ເຈົ້າ​ຫນ້າ​ທີ່​ຍີ່​ປຸ່ນ​ເຫັນ​ວ່າການ​ສຶກສາ​ດ້ານ​ປະຫວັດສາດ​ຂອງ​ຍີ່​ປຸ່ນມີ​ຂໍ້​ຂາດ​ຕົກ​ບົກ​ຜ່ອງ

(GMT+08:00) 2012-10-02 14:10:33     cri

ຕອນ​ຄ່ຳ​ວັນ​ທີ 1 ຕຸລາ​ນີ້,ທີ່​ຢູ່​ນະຄອນຫລວງ​ໂຕ​ກຽວ, ນາງ​ຕານາ​ກາ ມາ​ກີ​ໂກ ລັດຖະມົນຕີ​ວ່າການ​ກະຊວງ​ວັດທະນະທຳ​ແລະ​ວິທະຍາສາດ​ຍີ່​ປຸ່ນທີ່​ຮັບ​ຕຳ​ແຫນ່​ງ​ໃຫມ່​ກ່າວ​ວ່າ, ການ​ສຶກສາ​ດ້ານ​ປະຫວັດສາດ​ຂອງ​ຍີ່​ປຸ່ນມີ​ຂໍ້​ຂາດ​ຕົກ​ບົກ​ຜ່ອງ, ຄວນ​ບອກເລື່ອງ​ຈິງ​ທາງປະຫວັດສາດ​​ຕໍ່ປະຊາຊົນ​ຍີ່​ປຸ່ນຢ່າງຮອບດ້ານ.

​ໃນ​ກອງ​ປະຊຸມ​ຂ່າວ​ກ່ຽວ​ກັບ​ຄະນະ​ລັດຖະບານ​ຊຸດ​ໃຫມ່​ຂຶ້ນ​ດຳລົງ​ຕຳ​ແຫນ່​ງທີ່​ຈັດ​ຂຶ້ນ​ຢູ່​ສຳນັກງານ​ນາຍົກລັດຖະມົນຕີມື້​ດຽວ​ກັນ, ນາງ​ຕານາ​ກາ ມາ​ກີ​ໂກກ່າວ​ວ່າ, ​ເນື້ອ​ໃນ​ຂອງ​ປະຫວັດສາດ​ຍຸກ​ປະຈຸ​ບັນ​ບອບ​ບາງ​ຫລາຍ. ​ເຖິງ​ວ່າ​ສຳນັກງນພິມ​ຈຳຫນ່າຍແລະ​ນັກ​ການ​ເມືອງ​ຢູ່​ພາຍ​ໃນ​ປະ​ເທດຍີ່​ປຸ່ນມີ​ຄວາມ​ເຫັນ​ຕ່າງ​ກັນ​ຕໍ່​ການ​ສຶກສາ​ດ້ານ​ປະຫວັດສາດ, ​ແຕ່​ຄວນ​ສອນ​ເລື່ອງ​ຈິງ​ດ້ານ​ປະຫວັດສາດ​ໃຫ້​ຄົນ​ລຸ່ນຫລັງຢ່າງຮອບດ້ານ, ​ເພື່ອ​​ໃຫ້​ປະຊາຊົນ​ພິຈາລະນາ​ແລະ​ຕົກລົງ​ເອົາ​ເອງ. ຖ້າ​ບໍ່​ດັ່ງ​ນັ້ນ, ຄົນ​ຍີ່​ປຸ່ນລຸ່ນຫລັງ​ຈະ​ບໍ່​ສາມາດ​ມີ​ທັດສະນະ​ປະຫວັດສາດ​ຢ່າງ​ຖືກຕ້ອງ,ຍິງ​ບໍ່​ສາມາດມີ​ສິດ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃນ​ປະຊາ​ຄົມ​ໂລກ.