ບຸກຄົນ​ຊົງ​ຄຸນ​ວຸດ​ທິຂອງຍີ່ປຸ່ນ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ຮັບ​ຮອງ​ວ່າ​ເກາະ​ຕ້ຽວ​ອີ​ແມ່ນ​ຜືນ​ແຜ່ນ​ດິນ​ທີ່​ມີ​ຄວາມ​ຂັດ​ແຍ່ງ​ກັນ ​ແລະ ສຳ​ຫຼວດ​ຕົນ​ເອງ​ຄືນ​ກ່ຽວ​ກັບ​ບັນ​ຫາ​ປະ​ຫວັດ​ສາດ

(GMT+08:00) 2012-09-30 14:15:57     cri

ຕອນ​ບ່າຍ​ວັນ​ທີ 28 ກັນຍາ​ນີ້, ຢູ່​ສະ​ໂມ​ສອນ​ສະມາຊິກ​ສະພາ​ສູງ​ທີ່​ໂຕ​ກຽວ, ບຸກ​ຄົນ​ຊົງ​ຄຸນ​ວຸດ​ທິຂອງ​ຍີ່ປຸ່ນ​ເກືອບ​ຮ້ອຍ​ຄົນ​ໄດ້​ອອກ​ຖ​ະ​ແຫຼງການ, ​ໂດຍ​ຮຽກຮ້ອງ​ໃຫ້​ລັດຖະບານ​ຍີ່ປຸ່ນຮັບຮອງ​ວ່າ​ເກາະ​ຕ້ຽວ​ອີ​ແມ່ນ​ຜືນ​ແຜ່ນດິນ​ທີ່​ມີ​ຄວາມ​ຂັດ​ແຍ່ງ​ກັນ ​ແລະ ສຳຫຼວດ​ຕົນ​ເອງ​ຄືນ​​ກ່ຽວ​ກັບ​ບັນຫາ​ປະຫວັດສາດ.

​ກ່ຽວ​ກັບບັນຫາ​ເກາະ​ຕ້ຽວ​ອີ, ຖະ​ແຫຼງການ​ຂຽນ​ວ່າ, ບັນຫາ​ຜືນ​ແຜ່ນດິນຈະແກ້​ໄຂດ້ວຍວິທີ​ອື່ນບໍ່​​ໄດ້​ນອກ​ຈາກ​ຜ່ານ​ການ​ປຶກ​ສາ​ຫາລື ​ແລະ ​ເຈ​ລະ​ຈາ​ກັນ. ສະນັ້ນ, ຍີ່ປຸ່ນ​ຄວນ​ປະຖິ້ມ​ຄວາມ​ຮັບຮູ້ທີ່​ປັ້ນ​ແຕ່ງ​ຂຶ້ນທີ່​ວ່າ "ບໍ່​ມີ​ບັນຫາ​ຜືນ​ແຜ່ນດິນ".

ຖະ​ແຫຼງການຊີ້​ອອກ​ວ່າ, ປີ​ນີ້​ພໍດີ​ແມ່ນ​ການ​ພົວພັນ​ທາງ​ການ​ທູດລະຫວ່າງຍີ່ປຸ່ນຈີນ ​ຫັນ​ເປັນ​ປົກກະຕິຄົບ​ຮອບ 40 ປີ, ກ່ອນ​ໜ້າ​ນີ້​ໄດ້​ວາງ​ແຜນ​ດຳ​ເນີນ​ຫຼາຍ​ກິດຈະກຳ​ມິດຕະພາບ. ​ແຕ່​ປັດຈຸບັນ ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ກາຍ​ເປັນ​ຄວາມ​ຂັດ​ແຍ່ງ​ກັນ, ສາ​ເຫດ​ກໍ​ແມ່ນ​ຍ້ອນ​ທ່ານ​ຊີ​ນຕາ​ໂຣ ອີ​ຊີ​ຮາຣາ, ​ເຈົ້າຄອງ​ນະຄອນຫຼວງ​ໂຕ​ກຽວ​ປະກາດ "ຊື້​ເອົາ​ເກາະ​ຕ້ຽວ​ອີ" ​ແລະ ລັດຖະບານ​ຍີ່ປຸ່ນ​ກໍ​ຖື​ໂອກາດ​ປະກາດ​ເຂັມທິດ​ທີ່​ວ່າ "ຫັນ​ເກາະ​ຕ້ຽວ​ອີ​ເປັນ​ຂອງລັດ". ຕໍ່​ການ​ກະທຳ​ຂອງ​ທ່ານ​ຊິນ​ຕາ​ໂຣ ອີ​ຊີ​ຮາຣາ, ສຽງ​ຕຳ​ນິຕິ​ຕຽນ​ພາຍ​ໃນ​ປະ​ເທດ​ຍີ່ປຸ່ນ​ແມ່ນ​ອ່ອນ​ໂພດ.

ກ່ຽວ​ກັບ​ບັນຫາ​ປະຫວັດສາດ, ຖະ​ແຫຼງການ​ຂຽນ​ວ່າ, ​ເກາະ​ຕ້ຽວ​ອີ​ຖືກ​ກຳນົດ "​ເປັນ​ດິນ​ແດນ​ສ່ວນໜຶ່ງຂອງ​ຍີ່​ປຸ່ນ" ​ໃນ​​ໄລ​ຍະ​ທ້າຍ​ສົງຄາມ​ເຈຍ​ອູ. ​ໃນ​ສົນທິສັນຍາ​ໝາ​ກ່ວນ, ​ເກາະ​ໄຕ້​ຫວັນ ​ແລະ ໝູ່​ເກາະ​ເຜິ​ງຫູ ກໍ​ກາຍ​ເປັນ​ເມືອງ​ຂຶ້ນຂອງ​ຍີ່ປຸ່ນ.

ຖະ​ແຫຼງການ​ຂຽນ​ວ່າ, ສິ່ງ​ສຳຄັນ​ທີ່​ສຸດແມ່ນຍີ່ປຸ່ນ​ຄວນ​ຮັບ​ຮູ້ ​ແລະ ສຳຫຼວດຕົນ​ເອງ​ຄືນ​ກ່ຽວ​ກັບ​ບັນຫາ​ຂອງ​ຕົນ​ໃນ​ປະ​ຫວັດ​ສາດ​, ນັ້ນ​ກໍ​ຄື: ຮຸກ​ຮານ​ປະ​ເທດ​ໃກ້​ຄຽງ​ໃນ​ສະ​ໄໝ​ມໍ່, ​ບັນຫາ​ນີ້​ຄວນ​ບັນ​ລະ​ຍາຍ​ອອກ​ມາ​ຢ່າງ​ຈິງ​ອົກ​ຈິງ​ໃຈ. ຄວນ​ເຄົາ​ລົບ "ຖະ​ແຫຼງການ​ຮ່ວມ​​ຍີ່ປຸ່ນ​ ​ຈີນ" ທີ່​ປະກາດ​ໃນ​ປີ 1972, ​ແລະ "ສົນທິສັນຍາ​ສັນຕິພາບ​​ມິດ​ຕະພາບ​ຍີ່ປຸ່ນ​ຈີນ" ທີ່​ເຊັ່ນ​ກັນ​ໃນ​ປີ 1978 ​ແລະ​ເອກະສານ​ອື່ນໆ, ສະ​ແດງ​ອອກ​ເຖິງ​ທ່າ​ທີ​ທີ່​ຫວັງຢາກປອງ​ດອງ​ກັນ ​ແລະ ​ຮັດ​ແໜ້ນ​​ໄມ​ຕິ​ຈິດ​ມິດຕະພາບ ​ແລະ ຮ່ວມ​ມືກັບ​ປະ​ເທດ​ໃກ້​ຄຽງ.

​ໃນຖະ​ແຫຼງການ​ສະບັບ​ນີ້ ​ມີ​ປະຊາຊົນ​ຍີ່ປຸ່ນ​ພັນ​ກວ່າ​ຄົນ​ລົງ​ນາມສະໜັບສະ​ໜູນ, ​ໃນ​ນັ້ນລວມທັງ​ບຸກຄົນ​ທີ່​ມີ​ຊື່​ສຽງ, ​ເປັນ​ຕົ້ນ​ແມ່ນ​ທ່ານ​ເກນ​ຊາ​ບູ​ໂຣ ​ໂອ​ໂອ​ເອ, ຜູ້​ໄດ້​ຮັບ​ລາງວັນ​ໂນ​​ແບ​ວສາຂາ​ວັນນະຄະດີ.