ສະ​ຖານ​ທູດ​ຈີນ​ປະ​ຈໍ​າລາວຈັດ​ງານ​ລ້ຽງ​ສະ​ເຫລີມ​ສະ​ຫລອງ​ວັນ​ຊາດ​ຈີນ​ຄົບ​ຮອບ​63ປີ

(GMT+08:00) 2012-09-29 09:58:53     cri

ຕອນ​ແລງ​ວັນ​ທີ28ກັນ​ຍາ​ນີ້,ຢູ່​ທີ່​ນະ​ຄອນ​ຫລວງ​ວຽງ​ຈັນ, ສະ​ຖານ​ທູດ​ຈີນ​ປະ​ຈໍາ​ລາວ​ໄດ້​ຈັດ​ງານ​ລ້ຽງສະ​ເຫລີມ​ສະ​ຫລອງ​ວັນ​ສ້າງ​ຕັ້ງ​ສ.ປ​ຈີນ​ຄົບ​ຮອບ​63​ປີ. ທ່ານ​ນາງ​ປູ​ຈ້ຽນກົວ,​ ເອກອັກ ຄະ​ລັດຖະທູດຈີນ​ປະ​ຈໍາ​ລາວ, ທ່ານ​ສົມສະຫວາດ ເລັ່ງສະຫວັດ, ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ, ພ້ອມ​ດ້ວຍ​ບັນ​ດາ​ລັດ​ຖະ​ມົນ​ຕີ​ວ່າ​ການ,ຊ່ວຍ​ວ່າ ການ​ທີ່​ມາ​ຈາກ​ກະ​ຊວງ​ຕ່າງໆ​ຂອງ​ລາວ, ທູ​ຕາ​ນຸ​ທູດ​ປະ​ເທດ​ຕ່າງໆ, ຜູ້​ຕາງ​ໜ້າ​ສະ​ມາ​ຄົມ​ຈີນ,ຄົນ​ຈີນ​ຕ່າງ​ດ້າວ​ແລະ​ບຸກ​ຄົນ​ສຳຄັນ​ທາງ​ສັງຄົມ.



ທ່ານ​ປູ​ເຈ້ຍ​ກົວ​ກ່າວ​ວ່າ, ໃນໄລ​ຍະ​63​ປີ​ທີ່​ຈີນ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ເປັນ​ຕົ້ນ​ມາ, ປະ​ເທດ​ຈີນ​ໄດ້​ມີ ການ​ປ່ຽນ​ແປງ​ແບບ​ໜ້າ​ມື​ເປັນ​ຫຼັງ​ມື. ໃນ​ໄລ​ຍະ 30 ກ່ວາ​ປີ​ທີ່​ປະ​ຕິ​ບັດ​ນະ​ໂຍ​ບາຍ​ປະ​ຕິ​ຮູບ ແລະ​ເປີດ​ປະ​ຕູ່ສູ່​ພາຍ​ນອກ​ມາ​ນີ້, ຈີນໄດ້ພັດທະນາ​ໄປ​ຕາມ​ເສັ້ນ​ທາງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ ຂອງຈີນ​ໃຫ້​ນັບ​ມື້​ນັບ​ດີ​ຂຶ້ນ. ໂດຍ​ສະ​ເພາະ​ແຕ່​ປີ​2002​ຫາ​2012, ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ຈີນ​ໄດ້ ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ. ໃນ10​ປີ​ທີ່​ຜ່ານ​ມາ,ເສດ​ຖະ​ກິດ​ຈີນ​ໄດ້​ເພີ່ມ​ຂຶ້ນ10.7%ຕໍ່ປີ.



ທ່ານ​ນາງ​ປູ້ຈ້​ຽນ​ກົວ​ກ່າວ​ຕໍ່​ໄປ​ວ່າ, ໃນ​6​ເດືອນ​ທໍາ​ອິດ​ຂອງ​ປີ​ນີ້, ​ເຖິງ​ວ່າ​ໄດ້​ປະ​ເຊີນ​ກັບ​ສະ ຖາ​ນະ​ການ​ເສດ​ຖະ​ກິດ​ສາ​ກົນ​ທີ່​ສັບ​ສົນ, ​ແຕ່​ລັດ​ຖະ​ບານ​ຈີນ​ໄດ້​ຍຶດ​ໝັ້ນ​ການ​ປະ​ຕິ​ບັດ​ຕາມ​ທັດ ສະ​ນະ​ທີ່ວ່າ"ຮັກສາ​ຄວາມ​ໝັ້ນ​ທ່ຽງ, ພະ​ຍາ​ຍາມ​ມີ​ຄວາມ​ກ້າວ​ໜ້າ", ເສດ​ຖະ​ກິດ​ແຫ່ງ​ຊາດ​ຈີນ​ຈຶ່ງ​ໄດ້​ມີ​ການ​ພັດ​ທະ​ນາ​ໄປ​ຢ່າງ​ໝັ້ນ​ທ່ຽງ​ແລະ​ວ່ອງ​ໄວ, GDP ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ7.8% ຖ້າ​ທຽບ​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ2011ທີ່​ຜ່ານ​ມາ.



ທ່ານປູ້​ຈ້ຽນ​ກົວ​ຍັງ​ຊີ້​ອອກ​ວ່າ: ປະ​ເທດ​ຈີນ​ກັບ​ປະ​ເທດ​ລາວ​ເປັນ​​ເພື່ອນ​ບ້ານ​ໃກ້​ເຮືອນ​ຄຽງ ທີ່ດີ, ເພື່ອນ​ມິດ​ທີ່​ດີ, ສະ​ຫາຍ​ທີ່​ດີ​ແລະ​ຄູ່​ຮ່ວມ​ມື​ທີ່​ດີ, ຈີນ​ຍິນ​ດີ​ຮ່ວມ​ກັບ​ລາວ​ຊຸກ​ຍູ້​ໃຫ້​ສາຍ​ພົວ​ພັນ ມິດ​ຕະ​ພາບ​ຖານ​ເພື່ອນ​ບ້ານ​ໃກ້​ເຮືອນ​ຄຽງ​ລະ​ຫວ່າງ ຈີນ-ລາວ​ໃຫ້​ຂະ​ຫຍາ​ຍ​ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ, ເພື່ອ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ຊາດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ, ການ​ພັດ​ທະ​ນາ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ໃນ​ພາກ​ພື້ນ​ແລະ​ທົ່ວ​ໂລກ.

ທ່ານ​ນາງ​ໄດ້​ກ່າວ​ເນັ້ນ​ວ່າ, ຈີນ​​ເດັດ​ດ່ຽວ​ປົກ​ປັກ​ຮັກ​ສາ​ອະ​ທິປະ​ໄຕ,ຄວາມ​ໝັ້ນ​ຄົງ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ, ສຸມ​ກໍາ​ລັງ​ເຂົ້າ​ໃນ​ການ​ແກ້​ໄຂ​ຄວາມ​ຂັດ​ແຍງດ້ານ​ຜືນ​ແຜ່ນ​ດິນ, ນ່ານ​ນ້ຳ​ທະ​ເລ​ແລະ​ມະຫາ​ສະຫມຸດ​ລະ​ຫວ່າງ​ຈີນ​ກັບປະ​ເທດ​ທີ່ຢູ່​ອ້ອມ​ຂ້າງ​​ໂດຍ​ຜ່ານ​ການ​ເຈ​ລະ​ຈາ​ມິດ​ຕະ​ພາບ.

​ໃນ​ງານ​ດັ່ງ​ກ່າວ, ສະ​ຖານ​ທູດ​ຈີນ​ປະ​ຈໍາ​ລາວ​ຍັງ​ໄດ້​ວາງສະ​ແດງ​ຮູບ​ພາບ​ຕ່າງໆ​ທີ່​ສ່ອງ​ແສງ​​ເຖິງ​ວັດ​ທະ​ນະ​ທໍາ​ຈີນ​ອັນ​ຫລາກ​ຫລາຍ​ສີ​ສັນ, ຄູ​ອາຈານ​ແລະ​ນັກຮຽນ​ຈາກ​ໂຮງຮຽນ​ຫລຽວ​ໂຕ​ກໍ່ໄດ້​ສະ​ແດງ​ສິລະ​ປະວັດ​ທະນະ​ທໍາ​ຂອງ​ຈີນ, ສ້າງ​ບັນ​ຍາ​ກາດ​ຄວາມ​​ເບີກບານ​ມ່ວນ​ຊື່ນ​ໃຫ້​​ແກ່​ງານ​ລ້ຽງຕື່ມ​ອີກ.