ກອງ​ກຳ​ປັ່ນ​ລາດຕະ​ເວນທາງທະ​ເລຂອງຈີນ​ຈະ​ສືບ​ຕໍ່ລາດຕະ​ເວນຢູ່​ນ່ານທະ​ເລ​ເກາະ​ຕ້ຽວ​ອີ​​​ເພື່ອ​ປົກ​ປັກ​ຮັກສາ​ສິດ​ອະທິປະ​ໄຕ

(GMT+08:00) 2012-10-04 13:58:13     cri

ວັນ​ທີ3ຕຸລາ​ນີ້ ທ່ານ​ຮົງ​​ເຫຼີ​ຍ,​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ກອງ​ກຳ​ປັ່ນ​ລາດຕະ​ເວນທາງທະ​ເລຂອງຈີນ​ຈະ​ສືບ​ຕໍ່ລາດຕະ​ເວນຢູ່​ນ່ານທະ​ເລ​ເກາະ​ຕ້ຽວ​ອີ​​​ເພື່ອ​ປົກ​ປັກ​ຮັກສາ​ສິດ​ອະທິປະ​ໄຕ​.


ວັນ​ທີ3ຕຸລາ​ນີ້,ບຸກຄົນ​ຝ່າຍ​ຂວາ​ຂອງ​ຍິ່ປຸ່ນ​ເຂົ້າສູ່​ນ່ານທະ​ເລ​ເກາະ​ຕ້ຽວ​ອີ​ອີກ​ຄັ້ງໜຶ່ງ, ກອງ​ກຳ​ປັ່ນ​ລາດຕະ​ເວນທາງທະ​ເລຂອງຈີນ​ກໍ​​ໄປລາດຕະ​ເວນຢູ່​ນ່ານທະ​ເລ​ເກາະ​ຕ້ຽວ​ອີອີກ​ຄັ້ງໜຶ່ງ​​​ເພື່ອ​ປົກ​ປັກ​ຮັກສາ​ສິດ​ອະທິປະ​ໄຕ​.ຕໍ່​ເລື່ອງ​ນີ້,ທ່ານ​ຮົງ​​ເຫຼີ​ຍກ່າວ​ວ່າ,ຈີນ​​ເດັດດ່ຽວ​ຄັດ​ຄ້ານບຸກຄົນ​ຝ່າຍ​ຂວາ​ຂອງ​ຍິ່ປຸ່ນ​ເຂົ້າສູ່​ນ່ານທະ​ເລ​ເກາະ​ຕ້ຽວ​ອີ​ຢ່າງ​ຜິດ​ກົດໝາຍ. ພາຍ​ໃຕ້​ສະພາບ​ປັດຈຸບັນ ​ໂດຍ​ສະ​ເພາະ​ແມ່ນ​ໃນ​ເວລາ​ຈີນ​​ແລະ​ຍິ່ປຸ່ນກຳລັງ​ເລັ່ງລັດ​ປຶກສາ​ຫາລື​​ແລະ​ເຈລະຈາ​ກັນ​ກ່ຽວ​ກັບ​ບັນຫາ​ເກາະ​ຕ້ຽວ​ອີ​ທີ່​ມີ​ຄວາມຂັດ​ແຍ່ງ​ກັນ,ບຸກຄົນ​ຝ່າຍ​ຂວາ​ຂອງ​ຍິ່ປຸ່ນ​ທ້າ​ທາຍ​ເກາະ​ຜິດ​ຢູ່​ນ່ານທະ​ເລ​ເກາະ​ຕ້ຽວ​ອີ​​ເທື່ອ​ແລ້ວ​​ເທື່ອອີກ​ ​ເຂົາ​ເຈົ້າ​ມີ​ຈຸດປະສົງ​ຫຍັງ​? ​ເປັນ​ຫຍັງລັດຖະບານ​ຍິ່ປຸ່ນ​​ປ່ອຍ​ໄປ​ຕາມ​ໃຈ​​​ເທື່ອ​ແລ້ວ​ເທື່ອອີກ? ​ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້,​ແມ່ນ​ອິດ​ທິກຳລັງ​ຝ່າຍ​ຂວາ​ຂອງ​ຍິ່ປຸ່ນ​ເຈດ​ຕະນາ​ຢາກ​ເອົາ​ບັນຫາ​ເກາະ​ຕ້ຽວ​ອີ​ເປັນຂໍ້​ອ້າງ,ກໍ່​ເຫດການ​ເລື້ອຍໆ, ​​ເຮັດ​ໃຫ້​ຈີນ​ແລະ​ຍິ່ປຸ່ນມີຄວາມ​ຂັດ​ແຍ່ງ​ກັນ​ແລະ​ມີ​ການ​ພົວພົນ​ທີ່​ເຄັ່ງ​ຕຶງ​ຂຶ້ນ. ​ເມື່ອ​ຫວນ​ຄືນ​ປະຫວັດສາດ,ອິດ​ທິກຳລັງ​ຝ່າຍ​ຂວາ​ຂອງ​ຍິ່ປຸ່ນ​ເຄີຍ​ຊຸກຍູ້​ໃຫ້​ລັດ​ເຂົ້າສູ່​ເສັ້ນ​ທາງ​ລັດທິ​ຂຸ​ນ​ເສິກ​ແລະ​ເຮັດ​ໃຫ້​ຍິ່ປຸ່ນກາຍ​ເປັນປະ​ເທດ​ກໍ່​ສົງຄາມ,​ໄດ້​ສ້າງ​ໄພພິບັດ​ອັນ​ໜັກໜ່ວງ​ໃຫ້​ແກ່​ປະ​ເທດ​ແລະ​ປະຊາຊົນ​ໃນ​ອາຊີ. ຄວາມ​ຂັດ​ແຍ່ງ​ກັນກ່ຽວ​ກັບ​ເກາະ​ຕ້ຽວ​ອີ​ກໍ​ແມ່​ນບັນຫາ​ທີ່​ຕົກ​ຄ້າງ​ໄວ້​ໃນ​ສົງຄາມ​ບັ້ນນັ້ນ. ສິ່ງທີ່​ຕ້ອງກ່າວ​​ເນັ້ນ​ແມ່ນ,ປະຫວັດສາດ​ແມ່ນ​ໂຄ່ນ​ລົ້ມ​ບໍ່​ໄດ້,ປະຕິ​ເສດ​ບໍ່​ໄດ້,​ແລະ​ລືມ​ບໍ່​ໄດ້.ປະຊາຊົນຂອງ​ຈີນກໍ​ຄື​ຂອງບັນດາ​ປະ​ເທດ​ໃນ​ອາຊີ ຕະຫຼອດ​ຮອດຂອງ​ທົ່ວ​ໂລກ,ລ້ວນ​ແຕ່​ຕ້ອງ​ຮັກສາ​ຄວາມ​ລະມັດ​ລະວັງ​ໃນ​ລະດັບ​ສູງ​ຕໍ່​ຄວາມທະ​ເຍີ​ທະຍານ​ຂອງ​ອິດ​ທິກຳລັງ​ຝ່າຍ​ຂວາ​ຂອງ​ຍິ່ປຸ່ນ.