ໃນ​ໄລຍະ​ບຸນ​​ໄຫວ້​ພະຈັນ​ແລະ​ວັນຊາດ​ຈີນ​ປີ​ນີ້​,ກຳ​ປັ່ນປ້ອງ​ກັນ​ການ​ປະມົງ​ຂອງ​ຈີນສືບ​ຕໍ່ລາດຕະ​ເວນ​ເພື່ອ​ປ້ອງ​ກັນ​ການ​ປະມົງ​ຢູ່​ເຂດ​ທະ​ເລ​ເກາະ​ຕ້ຽວ​ອີ

(GMT+08:00) 2012-10-06 13:45:52     cri
ວັນ​ທີ 6 ຕຸລາ​ນີ້,ກະຊວງ​ກະສິກຳ​ຈີນ​ລາຍ​ງານ​ວ່າ:​ໃນ​ໄລຍະ​ບຸນ​ໄຫວ້​ພະຈັນ​ແລະ​ວັນຊາດ​ຈີນ​ປີ​ນີ້,ກອງກຳ​ປັ່ນລາດຕະ​ເວນ​ປ້ອງ​ກັນ​ການ​ປະມົງຂອງ​ຈີນ​ຍັງ​ສືບ​ຕໍ່​ປະຕິບັດ​ໜ້າ​ທີ່​ປ້ອງ​ກັນ​ການ​ປະມົງ​ແລະ​ປົກ​ປັກ​ຮັກສາ​ສິດ​ອະທິປະ​ໄຕ​ຢູ່​ເຂດ​ທະ​ເລ​ເກາະ​ຕ້ຽວ​ອີ. ນີ້​ແມ່ນກອງ​ກຳ​ປັ່ນ​ລາດຕະ​ເວນ​ປ້ອງ​ກັນ​ການ​ປະມົງ​ຂອງ​ຈີນ​ເດີນທາງ​ໄປ​ເຂດ​ທະ​ເລ​ແຫ່ງ​ນີ້​ເພື່ອ​ປ້ອງ​ກັນ​ການ​ປະມົງ​ເປັນ​ຄັ້ງ​ທີ 2 ​ນັບ​ແຕ່​ໄດ້ຟື້ນ​ຟູ​ການ​ປະມົງຢູ່​ທະ​ເລ​ຈີນ​ຕາ​ເວັນ​ອອກ​ໃນ​ເດືອນ​ກັນຍາ​ແລ້ວ​ນີ້​ເປັນ​ຕົ້ນ​ມາ.

ບຸນ​​ໄຫວ້​ພະຈັນ​ຫາ​ກໍ່​ຜ່ານ​ໄປ,ຊາວ​ປະມົງ​ຂອງ​ແຂວງ​ຟູ​ຈ້ຽນ​ແລະ​ແຂວງ​ເຈີ້​ຈ່ຽງຂອງ​ຈີນ​ກໍ່​ໄດ້​ໄປ​​ເຂດທະ​ເລ​ເກາະ​ຕ້ຽວ​ອີ​ເຊິ່ງ​ເປັນ​ເຂດ​ຫາ​ປາດັ້ງ​ເດີມ​ຂອງ​ຈີນ​​ເພື່ອສືບ​ຕໍ່​ດຳ​ເນີນການ​ປະມົງ​ຕາມ​ຮີດຄອງ​ປະ​ເພນີ.​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ຊີວິດ​ແລະ​ຊັບ​ສິນຂອງ​ຊາວ​ປະມົງຢ່າງ​ແທ້​ຈິງ,ຮັກສາຄວາມ​ເປັນ​ລະບຽບຮຽບ​ຮ້ອຍ​ໃນການ​ປະມົງ,​​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ຕໍ່​ຊັບພະ​ຍາ​ກອນ​ການ​ປະມົງ,ກອງ​ກຳ​ປັ່ນ​ລາດຕະ​ເວນ​ປ້ອງ​ກັນ​ການ​ປະມົງ​ຂອງ​ຈີນກໍ່ໄດ້​ເດີນ​ທາງໄປ​ເຂດ​ທະ​ເລ​ເກາະ​ຕ້ຽວ​ອີ,​ເພື່ອ​ປະຕິບັດ​ໜ້າ​ທີ່​ທີ່​ມີ​ກຽດ​ຄືປ້ອງ​ກັນ​ການ​ປະມົງ​ແລະ​ປົກ​ປັກ​ຮັກສາ​ສິດ​ອະທິປະ​ໄຕຕາມ​ກົດໝາຍ​ຢ່າງ​ເປັນ​ປົກກະຕິ.

ຊາວ​ປະມົງ​ຈີນ​ຫວັງ​ວ່າ,ລັດຖະບານ​ຈະ​ສືບ​ຕໍ່​ເພີ່ມ​ຄວາມ​ແຮງ​ໃນ​ການ​ປ້ອງ​ກັນ​ການ​ປະມົງ,​ເຮັດ​ໃຫ້​ຊາວ​ປະມົງ​ສາມາດດຳ​ເນີນການ​ປະມົງ​ຢ່າງປອດ​ໄພ​ຢູ່​ເຂດ​ຫາ​ປາ​ທີ່​ດັ້ງ​ເດີມ​ຂອງ​ຕົນ.