດີ.

ທ່ານ​ເອດ​ວີນ ລາ​ຊີ​ເອດາ​ກ່າວ​ຄຳ​ເວົ້າ​ດັ່ງກ່າວ​​ໃນ​ເວລາ​ໃຫ້​ສຳພາດຕໍ່​ນັກ​ຂ່າວCRI​ໃນ​​ເວລາ​ເຂົ້າຮ່ວມງານວາງ​ສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ9. ທ່ານ​ຍັງ​ກ່າວ​ວ່າ, ການ​ແລກປ່ຽນ​ລະຫວ່າງ​ຈີນ​ກັບຟີ​ລິບ​ປີນ​ແມ່ນ​ມີ​ຫຼາຍ​ລະ ດັບ, ສະ​ນັ້ນ, ຄວາມ​ຂັດ​ແຍ່ງ​ກ່ຽວ​ກັບ​ເກາະ​ຫວງ​ຢຽນຂອງ​ຈີນ​ຈະ​ບໍ່ກີຂວາງ​ການ​ພັດທະນາ​ການ​ພົວພັນ​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ. ທ່ານ​ເອວິນ ລາ​ຊີ​ເອດາ​ກ່າວ​ອີກ​ວ່າ: ທ່ານ​ເບ​ນີ​ໂນ ອາ​ກີ​ໂນ​3, ປະທານາທິບໍດີ​ຟີ​ລິບ​ປີ​ນ​ໄດ້​​ແຕ່ງຕັ້ງທ່າ​ນມາ ​ໂຣຊາສ, ລັດຖະມົນຕີ​ວ່າການ​ກະຊວງພາຍ​ໃນ​ເປັນ​ທູດ​ພິ​ເສດ​ຂອງ​ປະທານາທິບໍດີ​​ເດີນທາງ​ມາ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ, ​ເພື່ອ​ປຶກສາ​ຫາ​ລື​ກັບ​ທ່ານ​ສີ​ຈິ້ນ​ຜີ​ງ, ຮອງ​ປະທານ​ປະ​ເທດ​ຈີນ​ທີ່​​ເຂົ້າ​ຮ່ວມ​ພິທີ​ເປີດ​ຂອງ​ງານ​ວາງ​ສະ​ແດງ​ສິນຄ້າ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.