ນາຍົກລັດຖະມົນຕີຈີ​ນກ່າວ​ວ່າ ​ເດັດດ່ຽວ​ປົກປັກ​ຮັກສາອະທິປະ​ໄຕ​ແຫ່ງ​ຊາດ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​

(GMT+08:00) 2012-09-30 13:50:34     cri


(ຜູ່​ນຳ​ພັກ​ແລະ​ລັດ​ຖະ​ບານ​ຈີນ​ທີ່​ສຳ​ຄັນ​ເຂົ້າ​ຮ່ວມ​ງານ​ລ້ຽງ​ຮອບ​ຮອງ​ໃນ​ໂອ​ກາດ​ວັນ​ຊາດ​ຈີນ​ຄົບ​ຮອບ 63 ປິ)

ຕອນ​ຄ່ຳ​ວັນ​ທີ 29 ກັນຍາ​ນີ້,​ລັດຖະບານ​ຈີນ​ໄດ້​ຈັດ​ງານ​ລ້ຽງ​​ຮັບຮອງ​ໃນ​ໂອກາດ​ວັນຊາດ​ຈີນ​ຢູ່​ຫໍ​ສະພາ​ປະຊາຊົນເພື່ອ​ສະ​ເຫລີ​ມສະ​ຫລອງ​ວັນ​ສ້າງ​ຕັ້ງ​ສາທາ​ລະນະ​ລັດ​ປະຊາຊົນ​ຈີນ​ຄົບຮອບ 63 ປີ​ຢ່າງ​ຄຶກຄຶ້ນ.

ທ່ານ​ຫູ​ຈີນ​ທາວ, ທ່ານ​ອູ​ປາງ​ໂກ, ທ່ານ​ເວີນ​ເຈ່ຍ​ປາວ, ທ່ານ​ເຈ່ຍ​ຊິ້ງຫລິນ, ທ່ານ​ຫລີ​ຊາງ​ຊຸນ, ທ່ານ​ຊີ​ຈິ້ນ​ຜິ​ງ, ທ່ານ​ລີ​ເຄີ້ສຽງ, ທ່ານ​ເຮີ້​ໂກ​ສຽງ, ທ່ານ​ໂຈ​ວຢົງ​ຄາງ​ແລະ​ຜູ່​ນຳ​ພັກ​ແລະ​ລັດ​ທ່ານ​ອື່ນໆ​ພ້ອມ​ກັບ​ບຸກຄົນຂອງ​ຈີນ​ແລະ​ຕ່າງປະ​ເທດ 1200 ກວ່າ​ຄົນ​ໄດ້​ເຕົ້າ​​ໂຮມ​ກັນ​​ເພື່ອ​ສະ​ຫລອງວັນ​ສຳຄັນ​ນີ້.

​ໃນ​ເວລາ​ກ່າວ​ຄຳ​ອວຍພອນ,ທ່ານ​ເວີນ​ເຈ່ຍ​ປາວ, ນາຍົກລັດຖະມົນຕີຈີນກ່າວ​ວ່າ,ຈີນ​ຈະ​ປະຕິບັດ​ນະ​ໂຍບາຍການ​ຕ່າງປະ​ເທດສັນຕິພາບ​ທີ່​​ເປັນເອກະລາດ,​ເປັນ​ເຈົ້າ​ຕົນ​ເອງ,​ເດັດດ່ຽວ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ແຫ່ງ​ຊາດ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ;ຮ່ວມ​ກັບ​ປະຊາຊົນ​ບັນດາ​ປະ​ເທດ​ທຳ​ຄວາມ​ພະຍາຍາມ,​ເພື່ອ​ສ້າງ​ໂລກ​ທີ່​ກົມກຽວ​ກັນ​ທີ່​ມີ​ສັນຕິພາບ​ຖາວອນ​ແລະ​ມີ​ຄວາມ​ຈະ​ເລີຍ​ຮຸ່ງ​ເຮືອງ​ຮ່ວມ​ກັນ.

ທ່ານ​ເວີນ​ເຈ່ຍ​ປາວ​ຊີ້​ອອກ​ວ່າ, ນັບ​ແຕ່​ສ້າງ​ຕັ້ງ​ສ.ປ​ຈີນ​ໂດຍ​ສະ​ເພາະແມ່ນ​ດຳ​ເນີນ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ເປັນ​ຕົ້ນ​ມາ, ​ໂສມ​ຫນ້າ​ຂອງ​ປະ​ເທດ​ຈີນ​ໄດ້​ເກີດ​ມີ​ການ​ປ່ຽນ​ແປງ​ປານ​ຫນ້າ​ມື​​ເປັນ​ຫລັງ​ມື, ​ເສດຖະກິດ​​ໄດ້​ຮັກສາ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ​ແລະ​ຕໍ່​ເນື່ອງ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຈີນ​ກໍ່​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ​ຢ່າງ​ເດັ່ນ​ຊັດ,ກຳລັງສັງລວມ ແຫ່ງຊາດ​ແລະ​ບົດບາດ​​ໃນ​ສາກົນ​ກໍ່​ຍົກ​ສູງ​ຂຶ້ນ​ເລື້ອຍໆ.ທ່ານ​ກ່າວ​ວ່າ, ​ການ​ສ້າງສາ​​ໃຫ້​ເປັນ​ທັນ​ສະ​ໄຫມ​ຢູ່​ປະ​ເທດ​ທີ່​ພວມ​ພັດທະນາ​ທີ່​ມີ​ປະ ຊາກອນ​ຫນຶ່ງ​ຕື້ກວ່າ​ຄົນ,​ແມ່ນ​ວຽກ​ງານ​ທີ່​ບໍ່​ເຄີຍ​ເຮັດ​ມາ​ກ່ອນ, ຕ້ອງການ​ມີ​ການ​ຊອກ​ຄົ້ນ​ຢ່າງ​ລຳບາກ,​ແຕ່​ຄວາມ​ຫຍຸ້ງຍາກ​ໃດໆ​ກໍ່​ລ້ວນ​ແລ້ວ​​ແຕ່​ບໍ່​ສາ ມາດ​ຂັດ​ແຂວງ​ບາດກ້າວ​ກ້າວ​ໄປ​ຫນ້າ​ຂອງ​ປະ​ເທດ​ຈີນ.
ທ່ານ​ເວີນ​ເຈ່ຍ​ປາວ​ກ່າວ​ເນັ້ນ​ວ່າ, ກອງ​ປະຊຸມ​ຜູ່​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູນິດ​ຈີນ​ຄັ້ງ​ທີ 18 ຈະ​​ໄຂ​ຂຶ້ນ​ໃນ​ໄວໆ​ນີ້, ນີ້​ແມ່ນ​ກອງ​ປະຊຸມ​ສຳຄັນ​ທີ່​ສືບ​ອັນ​ກ່ອນ​ຕໍ່​ອັນ​ລຸ່ມ​ແລະ​ກ້າວ​ໄປ​ຫນ້າ​ເທື່ອ​ຫນຶ່ງ.ພວກ​ຂ້າພະ​ເຈົ້າ​ຈະ​ສືບຕໍ່​ຍຶດຫມັ້ນ​ແນວທາງ​ພື້ນຖານ​ຂອງ​ພັກ​ຢ່າງ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ, ​ເດີນ​ຕາມ​ເສັ້ນທາງ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ຢ່າງ​ເດັດດ່ຽວ​ຫນຽວ​ແຫນ້ນ.


1 2