​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ກ່າວ​ວ່າ,ກອງທັບ​ຈີນ​ຍຶດໝັ້ນ​ກາ​ນລາ​ດຕະ​ເວນ​ເປັນ​ປົກກະຕິ​ເພື່ອ​ກຽມ​ສູ້​ຮົບ​​ເພື່ອ​ອຳນວຍ​ການ​ຮັບປະກັນ​ດ້ານ​ຄວາມ​ໝັ້ນຄົ​ງ​ແກ່​ກິດຈະການ​ທີ່​ກ່ຽວຂ້ອງ

(GMT+08:00) 2012-09-27 17:34:45     cri

ໃນ​ງານ​ຖະ​ແຫລ​ຂ່າວ​ເປັນ​ປົກກະຕິ​ໃນ​ວັນ​ທີ 27 ກັນຍາ​ນີ້,ພັນ​ເອກ​ຢາງອີ​ຈຸນ ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ກ່າ​ວວ່າ,ກອງທັບ​ຈີນ​ຍຶດໝັ້ນ​ການ​ລາດຕະ​ເວນ​​ເປັນ​ປົກກະຕິ​ເພື່ອ​ກຽ​ມສູ້​ຮົບ​ເພື່ອ​ອຳນວຍ​ການ​ຮັບປະກັນ​ແກ່​ກິດຈະກຳ​ທີ່​ກ່ຽວຂ້ອງ.


​ໃນ​ງານ​ຖະ​ແຫລ​ງຂ່າວ,ມີ​ນັກ​ຂ່າວ​ຖາມ​ວ່າ:​ໃນ​ເຫດການ​ເກາະ​ຕ້ຽວ​ອີ,ກອງທັບ​ຍີ່​ປຸ່ນມີ​ການສະ​ແດງ​ທ່າ​ທີ​ລັກສະນະ​ທາດ​ແທ້​ບາງ​ຢ່າງ,ຝ່າຍ​ກອງທັບ​ຈີນ​ໄດ້​ໃຊ້​ການ​ກະທຳ​ຫຍັງ​ແດ່?ກ່ຽວກັບ​ບັນຫາ​ນີ້,ທ່ານ​ຢາງອີ​ຈຸນ​ຕອບ​ວ່າ,ກອງທັບ​ຈີນ​ມີ​ພາລະ​ໜ້າ​ທີ່​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເໜືອ​ດິນ​ແດນ​ແລະ​ສິດ​ປະ​ໂຫຍ​ດທາງ​ທະ​ເລ​ຂອງ​ຊາດ​ແລະປົກ​ປັກ​ຮັກສາ​ການ​ອອກ​ແຮງ​ງານ​​ໂດຍ​ສັນຕິ​ຂອງ​ປະຊາຊນ.ກອງທັບ​ຈີນ​ຍຶດໝັ້ນການ​ລາດຕະ​ເວນ​ເປັນ​ປົກກະຕິ​ເພື່ອກຽມ​ສູ້​ຮົບ,ຕັ້ງໜ້າ​ຮັບ​ມື​ກັບ​ກໍລະນີ​ສຸ​ເສີນ​ທາງ​ທະ​ເລ​ແລະ​ທາງ​ອາກາດ,​ເດັດດ່ຽວ​ປົກ​ປັກ​ຮັກສາ​ອະທິປະ​ຕ​ໄລະ​ສິດ​ປະ​ໂຫຍ​ດທາງ​ທະ​ເລຂອງ​ຊາດ.ພ້ອມ​ກັນ​ນັ້ນ,ກອງທັບ​ປະສານ​ສົມທົບ​ກັບ​ການກ​ກຽມ​ສູ້​ຮົບ​ໃນ​ຊີວິດ​ປະຈຳ​ວັນ,ປະສານ​ສົບ​ທົບ​ກັບ​ພາກສ່ວນ​ຕ່າງ​ໆ​ເປັນ​ຕົ້ນ​ແມ່ນ​ພາກສ່ວນ​ກວດກາ​ທາງ​ທະ​ເລ​ແລະ​ພາກສ່ວນ​ຄຸ້ມ​ຄອງ​ການ​ປະມົງ​ທາງ​ທະ​ເລ​ແລະ​ອື່ນ​ໆ​ຢ່າງ​​ໃກ້ຊິດ,ອຳນວຍ​ການ​ຮັບປະກັນ​ດ້ານ​ຄວາມ​ໝັ້ນຄົງ​ແກ່​ການ​ປະຕິບັດ​ກົດໝາຍ​ທາງ​ທະ​ເລ​ ການຜະລິດ​ດ້ານ​ການ​ປະມົງ​ບ​ແລະ​ການ​ພັດທະນາ​ນ້ຳມັນ​ແລະ​ແກັສທຳ​ມະ​ຊາດ​ແລະ​ອື່ນໆ​ຂອງ​ຊາດ.